ສານໄທ ຕັດສິນໃຫ້ ທ່ານ ທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີ ຈຳຄຸກ 1 ປີ ຄະດີການຮັກສາຕົວຢູ່ຊັ້ນ 14 ໂຮງໝໍຕຳຫລວດ
ວັນທີ 9 ກັນຍາ 2025 ສານດີກາ (ໄທ) ອ່ານຄຳສັ່ງໄຕ່ສວນບັງຄັບໂທດ ຕັດສິນ ໃຫ້ ທ່ານ ທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີຂອງໄທ ກັບຄືນໄປຮັບໂທດດ້ວຍການຈຳຄຸກ 1 ປີ ໃນຄະດີການເຂົ້າຮັກສາປິ່ນປົວຢູ່ຊັ້ນ 14 ໂຮງໝໍຕຳຫລວດ
ວັນນີ້ (9 ກ.ຍ.) ເມື່ອເວລາ 09.30 ທ່ານ ທັກສິນ ຊິນນະວັດ ເດີນທາງມາເຖິງສານສູງສຸດ ດ້ວຍສີໜ້າຍິ້ມແຍ້ມ ພ້ອມດ້ວຍລູກສາວ ນ.ສ.ແພທອງທາ ຊິນວັດ ອະດີດນາຍົກລັດຖະມົນຕີ ແລະ ສາມີ ນ.ສ.ພິນທອງທາ ຊິນວັດ ຄຸນາກອນວົງ ແລະສາມີ ລວມທັງ ວິນຍັດ ຊາຕິມົນຕີ ທະນາຍຄວາມ ເດີນທາງຮ່ວມຄະນະມາດ້ວຍ ເຊິ່ງ ທັກສິນ ຊິນນະວັດ ໄດ້ໂບກມືທັກທາຍມວນຊົນທີ່ມາໃຫ້ກຳລັງໃຈ
ໃນວັນນີ້ ສານຈະມີຄຳສັ່ງຊີ້ຂາດວ່າເຫດການຄະດີຊັ້ນ 14 ດັ່ງກ່າວ ຖືວ່າມີການບັງຄັບໂທດບໍ່ເປັນໄປຕາມຄຳພິພາກສາ ຫຼື ຂັດຕໍ່ກົດໝາຍ ຫຼື ບໍ່ ແລະ ຈະມີຄຳສັ່ງ ຫຼື ແນວທາງການດຳເນີນການໃດຕໍ່ໄປຕາມຜົນການວິນິດໄສ
ຫຼ້າສຸດ ເມື່ອເວລາ 10.00 ສານສູງສຸດຜະແນກຄະດີອາຍາຂອງຜູ້ດຳລົງຕຳແໜ່ງທາງການເມືອງພິພາກສາວ່າ ກະບວນການສົ່ງຕົວ ທ່ານ ທັກສິນ ຊິນວັດ ອະດີດນາຍົກລັດຖະມົນຕີ ໄປຮັກສາຕົວທີ່ໂຮງໝໍຕຳຫຼວດ ເປັນກະບວນການທີ່ບໍ່ຊອບທຳດ້ວຍກົດໝາຍ ເຮັດໃຫ້ສານສັ່ງໃຫ້ປະຕິບັດຕາມຄຳສັ່ງທຳອິດ ຄື ຈຳຄຸກເປັນເວລາ 1 ປີ ໂດຍຈະນຳໂຕເຂົ້າເຮືອນຈຳໃນວັນນີ້ທັນທີ
ກ່າວມາດັ່ງນີ້ ການພິພາກສາໃນຄັ້ງນີ້ຂອງສານສູງສຸດ ບໍ່ແມ່ນການຕັດສິນຄວາມຜິດຂອງທັກສິນແຕ່ຢ່າງໃດ ເນື່ອງຈາກສານມີຄຳພິພາກສາຄວາມຜິດຂອງທັກສິນໄປຮຽບຮ້ອຍແລ້ວກ່ອນໜ້າ ໂດຍຕ້ອງຄຳພິພາກສາລົງໂທດຈຳຄຸກ 8 ປີ ແລະ ໃນເວລາຕໍ່ມາໄດ້ຮັບການພະຣາຊະທານອະໄພໂທດເຫຼືອ 1 ປີ ເມື່ອວັນທີ 31 ສິງຫາຄົມ 2566.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,497 | 21,774 |
![]() THB | 669.86 | 680.18 |
![]() EUR | 24,095 | 24,577 |
![]() CNY | 2,921 | 2,979 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |