jane (24)
ທ່ານ ພູໂຂງ ສີສຸລາດ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອາເມລິກາ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 11 September, 2025
ໝວດ: ຂ່າວ

อาจเป็นรูปภาพของ 2 คน, ห้องทำงานรูปไข่ของประธานาธิบดี และ ข้อความ

 

ໃນຕອນເຊົ້າຂອງວັນທີ 5 ກັນຍາ ຜ່ານມາ ທີ່ ທໍານຽບຂາວ, ທ່ານ ພູໂຂງ ສີສຸລາດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ທ່ານ ໂດໂນ ທຣຳ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສະຫະລັດອາເມຣິກາ ຄົນໃໝ່ ຊຶ່ງມີສຳນັກງານການທູດຕັ້ງຢູ່ນະຄອນຫຼວງວໍຊິງຕັນ, ດີຊີ (Washington, D.C.)

Digital Marketing Agency in Laos - Emerging Digital Solutions

 

ໃນໂອກາດດັ່ງກ່າວ, ທ່ານ ພູໂຂງ ສີສຸລາດ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ຄໍາອວຍພອນອັນປະເສີດຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຖິງ ທ່ານປະທານາທິບໍດີ ໂດໂນ ທຣຳ ກໍຄື ລັດຖະບານ ແລະ ປະຊາຊົນອາເມຣິກາ.

 

ພ້ອມກັນນັ້ນ, ທ່ານ ພູໂຂງ ສີສຸລາດ ຍັງໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ພ້ອມທັງໄດ້ສະແດງຄວາມຂອບໃຈອັນຈິງໃຈຕໍ່ການຮ່ວມມື ແລະ ການຊ່ວຍເຫຼືອຂອງລັດຖະບານສະຫະລັດອາເມຣິກາ ພາຍໃຕ້ຂອບການຮ່ວມມືແບບກວມລວມ ຊຶ່ງຜູ້ນຳຂອງສອງປະເທດໄດ້ລົງນາມຮ່ວມກັນໃນປີ 2016 ເປັນຕົ້ນມາ ກວມເອົາບັນດາຂົງເຂດເປັນຕົ້ນແມ່ນການເກັບກູ້ລະເບີດທີ່ບໍ່ທັນແຕກ, ການສຶກສາ ແລະ ການຝຶກອົບຮົມ, ສາທາລະນະສຸກ, ການບັງຄັບໃຊ້ກົດໝາຍ ແລະ ຂົງເຂດອື່ນໆອີກ ຊຶ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນຊຸມປີຜ່ານມາ, ພ້ອມທັງເປັນການຊຸກຍູ້ສົ່ງເສີມການພົວພັນຮ່ວມມືລາວ-ອາເມຣິກາ.

 

ໂດຍເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນລະຫວ່າງສອງປະເທດລາວ-ອາເມລິກາ ທີ່ມີສາຍພົວພັນທາງການທູດອັນຍາວນານນຳກັນເປັນເວລາ 70 ປີມາຮອດປັດຈຸບັນ, ທ່ານທູດ ຍັງໄດ້ຢືນຢັນຄໍາໝາຍໝັ້ນໃນການປະຕິບັດໜ້າທີ່ການທູດຂອງຕົນໃຫ້ດີທີ່ສຸດ ເພື່ອສືບຕໍ່ຮັກສາ, ເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມືໃນດ້ານຕ່າງໆ ລະຫວ່າງ ສປປ ລາວ ແລະ ສະຫະລັດ ອາເມຣິກາ ໃຫ້ເກີດດອກອອກຜົນ ບົນພື້ນຖານການເຄົາລົບນັບຖືຊຶ່ງກັນ ແລະ ກັນ ແລະ ເພື່ອຜົນປະໂຫຍດຮ່ວມຂອງປະຊາຊົນສອງປະເທດ.

 

ໃນຂະນະດຽວກັນ, ທ່ານ ໂດໂນ ທຣຳ ໄດ້ຕີລາຄາສູງຕໍ່ສາຍພົວພັນການທູດລາວ-ອາເມຣິກາ ຄົບຮອບ 70 ປີ ທີ່ເປັນຂີດໝາຍສໍາຄັນຂອງການພົວພັນ ແລະ ຮ່ວມມືລະຫວ່າງສອງປະເທດພ້ອມທັງສະແດງຄວາມຂອບໃຈຕໍ່ລັດຖະບານລາວທີ່ໄດ້ໃຫ້ການຮ່ວມມືໃນຂົງເຂດຕ່າງໆ ເປັນຕົ້ນແມ່ນການຄົ້ນຫາທະຫານອາເມຣິກາທີ່ຫາຍສາບສູນຢູ່ລາວໃນປາງສົງຄາມ, ການແກ້ໄຂບັນຫາຄົນເຂົ້າເມືອງຜິດກົດໝາຍໃນອາເມຣິກາ ແລະ ອື່ນໆ.

 

ນອກຈາກນັ້ນ, ທ່ານ ປະທານາທິບໍດີ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ບົດບາດຂອງ ສປປ ລາວ ໃນການເປັນປະທານອາຊຽນໃນປີ 2024 ແລະ ຢືນຢັນຄວາມໝາຍໝັ້ນໃນການເຮັດວຽກຢ່າງໃກ້ຊິດກັບລັດຖະບານລາວ ເພື່ອສືບຕໍ່ສົ່ງເສີມສັນຕິພາບ ແລະ ຄວາມສົມບູນພູນສຸກຂອງສອງປະເທດລາວ-ອາເມຣິກາ ກໍຄືໃນທົ່ວອາຊີຕາເວັນອອກສ່ຽງໃຕ້.

 

ທ່ານ ພູໂຂງ ສີສຸລາດ ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳສະຫະລັດອາເມຣິກາ ເປັນຄົນທີ 9 ນັບຕັ້ງແຕ່ປີ 1975 ເປັນຕົ້ນມາ.

 

ຂ່າວ: ກະຊວງການຕ່າງປະເທດ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 11 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
674.83
685.96
european-union
EUR
24,220
24,704
china
CNY
2,949
3,008
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-11T163146.201
ກວດຄວາມພ້ອມກຽມຝຶກຊ້ອມຮ່ວມລາວ-ຣັດເຊຍ
pele - 2025-09-11T154026.474
ນວ ທາບທາມບຸກຄະລາກອນອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ
jane (24)
ທ່ານ ພູໂຂງ ສີສຸລາດ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອາເມລິກາ
jane (23)
ຄົ້ນຄວ້າການສະເໜີຂໍອະໄພຍະໂທດ ປະຈຳປີ 2025
site cover1 - 2025-09-11T095812.728
ເບິ່ງສະເປັກແລະຟີເຈີ iPhone 17 Series ທຸກລຸ້ນ ຄົບຈົບໃນທີ່ດຽວ
pele - 2025-09-11T095635.506
ຊຽງຂວາງ ຫວັງສູ້ຊົນບໍ່ໃຫ້ຫຼຸດ 9 ຫຼຽນຄຳໃນງານກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ
jane (22)
ເບິ່ງດວງການງານ-ເງິນ ແລະ ຄວາມຮັກຄົບຈົບປະຈຳວັນທີ 11 ກັນຍາ 2025 ໄດ້ແລ້ວ
pele - 2025-09-11T092539.365
ໄດ້ປັບຂຶ້ນລາຄານ້ຳມັນກາຊວນ ແຕ່ແອັດຊັງປັບລົງ ເລີ່ມປະຕິບັດແລ້ວແຕ່ເວລາ 06:00 ໂມງຂອງມື້ນີ້
jane (20)
ເບິ່ງດວງລາຍວັນປະຈຳວັນພຸດ ທີ 10 ກັນຍາ 2025ໄດ້ທີ່ນີ້ເລີຍ
jane (20)
ແຈ້ງການມອດໄຟວັນທີ 26/09/2025
ຢ່າລື່ມກົດຕິດຕາມ