jane (17)
ເຄັດລັບກຳຈັດເຊື້ອຣາ ຮ່ອງຢາເເນວໃນຫ້ອງນ້ຳ ໃຊ້ພຽງແຕ່ 2 ສ່ວນປະສົມງ່າຍໆ ດີກວ່າໃຊ່ສານຟອກຂາວ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 10 September, 2025

เคล็ดลับกำจัดเชื้อรา ร่องยาแนวห้องน้ำ ใช้แค่ 2 ส่วนผสมง่ายๆ ดีกว่าสารฟอกขาว

 

ໃຜກໍ່ຕາມທີ່ເຄີຍຈັດການກັບເຊື້ອຣາໃນຫ້ອງນ້ຳ ຫຼື ໃນເຮືອນ ຄົງເຂົ້າໃຈດີວ່າເປັນເລື່ອງຫຍຸ້ງຍາກຫຼາຍທີ່ຈະກຳຈັດອອກ ໂດຍສະເພາະຈຸດທີ່ລຶບບໍ່ອອກເລີຍແບບ “ຮ່ອງຢາແນວກະເບື້ອງ” ເຊິ່ງເຮັດຈາກຊີເມັນ ຫຼື ເຣຊິນທີ່ໃຊ້ປິດຮອຍຕໍ່ລະຫວ່າງກະເບື້ອງໃນຫ້ອງນ້ຳ.

Digital Marketing Agency in Laos - Emerging Digital Solutions

 

ແຕ່ເນື່ອງຈາກຢາແນວຊີເມັນມີຮູຕາມທຳມະຊາດ, ຈິ່ງມີຄວາມສ່ຽງຕໍ່ການເປື້ອນ ແລະ ເກີດເຊື້ອຮາໄດ້ງ່າຍ. ເມື່ອຂອງແຫຼວອັນໃດໜຶ່ງເຊັ່ນນ້ຳຊຶມເຂົ້າໄປຕາມຮູນ້ອຍໆ ເທິງຜິວ, ການກຳຈັດເຊື້ອຣາທີ່ຝັງເລິກໃນຮ່ອງຢາແນວຈິ່ງເປັນເລື່ອງທ້າທາຍຫຼາຍ, ໂດຍສະເພາະຖ້າເປັນບໍລິເວນທີ່ນ້ຳຊຶມສະສົມ.

 

ສະມາຊິກກຸ່ມໜຶ່ງທີ່ຕິດຕາມຜູ້ຊ່ຽວຊານດ້ານການເຮັດຄວາມສະອາດແບບ Mrs. Hinch ໄດ້ເຂົ້າມາຖາມວ່າ ວິທີເຮັດໃຫ້ຢາແໜວກັບມາຂາວສະອາດທີ່ສຸດແມ່ນຫຍັງ ພ້ອມສົງໄສວ່າການໃຊ້ເບັກກິ້ງໂຊດາຈະໄດ້ຜົນບໍ ຫຼື ຄວນຊື້ບິກຮ່ອງຢາແນວແທນ.

 

ສະມາຊິກຫຼາຍຄົນຮີບແຊຣ໌ຄຳແນະນຳ, ໂດຍຕ່າງບອກກັນວ່າມີພຽງແຕ່ຂອງໃຊ້ຕິດຄົວທີ່ທຸກເຮືອນມັກມີຢູ່ແລ້ວ 2 ຢ່າງຄື “ເບັກກິ້ງໂຊດາ” ແລະ “ນ້ຳສົ້ມສາຍຊູ”. ຄົນໜຶ່ງແຊຣ໌ວ່າ:

 

“ເບັກກິ້ງໂຊດາເຮັດເປັນເນື້ອຄີມແລ້ວປ່ອຍຖິ້ມໄວ້, ຈາກນັ້ນສີດນ້ຳສົ້ມສາຍຊູຂາວຕາມລົງໄປ, ໄດ້ຜົນດີຫຼາຍ, ເຮັດໃຫ້ຮ່ອງຢາແນວໃນຫ້ອງອາບນ້ຳຂອງຂ້ອຍກັບມາຂາວເລີຍ”

 

ອີກຄົນເສີມວ່າ “ຢ່າໃຊ້ສານຟອກຂາວກັບສິ່ງທີ່ຢາກໃຫ້ຂາວ, ເພາະມັນຈະເຮັດໃຫ້ເຫຼືອງ, ໃຊ້ເບັກກິ້ງໂຊດາກັບນ້ຳສົ້ມສາຍຊູດີກວ່າ”

 

 

ວິທີທຳຄວາມສະອາດເຊື້ອຣາຈາກຮ່ອງຢາແນວ

 

ລະບາຍອາກາດໃນພື້ນທີ່ : ເປີດປ່ອງຢ້ຽມ ຫຼື ເປີດພັດລົມເພື່ອໃຫ້ອາກາດຖ່າຍເທ

ກຽມນ້ຳຢາເຮັດຄວາມສະອາດ :

 

ທາງເລືອກ 1: ຜະສົມນ້ຳສົ້ມສາຍຊູຂາວກັບນ້ຳໃນອັດຕາເທົ່າກັນ ໃສ່ຂວດສະເປ

 

ທາງເລືອກ 2: ສຳລັບເຊື້ອຣາທີ່ຝັງແໜ້ນ ໃຊ້ສານລະລາຍໄຮໂດຣເຈນເປີອອກໄຊ (Hydrogen Peroxide 3%) ແບບບໍ່ເຈືອປົນ ໃສ່ຂວດສະເປ

 

ທາງເລືອກ 3: ຜະສົມເບັກກິ້ງໂຊດາກັບນ້ຳໃຫ້ເປັນເນື້ອຄີມ

 

ລົງນ້ຳຢາ : ສີດນ້ຳສົ້ມສາຍຊູ ຫຼື ນ້ຳອອກຊີເຈນລົງເທິງຮ່ອງຢາແນວທີ່ມີເຊື້ອຣາ. ຫາກໃຊ້ເບັກກິ້ງໂຊດາ, ໃຫ້ນຳແປງທາເນື້ອຄີມລົງໄປເທິງຮ່ອງຢາແນວ

 

ຖິ້ມໄວ້ : ປ່ອຍໃຫ້ສານເຮັດຄວາມສະອາດເຮັດວຽກປະມານ 10-15 ນາທີ ເພື່ອຊ່ວຍສະລາຍເຊື້ອຣາ

ຂັດຮ່ອງຢາແໜວ : ໃຊ້ແປງ ຫຼື ແປງສີຟັນຂັດຮ່ອງໃຫ້ສະອາດທົ່ວເຖິງ

 

ລ້າງອອກ : ໃຊ້ຜ້າຊຸບນ້ຳ ຫຼື ຟອງນ້ຳເຊັດຄາງອອກໃຫ້ໝົດ

 

ເຮັດຊ້ຳຫາກຈຳເປັນ : ສຳລັບເຊື້ອຣາທີ່ດື້ ໃຫ້ເຮັດຊ້ຳ, ຫຼື ໃຊ້ຜະລິດຕະພັນກຳຈັດເຊື້ອຣາສຳເລັດຮູບ, ຫຼື ສານຟອກຂາວເຈືອຈາງ (ຜະສົມ 1 ສ່ວນຟອກຂາວກັບນ້ຳ 10 ສ່ວນ) ຢ່າຜະສົມນ້ຳສົ້ມສາຍຊູກັບຟອກຂາວ ຫຼື ແອມໂມເນຍເດັດຂາດ

 

ເຮັດໃຫ້ແຫ້ງ : ເຊື້ອຮາຂຶ້ນໄດ້ດີໃນທີ່ຊຸ່ມ, ດັ່ງນັ້ນຄວນເຮັດໃຫ້ຮ່ອງຢາແໜວ ແລະ ກະເບື້ອງແຫ້ງສະນິດຫຼັງທຳຄວາມສະອາດ

 

วิธีทำความสะอาดยาแนวในห้องน้ำ ที่คุณอาจไม่เคยรู้มาก่อน

 

5 วิธีทำความสะอาดยาแนว ที่คุณอาจไม่เคยรู้มาก่อน

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 10 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
674.10
685.56
european-union
EUR
24,207
24,691
china
CNY
2,946
3,005
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (20)
ເບິ່ງດວງລາຍວັນປະຈຳວັນພຸດ ທີ 10 ກັນຍາ 2025ໄດ້ທີ່ນີ້ເລີຍ
jane (20)
ແຈ້ງການມອດໄຟວັນທີ 26/09/2025
jane (19)
ສາ​ນປະຊາຊົນ​ສູງ​ສຸດ (ສສປສ) ເປີດກອງ​ປະຊຸມໃຫຍ່ສະມາຊິກພັກ ​​ຄັ້ງ​ທີ V ອົງຄະ​ນະ​ພັກສານ​ປະຊາຊົນ​ສູງ​ສຸດຂຶ້ນຢ່າງ​ເປັນ​ທາງການ
jane (18)
ທາງລົດໄຟຈີນ-ລາວເສີມສ້າງການຂາຍໝາກຖົ່ວລຽນເອເຊຍຕາເວັນອອກສຽງໃຕ້ໃນ ສ.ປ ຈີນ
jane (17)
ເຄັດລັບກຳຈັດເຊື້ອຣາ ຮ່ອງຢາເເນວໃນຫ້ອງນ້ຳ ໃຊ້ພຽງແຕ່ 2 ສ່ວນປະສົມງ່າຍໆ ດີກວ່າໃຊ່ສານຟອກຂາວ
pele - 2025-09-10T100905.860
ທ່ານ ບຸນໂຈມ ອຸບົນປະເສີດ ຊຸກຍູ້ການຮຽນ-ການສອນ, ຮ່ວມພິທີໄຂສົກຮຽນໃໝ່ຢູ່ເມືອງເຊໂປນ
pele - 2025-09-10T093335.512
ເລີ່ມປະຕິບັດໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ຄໍ້າປະກັນໃນການດໍາລົງຊີວິດແບບຍືນຍົງຢູ່ 18 ບ້ານ ແຂວງເຊກອງ
jane (16)
ເຜີຍແຜ່ຜົນວິເຄາະການເປັນຕົວແທນ ຂອງເພດຍິງ ແລະ ຄວາມສະເໝີພາບຍິງ-ຊາຍຈັດຂຶ້ນໃນວັນທີ 9 ກັນຍາ 2027 ຢູ່ສະພາ ແຫ່ງຊາດ
pele - 2025-09-09T155938.511
ອາສາສະໝັກ ລັດວິສາຫະກິດສະໜາມບິນ ເກົາຫຼີ ຮ່ວມຈັດກິດຈະກຳກັບນັກຮຽນ ໂຮງຮຽນມັດທະຍົມສົມບູນເດັກກໍ່າພ້າ
jane (16)
ສານໄທ ຕັດສິນໃຫ້ ທ່ານ ທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີ ຈຳຄຸກ 1 ປີ
ຢ່າລື່ມກົດຕິດຕາມ