ວິທີທຳຄວາມສະອາດຄາບ ແລະ ຕະກອນໃນຝັກບົວອາບນ້ຳ ງ່າຍໆໂດຍບໍ່ຕ້ອງອອກແຮງຂັດ ນ້ຳໄຫຼແຮງຄືຊື້ໃໝ່
ຮຽບຮຽງໂດຍ:Jenjila Sengdala
ເຜີຍແຜ່: 8 September, 2025

ฝักบัวน้ำไม่แรง สาเหตุ วิธีการแก้ปัญหา เลือก วาล์วฝักบัว แบบไหนดี

 

ຫຼາຍຄົນອາດເຄີຍສັງເກດວ່າ ນ້ຳຈາກຝັກບົວອາບນ້ຳຈາກທີ່ເຄີຍໄຫຼແຮງ ກັບໄຫຼເບົາລົງ ຫຼື ໄຫຼກະຈາຍບໍ່ສະໝໍ່າເໝີ ບາງຮູມີນ້ຳອອກມາແຄ່ພຽງຢົດດຽວ ສາເຫດສ່ວນໃຫຍ່ມາຈາກ ຄາບຕະກອນແຄນຊຽມ ຫຼື ຄາບຫີນປູນ ທີ່ເກາະສະສົມຢູ່ທີ່ຫົວຝັກອາບນ້ຳ ເຊິ່ງພົບເຫັນໄດ້ບ່ອຍຄັ້ງ

 

ມື້ນີ້ເຮົາມີ ເທັກນິກງ່າຍໆ ທີ່ໃຊ້ຂອງໃນຄົວ ຄື ນ້ຳສົ້ມສາຍຊູ ມາຊ່ວຍຂັດລ້າງຄາບເຫຼົ່ານີ້ ໂດຍສະເພາະຝັກບົວອາບນ້ຳທີ່ຖອດລ້າງບໍ່ໄດ້ ເຮັດຕາມໄດ້ງ່າຍ ບໍ່ຕ້ອງໃຊ້ແຮງຫຼາຍກໍສະອາດຄືໃໝ່

 

 

6 วิธีทำความสะอาดหัวฝักบัวอาบน้ำง่าย ๆ ไร้คราบสกปรกฝังแน่น

 

 

ອຸປະກອນທີ່ຕ້ອງກະກຽມ:

 

  • ນ້ຳສົ້ມສາຍຊູ (ທຳມະດາແບບກັ່ນກໍໃຊ້ໄດ້)

 

  • ຖົງພລາສຕິກ (ຊະນິດໃສ ຫຼື ໜາເລັກນ້ອຍ)

 

  • ໜັງຢາງ ຫຼື ເຊືອກສຳຫຼັບຮັດ

 

ວິທີເຮັດຄວາມສະອາດຝັກອາບນ້ຳ

 

 

เคล็ดลับ!! วิธีทำความสะอาดหัวฝักบัวอาบน้ำง่ายๆ ไร้คราบสกปรกฝังแน่ MUSLIMTHAIPOST

 

 

  • ເທນ້ຳສົ້ມສາຍຊູໃສ່ຖົງ ປະມານເຄິ່ງຖົງ ຫຼືພໍທ່ວມບໍລິເວນຫົວຝັກອາບນ້ຳ

 

  • ນຳຖົງໄປຄອບຫົວຝັກອາບນ້ຳ ໃຫ້ຄາບບໍລິເວນຮູນ້ຳແຊ່ຢູ່ໃນນ້ຳສົ້ມສາຍຊູ

 

  • ໃຊ້ຢາງ ຫຼື ເຊືອກມັດຖົງໃຫ້ແໜ້ນ ເພື່ອບໍ່ໃຫ້ຫຼຸດຫຼືນ້ຳສົ້ມສາຍຊູຫົກ

 

  • ປ່ອຍທິ້ງໃຫ້ກິດອ່ອນໆ ໃນນ້ຳສົ້ມສາຍຊູລະລາຍຄາບຕະກອນ

 

  • ຖອດຖົງອອກ ແລ້ວເປີດນ້ຳໄຫຼລ້າງຄາບທີ່ຫຼຸດອອກ ຫຼືໃຊ້ແປງສີຟັນເກົ່າຂັດເບົາໆ ເພີ່ມເຕີມ

 

  • ເຊັດໃຫ້ແຫ້ງ ເທົ່ານີ້ຝັກອາບນ້ຳຂອງທ່ານກໍກັບມາສະອາດ ນ້ຳໄຫຼແຮງຄືໃໝ່ແລ້ວ

 

ເປັນຫຍັງເຖິງຕ້ອງໃຊ້ນ້ຳສົ້ມສາຍຊູ?  ນ້ຳສົ້ມສາຍຊູມີຄຸນສົມບັດເປັນກິດອ່ອນໆ ທີ່ສາມາດລະລາຍແຄນຊຽມ ຄາບອນເນດ ແລະ ຫີນປູນໄດ້ ໂດຍບໍ່ກັດຜິວໂລຫະ ຫຼື ພລາສຕິກຂອງຝັກອາບນ້ຳ ຈຶ່ງເປັນທາງເລືອກທີ່ປອດໄພ ປະຫຍັດ ແລະເປັນມິດຕໍ່ສິ່ງແວດລ້ອມ

 

ແນະນຳເພີ່ມເຕີມ:

 

  • ຫາກຝັກອາບນ້ຳຂອງທ່ານຖອດໄດ້ ໃຫ້ແຊ່ຫົວຝັກອາບນ້ຳລົງໃນຊາມທີ່ມີນ້ຳສົ້ມສາຍຊູ ແລ້ວລ້າງ ແລະ ຂັດເບົາໆ ກ່ອນນຳກັບໄປຕິດຕັ້ງ

 

  • ຄວນເຮັດຄວາມສະອາດ ເດືອນລະຄັ້ງ ຫຼື ບ່ອຍກວ່ານັ້ນຫາກນ້ຳປະປາໃນພື້ນທີ່ມີຄວາມກະດ້າງສູງ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 9 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,497
21,774
thailand (1)
THB
669.86
680.18
european-union
EUR
24,095
24,577
china
CNY
2,921
2,979
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (13)
ເປີດໄຟນອນ ຂັດຂວາງການຫຼັ່ງເມລາໂທນິນ ກະທົບຄຸນນະພາບການນອນ ສຸຂະພາບພັງ
jane (12)
ທ່ານ ຊິເງຣຸ ອິຊິບະ ນາຍົກລັດຖະມົນຕີ ຍີ່ປຸ່ນ ລາອອກຈາກຕຳແໜ່ງ ຫວັງຫລຸດຄວາມຂັດແຍ່ງພາຍໃນພັກ ແລະ ເປີດທາງໃຫ້ເລືອກຫົວໜ້າພັກຄົນໃໝ່
jane (11)
ເບິ່ງດວງປະຈຳວັນອັງຄານ ທີ 9 ກັນຍາ 2025 ສຳລັບທ່ານທີ່ເກີດໃນແຕ່ລະວັນ
pele - 2025-09-09T094206.579
ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ໃນແຕ່ລະພາກ ແລະ ຈະຕົກລະດັບປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນ
jane (10)
ແກ້ໄຂຄວາມຂ້ອງໃຈ: "ຟ້າຜ່າ" ສາມາດຜ່າຊ້ຳລົງຈຸດເດີມໄດ້ ຫຼື ບໍ່? ຄຳຕອບອາດຈະເຮັດໃຫ້ທ່ານແປກໃຈ
pele - 2025-09-08T151546.919
ດ່ານພາສີສາກົນວັງເຕົ່າ-ທ່າບົກວັງເຕົ່າ ຈັດເກັບລາຍຮັບເກີນແຜນ
jane (9)
ຈີນກະກຽມແບນມືຈັບປະຕູລົດແບບເຊື່ອນທັງຄັນ! ຫຼັງພົບບັນຫາ ແລະ ອັນຕະລາຍ
pele - 2025-09-08T142345.737
ສາຂານະຄອນຫຼວງ1 ຕິດຕັ້ງໝໍ້ແປງໄຟຟ້າເສີມ ບ້ານ ສົມສະຫງ່າ
pele - 2025-09-08T134738.841
ຄະນະຜູ້ແທນສື່ມວນຊົນລາວຢ້ຽມຢາມສໍານັກງານກຸ່ມໜັງສືພິມລາຍວັນຢຸນນານ
jane (8)
ເບິ່ງຖ່າຍທອດສົດ Apple Events ເປີດໂຕ iPhone 17 ວັນທີ 9 ກ.ຍ. ເວລາທ່ຽງຄືນ
ຢ່າລື່ມກົດຕິດຕາມ