jane (1)
7 ໄອເດຍອອກແບບຫ້ອງນອນທີ່ຄວນຫຼີກລ້ຽງ ສົ່ງຜົນຕໍ່ການນອນຫຼັບ ແລະ ຄຸນນະພາບຊີວິດ
ຮຽບຮຽງໂດຍ:Jenjila Sengdala
ເຜີຍແຜ່: 4 September, 2025
ໝວດ: ແນະນຳ

10 เคล็ดลับจัดห้องนอนสวย ๆ น่าอยู่ หลับสบาย ถูกสุขลักษณะ

 

ຫຼາຍສິ່ງທີ່ຄິດວ່າເບິ່ງເໝາະສົມ ແຕ່ພໍໃຊ້ງານຈິງກັບຮູ້ສຶກກີດຂວາງ ແລະ ບໍ່ສະດວກ

 

ຄົນເຮົາໃຊ້ເວລາເຖິງ 1 ໃນ 3 ຂອງຊີວິດໄປກັບການນອນ ດັ່ງນັ້ນຫ້ອງນອນຈຶ່ງຄວນອອກແບບໃຫ້ສະບາຍ ງຽບສະຫງົບ ແລະ ສະດວກທີ່ສຸດ ຢ່າງໃດກໍຕາມ ຫຼາຍລາຍລະອຽດໃນຫ້ອງນອນເມື່ອເບີ່ງຜ່ານໆ ຄືລົງຕົວ ແລະ ເປັນເລື່ອງປົກກະຕິ ແຕ່ເມື່ອໄດ້ໃຊ້ງານຈິງກັບບໍ່ເໝາະສົມ ສົ່ງຜົນໂດຍກົງຕໍ່ການນອນ ແລະ ຄຸນນະພາບຊີວິດ

 

ຕົວຢ່າງເຊັ່ນ 7 ຂໍ້ຜິດພາດໃນການອອກແບບຫ້ອງນອນ ຕໍ່ໄປນີ້

 

1. ຮາວມ່ານສະໄຕລ໌ໂຣມັນ  ເຄີຍໄດ້ຮັບຄວາມນິຍົມເພາະດູຮຽບຮ້ອຍ ຕິດຕັ້ງງ່າຍ ທົນທານ ແລະ ເຂົ້າກັບການຕົກແຕ່ງຫຼາຍແບບ ແຕ່ເມື່ອໃຊ້ງານໄປນານໆ ຂໍ້ເສຍກັບຊັດເຈນຂຶ້ນ ຄື ຊ່ອງວ່າງດ້ານເທິງບໍ່ສາມາດປິດແສງໄດ້ສະນິດ ເຮັດໃຫ້ຜູ້ທີ່ນອນຫຼັບບໍ່ອາດຕື່ນຈາກແສງແດດຍາມເຊົ້າໄດ້ງ່າຍ

 

ຍິ່ງໄປກວ່ານັ້ນ ຫາກຜ້າກັ້ງມີຄວາມໜາ ການເລື່ອນເປີດ-ປິດມັກຕິດຂັດ ຮູ້ສຶກບໍ່ສະດວກ ແລະ ໃຊ້ດົນໆ ກໍຍິ່ງເຮັດໃຫ້ເຈົ້າຂອງຫ້ອງຫງຸດຫງິດ ຫາກທ່ານປະສົບບັນຫາແບບນີ້ ວິທີແກ້ຄືປ່ຽນເປັນຜ້າກັ້ງຮ່າງຄູ່ແບບໄຂວ້ ພ້ອມຕະຂໍເລື່ອນ ຈະສາມາດກັນແສງໄດ້ເຕັມທີ່ ແລະ ເລື່ອນເປີດ-ປິດໄດ້ງ່າຍຂຶ້ນຫຼາຍ

 

2. ມີພຽງຕູ້ເສື້ອຜ້າຕູ້ດຽວ ຕູ້ເສື້ອຜ້າເປັນເຟີນິເຈີທີ່ແທບຈະເປັນມາດຕະຖານໃນຫ້ອງນອນ ໂດຍທົ່ວໄປຄອບຄົວມັກວາງຕູ້ໃຫຍ່ໄວ້ຂ້າງຫົວເຕຍເພື່ອປະຫຍັດພື້ນທີ່ເດີນ ແຕ່ຄວາມຈິງຄື ຕູ້ດຽວມັກບໍ່ພຽງພໍ ເສື້ອຜ້າທີ່ໃສ່ແລ້ວວາງທິ້ງໄວ້ ຂອງໃຊ້ຕ່າງໆ ຈຶ່ງກອງສະສົມຢ່າງວ່ອງໄວ ເຮັດໃຫ້ຫ້ອງເບິ່ງ ແລະ ບໍ່ເປັນລະບຽບ

 

ຍິ່ງໄປກວ່ານັ້ນ ການວາງຕູ້ຂ້າງຫົວເຕຍບາງຄັ້ງເຮັດໃຫ້ປະຕູຕູ້ເປີດບໍ່ສຸດເພາະຕິດກັບໂຕະຂ້າງເຕຍ ດັ່ງນັ້ນຫາກເປັນໄປໄດ້ ຄວນວາງຕູ້ໄວ້ປາຍເຕຍ (ໂດຍມີທາງເດີນເຫຼືອຢ່າງໜ້ອຍ 50 ຊມ.) ນອກຈາກນີ້ ຍັງສາມາດອອກແບບມຸມສຳລັບແຂວນເສື້ອຜ້າທີ່ໃສ່ແລ້ວ ຫຼື ເພີ່ມຮາວແຂວນນ້ອຍໆ ເພື່ອເພີ່ມພື້ນທີ່ຈັດເກັບໂດຍບໍ່ເປືອງເນື້ອທີ່

 

900+ ไอเดีย ห้องนอน ที่ดีที่สุด ในปี 2025 | ห้องนอน, ไอเดียห้องนอน, ดีไซน์ห้องนอน

 

3. ປ່ຽນຂອບໜ້າຕ່າງໃຫ້ເປັນກະຈົກສູງຈາກພື້ນຈົນເຖິງເພດານ

 

ກະຈົກແຜ່ນໃຫຍ່ແບບພາໂນຣາມາດູຫຼູຫຼາ ແລະ ສະຫວ່າງ ເຮັດໃຫ້ຫຼາຍຄົນຍອມມ້າງຂອບໜ້າຕ່າງເດີມເພື່ອໃຫ້ໄດ້ກະຈົກຕັ້ງແຕ່ພື້ນຈົນເຖິງເພດານ ແຕ່ເມື່ອໃຊ້ງານຈິງກັບພົບບັນຫາຫຼາຍດ້ານ ເຊັ່ນ ຂາດຄວາມເປັນສ່ວນຕົວ ໃນລະດູຮ້ອນຮ້ອນອົບເອົ້າ ແລະ ໃນລະດູໜາວໜາວເຍັນຈັບໃຈ

 

ສຳລັບບ້ານຊັ້ນສູງ ການທຳຄວາມສະອາດກະຈົກກໍກາຍເປັນເລື່ອງຍາກ ແລະ ສ່ຽງອັນຕະລາຍ ແຖມຍັງເສຍແຮງງານດ້ວຍ ແທນທີ່ຈະຕາມເທຣນ ຜູ້ຊ່ຽວຊານຫຼາຍໆຄົນແນະນຳໃຫ້ເກັບຂອບປ່ອງຢ້ຽມເດີມໄວ້ ແລ້ວປັບເປັນໂຕະເຮັດວຽກ ຊັ້ນວາງໜັງສື ຫຼື ເກັບຂອງ ເພື່ອໃຊ້ປະໂຫຍດຈາກພື້ນທີ່ຢ່າງເຕັມທີ່ ພ້ອມຍັງຮັກສາຄວາມອົບອຸ່ນ ແລະ ຄວາມເປັນສ່ວນຕົວໄດ້ດີກວ່າ

 

4. ປູພົມຂະໜາດໃຫຍ່ອ້ອມຕຽງ

 

ບໍ່ອາດປະຕິເສດໄດ້ວ່າພົມໃຫຍ່ເຮັດໃຫ້ຫ້ອງນອນດູອົບອຸ່ນ ແລະ ເດີນສະບາຍຕີນ ແຕ່ກໍມີບັນຫາຕາມມາ ເຊັ່ນ ຝຸ່ນລະອອງ ແບັກທີເຣັຍ ແລະ ຂົນສັດລ້ຽງທີ່ຕິດແໜ້ນໃນພົມ ກາຍເປັນແຫຼ່ງກໍ່ໂພມິແພ້ ແລະ ມົນລະພິດໃນອາກາດພາຍໃນບ້ານໄດ້ທີລະນ້ອຍ

 

ໂດຍສະເພາະຄອບຄົວທີ່ມີເດັກນ້ອຍ ຫຼື ລ້ຽງສັດ ພົມຂະໜາດໃຫຍ່ປຽບຄືກັບ “ແຫຼ່ງເຊື້ອໂຣກ” ການທຳຄວາມສະອາດກໍຍຸ້ງຍາກ ເພາະຖ້າຕ້ອງດູດຝຸ່ນໃຫ້ສະອາດຕ້ອງຍົກເຕຍທັງເຕຍ ຊຶ່ງບໍ່ສະດວກເລີຍ ຄຳແນະນຳຄື ຄວນເລີກໃຊ້ພົມໃຫຍ່ ຫາກຕ້ອງການຄວາມອົບອຸ່ນ ສາມາດໃຊ້ພົມນ້ອຍວາງຂ້າງຕຽງແທນ ຈະຊັກແລະປ່ຽນໄດ້ງ່າຍກວ່າ

 

หลักการออกแบบห้องนอนที่ดีต่อสุขภาพ ช่วยให้นอนหลับสนิททั้งคืน

 

5. ໂຄມໄຟຫົວເຕຍ ໂຄມສ່ອງຂະໜາດນ້ອຍເຄີຍເປັນເທຣນຫ້ອງນອນສະໄໝໃໝ່ເຮັດໃຫ້ຜະໜັງຫົວຕຽງເບິ່ງສວຍງາມລະຍິບລະຍັບແຕ່ເມື່ອໃຊ້ງານຈິງ ພົບວ່າແສງສ່ອງຕົງຈ້າຫຼາຍ ເຮັດໃຫ້ແສບຕາ ແລະ ເມື່ອຢູ່ໃຕ້ແສງນານໆ ຈະຮູ້ສຶກເມື່ອຍຕາ

 

ຫາກຕ້ອງການໃຫ້ຫ້ອງນອນມີແສງນຸ້ມນວນ ແລະ ສະບາຍຕາ ຄວນອອກແບບລະບົບໄຟແບບບໍ່ມີໂຄມໄຟຫຼັກ ແລະ ໃຊ້ແສງຈາກຫຼາຍແຫຼ່ງແບບອ້ອມ ກະຈາຍທົ່ວຫ້ອງ ວິທີນີ້ຈະສ້າງບັນຍາກາດອົບອຸ່ນ ພ້ອມຫຼີກເວັ້ນຄວາມລຳຄານຈາກໂຄມສ່ອງຕົງຫົວເຕຍ

 

6. ໂທລະທັດໃນຫ້ອງນອນ ຫຼາຍຄອບຄົວຕິດຕັ້ງໂທລະທັດໃນຫ້ອງນອນເພາະຄິດວ່າມີໄວ້ກໍດີກວ່າບໍ່ມີ ແຕ່ຄວາມຈິງແລ້ວເຮົາມັກເປີດໃຊ້ງານນ້ອຍຫຼາຍ ບາງຄັ້ງຫຼາຍເດືອນແທບບໍ່ໄດ້ເປີດເລີຍ ໃນຂະນະທີ່ໂທລະທັດກັບກິນພື້ນທີ່ ແລະ ສິ້ນເປືອງເງິນໂດຍບໍ່ຈຳເປັນ

 

ສະມາດໂຟນ ແລັບທ໋ອບ ກໍພຽງພໍສຳລັບຄວາມບັນເທິງແລ້ວ ດັ່ງນັ້ນຫາກທ່ານຍັງບໍ່ໄດ້ຊື້ ບໍ່ຈຳເປັນຕ້ອງຕິດໂທລະທັດໃນຫ້ອງນອນ ແທນທີ່ຈະໃຊ້ໂທລະທັດ ສາມາດຕົກແຕ່ງດ້ວຍພາບວາດ ຊັ້ນວາງ ຫຼືກະຈົກຕົກແຕ່ງ ຈະເຮັດໃຫ້ຫ້ອງດູໂລ່ງ ແລະເບາສະບາຍຂຶ້ນຫຼາຍ

 

7. ໂຕະເຄື່ອງແປ້ງແບບຝາພັບ ໂຕະຊະນິດນີ້ດູຄືໃຊ້ງານໄດ້ຫຼາຍຢ່າງ ທັງເປັນໂຕະເຄື່ອງແປ້ງ ມີລິ້ນຊັກເກັບຂອງ ຫຼືໃຊ້ເປັນໂຕະຮຽນ ແລະ ໂຕະຂ້າງເຕຍ ແຕ່ເມື່ອໃຊ້ງານຈິງ ທຸກຄັ້ງທີ່ເປີດຝາເພື່ອຫຍິບຂອງຕ້ອງເກັບສິ່ງຂອງເທິງໂຕະໃຫ້ຮຽບຮ້ອຍກ່ອນ ລິ້ນຊັກດ້ານລຸ່ມກໍນ້ອຍເກັບຂອງຊິ້ນໃຫຍ່ບໍ່ໄດ້ ສຸດທ້າຍໂຕະມັກເປີດຄ້າງ ແລະ ເບິ່ງຮົກຢູ່ສະເໝີ

 

ແທນທີ່ຈະພະຍາຍາມໃຫ້ໂຕະຫຼາຍຟັງຊັນ ຄວນເລືອກໂຕະນ້ອຍໆ ແບບຮຽບງ່າຍ ຫາກຫ້ອງແຄບ ສາມາດໃຊ້ດ້ານຂ້າງຂອງຕູ້ເສື້ອຜ້າເປັນມຸມແຕ່ງຫນ້າແບບຝັງຜະໜັງ ຈະຮຽບຮ້ອຍ ແລະ ໃຊ້ງານສະດວກກວ່າຫຼາຍ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 5 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,515
21,792
thailand (1)
THB
662.12
672.32
european-union
EUR
24,055
24,537
china
CNY
2,933
2,991
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-05T145102.231
ບໍລິສັດກ້ວຍລາວ ເປີດສາງສິນຄ້າ ໃກ້ກັບຕະຫຼາດຢູ່ນະຄອນຮວຍຮວ້າ ແຂວງຫູໜານຈີນ
jane (3)
ການແຂ່ງຂັນກິລາຕີບານຍິງ ຊິງແຊ້ມໂລກ 2025 ທີ່ປະເທດໄທ ຮັບໜ້າທີ່ເປັນເຈົ້າພາບຈັດການແຂ່ງຂັນລະຫວ່າງວັນທີ່ 22 ສິງຫາ - 7 ກັນຍາ 2568
pele - 2025-09-05T133750.577
ກວດພົບ ແລະ ທຳລາຍລະເບີດ ບົ່ມບີ້-ລູກປືນຄົກ ຢູ່ສວນກາເຟຫຼັກ 45 ເມືອງປາກຊ່ອງ ແຂວງຈຳປາສັກ.
pele - 2025-09-05T131612.944
ແຈ້ງການມອດໄຟ ວັນທີ 6/9/2025
pele - 2025-09-05T105936.521
ຄະນະບໍລິຫານງານພັກແຂວງຈໍາປາສັກ ດຳເນີນຊີວິດການເມືອງທ້າຍສະໄໝທີ VIII
pele - 2025-09-05T103604.703
ເມືອງຫົງສາ ຫາລືການສ້ອມແປງເສັ້ນທາງທີ່ເປ່ເພພາຍໃນເມືອງ ແຂວງໄຊຍະບູລີ
pele - 2025-09-04T160309.641
ລາວ-ໄທ ຫາລື ການຮ່ວມມື ປົກປັກຮັກສາ ແລະ ພັດທະນາອ່າງແມ່ນ້ຳຂອງໃຫ້ມີຄວາມຍືນຍົງ
pele - 2025-09-04T152224.661
ກະກຽມກ້ອນກຳລັງເດີນສວນສະໜາມສະເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 50 ປີ
pele - 2025-09-04T142754.055
ອົງການກາແດງ ແຂວງເຊກອງ ໄດ້ຮັບລົດ ແລະ ອຸປະກອນເພື່ອ ເພີ່ມຂີດຄວາມສາມາດໃນການບໍລິຈາກເລືອດ
jane (1)
7 ໄອເດຍອອກແບບຫ້ອງນອນທີ່ຄວນຫຼີກລ້ຽງ ສົ່ງຜົນຕໍ່ການນອນຫຼັບ ແລະ ຄຸນນະພາບຊີວິດ
ຢ່າລື່ມກົດຕິດຕາມ