jane (32)
ນຳສະເໜີ ໂລໂກ້ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 15 September, 2025
ໝວດ: ຂ່າວ

อาจเป็นรูปภาพของ 2 คน, แท่นบรรยาย และ ข้อความ

 

ກະຊວງການຕ່າງປະເທດ ຮ່ວມກັບອົງການເຄືອຂ່າຍ ສະຫະປະຊາຊາດ (ສປຊ) ປະຈໍາ ສປປ ລາວ ນຳສະເໜີ ໂລໂກ້ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ ຢ່າງເປັນທາງການ ໃນວັນທີ 15 ກັນຍາ ນີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ບັກໂຮເດຍ ເບີຄະນ໋ອຟ ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ ພ້ອມດ້ວຍບັນດາເອກອັກຄະລັດຖະທູດ, ຫົວໜ້າສໍານັກງານການທູດ, ຜູ້ຕາງໜ້າອົງການເຄືອຂ່າຍ ສປຊ ແລະ ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ກໍໄດ້ໃຫ້ກຽດເຂົ້າຮ່ວມ.

Digital Marketing Agency in Laos - Emerging Digital Solutions

 

ທ່ານ ທອງສະຫວັນ ພົມວິຫານ ໄດ້ກ່າວວ່າ: ນັບແຕ່ ສປປ ລາວ ເຂົ້າເປັນສະມາຊິກອົງການ ສປຊ ໃນວັນທີ 14 ທັນວາ 1955 ມາຮອດປັດຈຸບັນ ແມ່ນຄົບຮອບ 70 ປີ ແລະ ປີ 2025 ນີ້ ກໍຍັງເປັນປີຄົບຮອບ 80 ປີ ການສ້າງຕັ້ງອົງການ ສປຊ (24 ຕຸລາ 1945). ຕະຫຼອດ 7 ທົດສະວັດ ທີ່ຜ່ານມາ, ສປປ ລາວ ໄດ້ຢຶດໝັ້ນຢ່າງແຂງແຮງຕໍ່ກົດບັດ ສປຊ ໂດຍອີງຕາມນະໂຍບາຍການຕ່າງປະເທດຂອງ ສປປ ລາວ ຄື: “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາ”. ການພົວພັນຮ່ວມມືດັ່ງກ່າວ, ໄດ້ນັບມື້ໄດ້ຮັບການເສີມຂະຫຍາຍຢ່າງແຂງແຮງ ແລະ ໄດ້ເປັນກາລະໂອກາດອັນດີໃຫ້ ສປປ ລາວ ໄດ້ຂະຫຍາຍການພົວພັນຮ່ວມມື ກັບວົງຄະນາຍາດສາກົນຢ່າງກວ້າງຂວາງ ແລະ ເປັນເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແຕ່ລະໄລຍະ.

 

ສປປ ລາວ ໄດ້ປະກອບສ່ວນຢ່າງຫ້າວຫັນໃນເວທີ ສປຊ ໂດຍສະເພາະການສະໜັບສະໜູນ ເປົ້າໝາຍສໍາຄັນຂອງ ສປຊ ໃນການປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ, ປ້ອງກັນບໍ່ໃຫ້ເກີດການແຂ່ງຂັນກັນດ້ານອາວຸດ ແລະ ຄວາມຂັດແຍ່ງ, ສົ່ງເສີມການຮ່ວມມືເພື່ອການພັດທະນາ, ແກ້ໄຂບັນຫາເສດຖະກິດ-ສັງຄົມ, ວັດທະນະທໍາ, ສິ່ງແວດລ້ອມ, ວຽກງານມະນຸດສະທໍາ ແລະ ສິດທິມະນຸດ ພ້ອມທັງປະຕິຮູບອົງການ ສປຊ ໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນຫຼາຍຂຶ້ນ.

 

ຫຼາຍທົດສະວັດຜ່ານມາ, ສປປ ລາວ ໄດ້ເຮັດໜ້າທີ່ຂອງຕົນເອງຢ່າງຫ້າວຫັນໃນເວທີ ສປຊ ເປັນຕົ້ນ ໄດ້ເຮັດໜ້າທີ່ເປັນປະທານ, ຮອງປະທານ ແລະ ຄະນະບໍລິຫານງານຕ່າງໆຂອງອົງກອນສໍາຄັນຂອງ ສປຊ. ໃນດ້ານການພັດທະນາ, ສປປ ລາວ ມີຄວາມພາກພູມໃຈທີ່ໄດ້ຮ່ວມມືກັບ ສປຊ ໃນການຈັດຕັ້ງປະຕິບັດເປົ້າໝາຍສະຫະສະວັດ ເພື່ອການພັດທະນາ (MDGs) ໃນເມື່ອກ່ອນ ລວມທັງເປົ້າໝາຍທີ 9 “ລະເບີດບໍ່ທັນແຕກ” ຊຶ່ງເປັນເປົ້າໝາຍອັນສະເພາະຂອງ ສປປ ລາວ. ປັດຈຸບັນ ສປປ ລາວ ພວມສືບຕໍ່ຈັດຕັ້ງປະຕິບັດເປົ້າ ໝາຍການພັດທະນາແບບຍືນຍົງ (ປພຍ/SDGs) ໂດຍຄຽງຄູ່ກັບເປົ້າໝາຍທີ 18 “ຊີວິດປອດໄພຈາກລະເບີດບໍ່ທັນແຕກ” ຊຶ່ງເປັນເປົ້າໝາຍສະເພາະຂອງ ສປປ ລາວ. ການຈັດຕັ້ງປະຕິບັດ ປພຍ ດັ່ງກ່າວນີ້ ແມ່ນໄດ້ຖືກເຊື່ອມສານເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນແຕ່ລະໄລຍະ.

 

ທ່ານ ທອງສະຫວັນ ພົມວິຫານ ໄດ້ກ່າວຕື່ມວ່າ: ໂລໂກ້ 70 ປີ ດັ່ງກ່າວນີ້ ເປັນສັນຍາລັກແຫ່ງການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ ສປຊ ຕະຫຼອດໄລຍະ 7 ທົດສະວັດຜ່ານມາ, ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ກັບອົງການ ສປຊ ໃນການເປັນຄູ່ຮ່ວມມືທີ່ດີ, ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໄລຍະຜ່ານມາ ແລະ ໄດ້ໃຫ້ຄວາມໝາຍໝັ້ນຈະສືບຕໍ່ໃຫ້ການຮ່ວມມືກັບ ສປຊ ເພື່ອເຮັດວຽກຮ່ວມກັນ ແນໃສ່ບັນລຸເປົ້າໝາຍ ປພຍ; ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ; ປະກອບສ່ວນຕໍ່ກັບການປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ແລະ ການພັດທະນາຂອງໂລກ ກໍຄື ສປປ ລາວ.

 

ໂອກາດດັ່ງກ່າວ, ທ່ານ ບັກໂຮເດຍ ເບີຄະນ໋ອຟ ໄດ້ກ່າວວ່າ: ໃນປີ 2025 ແມ່ນປີທີ່ມີຄວາມ ໝາຍຄວາມສໍາຄັນ ກໍຄືຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກຂອງອົງການ ສປຊ, ການສ້າງຕັ້ງ ສປຊ ຄົບຮອບ 80 ປີ ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ. ຕະຫຼອດໄລຍະຜ່ານມາ, ສປປ ລາວ ໄດ້ມີນະໂຍບາຍການຕ່າງປະເທດ ທີ່ສົ່ງເສີມຄວາມສາມັກຄີ, ສັນຕິພາບ ແລະ ການຮ່ວມມືສາກົນ ເພື່ອການພັດທະນາ ຊຶ່ງໄດ້ເຮັດໃຫ້ ສປປ ລາວ ມີການພັດທະນາຢ່າງຫຼວງຫຼາຍ ເປັນຕົ້ນ ການຫຼຸດຜ່ອນຄວາມທຸກຍາກ, ການປັບປຸງດ້ານໂພຊະນາການ, ສຸຂະພາບຂອງແມ່ ແລະ ເດັກ ໂດຍໃຊ້ເວລາບໍ່ຮອດສາມທົດສະວັດ.

 

ອົງການ ສປຊ ໄດ້ສ້າງຕັ້ງຂຶ້ນພາຍຫຼັງສົງຄາມໂລກ ຊຶ່ງກ່ອນ ສປປ ລາວ ຈະເປັນສະມາຊິກ ມີພຽງ 60 ປະເທດສະມາຊິກເທົ່ານັ້ນ, ແຕ່ປັດຈຸບັນ ປະກອບດ້ວຍ 193 ປະເທດ ແລະ ມີຈຸດປະສົງເພື່ອແກ້ໄຂບັນຫາຕ່າງໆ ສໍາລັບມວນມະນຸດ ເຊັ່ນ: ການແກ້ໄຂຄວາມຂັດແຍ່ງ, ຄວາມທຸກຍາກ, ໄພອຶດຫິວ, ການເຈັບປ່ວຍ ແລະ ຄວາມບໍ່ສະເໝີພາບ. ກົດບັດ ສປຊ ແມ່ນຍັງມີຄວາມແທດເໝາະກັບສະພາບການປັດຈຸບັນ. ແຕ່ເຖິງຢ່າງໃດກໍຕາມ, ສປຊ ກໍຍັງມີຄວາມຈໍາເປັນຈະຕ້ອງໄດ້ມີການປະຕິຮູບ ເພື່ອຮັບມືກັບສິ່ງທ້າທາຍທີ່ເກີດຂຶ້ນໃນປັດຈຸບັນ ແລະ ໃນອະນາຄົດ. ຂໍ້ຕົກລົງວ່າດ້ວຍອະນາຄົດທີ່ໄດ້ຮັບຮອງໃນເດືອນກັນຍາ 2024 ຜ່ານມາ ໄດ້ເປັນອີກຂໍ້ຕົກລົງໜຶ່ງທີ່ສໍາຄັນໃຫ້ແກ່ບົດບາດຂອງລະບົບຫຼາຍຝ່າຍ ແລະ ຕໍ່ກັບ ສປຊ ເອງ ໃນຖານະເປັນອົງການແກ້ໄຂບັນຫາຂອງໂລກ.

 

ອົງການ ສປຊ ໄດ້ປະສານສົມທົບກັບ ສປປ ລາວ ໃນໄລຍະຜ່ານມາ ໃນການຮັບຮອງເອົາບັນດານະໂຍບາຍທີ່ສໍາຄັນ ເພື່ອສົ່ງເສີມການມີສ່ວນຮ່ວມ ແລະ ການເຂົ້າເຖິງ, ການປົກປັກຮັກສາລະບົບນິເວດທີ່ອຸດົມສົມບູນ ຂອງປະເທດ ແລະ ມໍລະດົກທາງປະຫວັດສາດ ແລະ ທາງວັດທະນະທໍາທີ່ບໍ່ສາມາດທົດແທນໄດ້.

 

ສປຊ ຍັງໄດ້ຮ່ວມກັບລັດຖະບານ ສປປ ລາວ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງແຕ່ປາງສົງຄາມ ຊຶ່ງນໍາໄປສູ່ການຮັບຮອງເອົາ MDG 8 ແລະ SDG 18. ການຮ່ວມມືລະຫວ່າງ ສປປ ລາວ ແລະ ສປຊ ບໍ່ແມ່ນການຮ່ວມມືແບບສອງຝ່າຍ, ແຕ່ຫຼາຍໜ້າວຽກໄດ້ຮັບຜົນສໍາເລັດ ໂດຍຜ່ານການເປັນຄູ່ຮ່ວມມືກັບບັນດາປະເທດສະມາຊິກອື່ນໆ, ອົງການຈັດຕັ້ງພາກພື້ນ ແລະ ສາກົນ, ຜ່ານການຊ່ວຍເຫຼືອເພື່ອການພັດທະນາ, ການຮ່ວມມືໃຕ້-ໃຕ້ ແລະ ການມີສ່ວນຮ່ວມຂອງພາກເອກະຊົນ.

 

ທ່ານ ບັກໂຮເດຍ ເບີຄະນ໋ອຟ ໄດ້ໃຫ້ຄວາມໝາຍໝັ້ນວ່າ ສປຊ ຈະສືບຕໍ່ເຮັດວຽກຮ່ວມກັບລັດຖະບານ ສປປ ລາວ ຢ່າງແໜ້ນແຟ້ນ ແລະ ເປັນຄູ່ຮ່ວມມື ເພື່ອແກ້ໄຂສິ່ງທ້າທາຍຕ່າງໆທີ່ເກີດຂຶ້ນໃນປັດຈຸບັນ ແລະ ອະນາຄົດ.

 

อาจเป็นรูปภาพของ 12 คน, แท่นบรรยาย และ ข้อความ

 

ແຫຼ່ງຂ່າວ: ຂປລ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 15 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,496
21,773
thailand (1)
THB
672.94
683.71
european-union
EUR
24,219
24,703
china
CNY
2,941
2,999
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (34)
ນູແວນເຊລັງ ຄາດວ່າປະຊາກອນເຊື້ອສາຍອາຊີ ຈະເພີ່ມຂຶ້ນເປັນ 33%
pele - 2025-09-15T162805.113
ຈັບໂຊເຟີລົດບັນທຸກ 12 ລໍ້ ພ້ອມຢາບ້າ12.742.000 ເມັດ
jane (33)
ເປີດການຊ້ອມຮົບຮ່ວມ ລາວ-ຣັດເຊຍ ລາໂຣສ-2025
jane (32)
ນຳສະເໜີ ໂລໂກ້ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ
pele - 2025-09-15T154957.450
ແຈ້ງການມອດໄຟ 17,20,21/09/2025 (ຈຳນວນ 3 ວັນ)
jane (31)
ເຄື່ອງປະດັບເສີມການແຕ່ງຕົວຕາມລາສີ ເພີ່ມສະເໜ່ໄດ້ງ່າຍໆ
pele - 2025-09-15T143441.056
ກຽມພົບກັບງານ Laos Blockchain Fest 2025 ໃນທ້າຍເດືອນພະຈິກນີ້
pele - 2025-09-15T134622.962
ກະຊວງປ້ອງກັນປະເທດ ຈະສົ່ງ 21 ປະເພດກິລາ ເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ
jane (30)
ກອງປະຊຸມເວທີປຶກສາຫາລືວັດທະນະທຳສາກົນ ໝີແພນດາຄຳ 2025 ຈັດຂຶ້ນຢູ່ນະຄອນເສີງຕູ່ ສ ປ ຈີນ
jane (29)
ເບິ່ງດວງປະຈຳວັນຈັນ ທີ່ 15 ກັນຍາ 2025
ຢ່າລື່ມກົດຕິດຕາມ