jane (38)
ການ​ເສຍ​ຊີວິດ​ຈາກພະຍາດ​ອະຫິວາ (cholera symptoms​) ເພີ່ມ​ຂຶ້ນ​ 50% ໃນປີດຽວ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 16 September, 2025

What Is an Impact Study? (with pictures)

 

ຂ່າວຕ່າງປະເທດລາຍງານ ໃນວັນທີ 15 ກັນຍາ ຜ່ານມາວ່າ: ອົງການ​ອະນາ​ໄມ​ໂລກ ຫຼື WHO ໄດ້​ລາຍ​ງານ​ວ່າ ຈຳນວນ​ຜູ້​ເປັນ​ພະຍາດ​ອະຫິວາ ​ແລະ​ ຜູ້​ເສຍ​ຊີວິດຈາກພະຍາດອະຫິວາ​ໃນ​ທົ່ວ​ໂລກ ໃນປີ 2024 ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ເປັນ​ໜ້າ​ວິຕົກ​ກັງວົນ, ໂດຍມີ​ຜູ້​ຕິດ​ເຊື້ອ​ຫຼາຍກວ່າ 560,000 ຄົນ ​ແລະ ​ເສຍ​ຊີວິດ​ເພີ່ມ​ຂຶ້ນ 50% ພາຍ​ໃນ​ປີ​ດຽວ.

 

ບົດ​ລາຍ​ງານ​ຂອງ WHO ຊີ້​ໃຫ້​ເຫັນ​ວ່າ​: ພະຍາດ​ອະຫິວາ​ຍັງ​ແຜ່​ລະບາດໜັກ​ຢູ່​ໃນ​ອາ​ຟຣິກາ, ຕາ​ເວັນ​ອອກ​ກາງແລະ​ ອາຊີ ຊຶ່ງກວມເຖິງ 98% ຂອງ​ຄົນເຈັບທັງໝົດ. ໂດຍມີ 12 ປະເທດໄດ້ລາຍງານຜູ້ຕິດເຊື້ອຫຼາຍກວ່າ 10,000 ຄົນ ແລະ 7 ປະເທດໄດ້ປະສົບກັບການລະບາດຄັ້ງໃຫຍ່ເປັນຄັ້ງທໍາອິດໃນປີຜ່ານມາ.

 

​ເປັນທີ່​ໜ້າ​ສົນ​ໃຈຄື ​ປະ​ເທດ​ໂຄ​ໂມ​ໂຣ​ສ ເກາະນ້ອຍໆ​ໃນ​ອາ​ຟຣິກາ​ຕາ​ເວັນ​ອອກ​ໄດ້​ພົບການກັບມາຂອງ​​ພະຍາດ​ອະຫິວາ ຫຼັງ​ຈາກ​ໄດ້​ຫາຍ​ສາບ​ສູນ​ໄປ 15 ປີ.

 

ຈຳນວນຄົນເຈັບ ແລະ ຜູ້ເສຍຊີວິດຈາກພະຍາດອະຫິວາທົ່ວໂລກໃນປີ 2024 ຍັງສືບຕໍ່ເພີ່ມຂຶ້ນໃນອັດຕາທີ່ໜ້າເປັນຫ່ວງ, ໂດຍມີລາຍງານຄົນເຈັບຫຼາຍກວ່າ 560,000 ຄົນ ໃນ 60 ປະເທດ ແລະ ເຂດແຄວ້ນ, ເພີ່ມຂຶ້ນປະມານ 5% ເມື່ອທຽບກັບປີ 2023. ຂະນະທີ່ການເສຍຊີວິດໄດ້ເພີ່ມຂຶ້ນຫຼາຍກວ່າ 6,000 ຄົນ ຫຼື ເພີ່ມຂຶ້ນ 50% ພາຍໃນປີດຽວ, ສະເພາະໃນອາຟຣິກາ.

 

ອັດຕາການຕາຍຕໍ່ຈຳນວນຄົນເຈັບ ເພີ່ມຂຶ້ນຈາກ 1.4% ໃນປີ 2023 ເປັນ 1.9% ໃນປີ 2024 ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຮຸນແຮງຂອງສະຖານະການ.

 

ອົງການ WHO ກ່າວ​ວ່າ: ປັດ​ໄຈ​ສຳຄັນ​ທີ່​ເຮັດໃຫ້ພະຍາດອະທິວາ​ແຜ່​ລະບາດຢ່າງຕໍ່ເນື່ອງ ຍ້ອນ​ຄວາມ​ຂັດ​ແຍ່ງ, ​ການ​ປ່ຽນ​ແປງ​ຂອງສະພາບດິນ​ຟ້າ​ອາກາດ, ການ​ເຄື່ອນ​ຍ້າຍ​ຖິ່ນ​ຖານ ​ແລະ ບັນຫາການຂາດແຄນໂຄງສ້າງພື້ນຖານດ້ານນ້ຳ​ ແລະ ສຸຂາ​ພິບານ, ພະຍາດດັ່ງກ່າວແຜ່ລາມຢ່າງໄວວາໂດຍຜ່ານນໍ້າທີ່ປົນເປື້ອນອາຈົມ.

 

12 dead as Cholera outbreak hits Camerounian village - P.M. News

 

ຂໍ້ມູນເບື້ອງຕົ້ນໃນປີ 2025 ລະບຸວ່າ: ນັບແຕ່ຕົ້ນປີ 2025 ຫາ ວັນທີ 17 ສິງຫາ ຜ່ານມາ, ມີ 31 ປະເທດ ແລະ ເຂດແຄວ້ນ ລາຍງານການລະບາດຂອງພະຍາດອະຫິວາ ແລະ ຖອກທ້ອງຮຸ່ນແຮງ, ໂດຍມີຜູ້ຕິດເຊື້ອຫຼາຍກວ່າ 409,000 ຄົນທົ່ວໂລກ,

ຫຼຸດລົງ 20% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.

ຢ່າງໃດກໍຕາມ, ຈໍານວນຜູ້ເສຍຊີວິດເພີ່ມຂຶ້ນ 46%, ໂດຍມີຜູ້ເສຍຊີວິດແລ້ວ 4,738 ຄົນ ຊຶ່ງຊີ້ໃຫ້ເຫັນເຖິງສິ່ງທ້າທາຍທີ່ສໍາຄັນທີ່ປະຊາຄົມໂລກຕ້ອງແກ້ໄຂໃນການຄວບຄຸມພະຍາດທີ່ຍັງສືບຕໍ່ເອົາຊີວິດຜູ້ຄົນຈຳນວນຫຼາຍ.

 

 

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 7 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
664.23
675.52
european-union
EUR
23,965
24,445
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 7 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,510,000
43,040,000
42,027,000
43,149,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-07T162312.010
ແຈ້ງການມອດໄຟ ວັນທີ 09/11/2025
jane - 2025-11-07T161727.798
ພາຍຸຄັລເມກີ (KALMEGI) ອ່ອນກຳລັງເປັນຄວາມກົດອາກາດຕໍ່າ ສົ່ງຜົນກະທົບຫລັກໃນທາງພາກໃຕ້ຂອງ ສ ປ ປ ລາວ
site cover1 - 2025-11-07T150413.379
ບໍ່ຈໍາເປັນຕ້ອງພຶງພາຕ່າງປະເທດ ຈີນສ້າງກັງຫັນລົມນອກຊາຍຝັ່ງ ເພື່ອຜະລິດໄຟຟ້າໃຊ້ເອງ
site cover1 - 2025-11-07T133340.944
ເກົາຫຼີເໜືອຍິງຂີປະນາວຸດທີ່ບໍ່ຮູ້ຊະນິດ ຫຼັງຈາກສະຫະລັດອະນຸມັດໃຫ້ເກົາຫຼີໃຕ້ສ້າງເຮືອດຳນ້ຳນິວເຄຍ
pele - 2025-11-07T120421.063
ແຈ້ງມອດໄຟ ວັນທີ 10.11.2025
jane - 2025-11-07T113450.691
ຄືນວັນທີ 6 ພະຈິກ 2025ຜ່ານມາ ຢູ່ແຂວງອັດຕະປື ເກີດມີລົມພັດແຮງ ເຮັດໃຫ້ຫລັງຄາ-ເພດານ ໂຮງຮຽນ ແລະ ຫລັງຄາເຮືອນປະຊາຊົນ ປິວ ໄດ້ຮັບຄວາມເສຍຫາຍ ຫລາຍຈຸດ
jane - 2025-11-07T111403.489
ຮັບຮອງແຕ່ງຕັ້ງ ທ່ານ ບຸນຄົງ ພັນວົງສາ ເປັນປະທານອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງຈໍາປາສັກ (ຄົນໃໝ່)
jane - 2025-11-07T102739.534
ເບິ່ງດວງປະຈຳ ວັນທີ 07 ພະຈິກ 2025
site cover1 - 1
Apple ຈ່າຍເງິນ 1 ພັນລ້ານໂດລາໃຫ້ Google ເພື່ອຊ່ວຍພັດທະນາ Siri
pele - 2025-11-07T092408.575
ສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍກວ່າ​ 2.5 ໄມຄຣອນ (PM 2.5) ປະຈຳວັນທ​ີ 07 ພະຈິກ ​2025
ຢ່າລື່ມກົດຕິດຕາມ