jane (41)
ຈັບແຮງງານລາວເຂົ້າເມືອງໄທຜິດກົດໝາຍ 3 ຄົນ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 16 September, 2025
ໝວດ: ຂ່າວ

อาจเป็นรูปภาพของ 7 คน, วัด และ ข้อความ

 

ວັນທີ 15 ກັນຍາ 2025 ເວລາ 14:40 ໂມງ, ອີງຕາມນະໂຍບາຍກວາດລ້າງຈັບກຸມຄົນຕ່າງດ້າວທີ່ຢູ່ເກີນກຳນົດອະນຸ ຍາດ ແລະ ລັກລອບເຮັດວຽກຜິດກົດໝາຍ ຂອງສຳນັກງານຕຳຫຼວດແຫ່ງຊາດ ແລະ ສຳນັກງານກວດຄົນເຂົ້າເມືອງ, ຊຸດສືບ ສວນປາບປາມກວດຄົນເຂົ້າເມືອງ ຈ ຂອນແກ່ນ ໄດ້ປະສານງານກັນເຂົ້າກວດກາຮ້ານຄ້າຂາຍຍ່ອຍແຫ່ງໜຶ່ງ ໃນຂອບເຂດເທດສະ ບານເມືອງ ຈ.ຂອນແກ່ນ ຫຼັງຈາກໄດ້ຮັບແຈ້ງຈາກສາຍ ລັບວ່າມີການຈ້າງແຮງງານຕ່າງດ້າວຜິດກົດໝາຍ.

Digital Marketing Agency in Laos - Emerging Digital Solutions

 

อาจเป็นรูปภาพของ 3 คน และ ข้อความ

 

ຈາກການເຂົ້າກວດກາຮ້ານເຈ໊ແຄັດ ທີ່ຖະໜົນໜ້າເມືອງ, ເຈົ້າໜ້າທີ່ພົບເຫັນແຮງງານຕ່າງດ້າວສັນຊາດລາວຈຳນວນ 3 ຄົນ ກໍາລັງເຮັດວຽກຈັດລຽງສິນຄ້າພາຍໃນຮ້ານ. ຈຶ່ງໄດ້ສະແດງຕົວເປັນພະນັກງານກວດຄົນເຂົ້າເມືອງ ເພື່ອຂໍກວດກາເອກະສານໜັງສືເດີນທາງ ແລະ ໃບອະນຸຍາດເຮັດວຽກ. ພົບວ່າທັງສາມຄົນມີໜັງສືເດີນທາງ ແຕ່ບໍ່ມີໃບອະນຸຍາດເຮັດວຽກຢ່າງຖືກຕ້ອງຕາມກົດໝາຍ. ຄົນຕ່າງດ້າວທີ່ຖືກຈັບກຸມທັງ 3 ຄົນປະກອບມີ:

– ນາງ ຄອງມາ ອາຍຸ 30 ປີ

– ທ້າວ ສີສຸມັງ ອາຍຸ 31 ປີ

– ທ້າວ ໄໝໄທ ອາຍຸ 21 ປີ

ຈາກການສອບສວນພົບວ່າ ທັງສາມຄົນໄດ້ເດີນທາງເຂົ້າມາປະເທດໄທດ້ວຍວີຊ່ານັກທ່ອງທ່ຽວ ແລະ ຍັງໄດ້ຮັບອະນຸຍາດໃຫ້ຢູ່ໃນລາຊະອານາຈັກ ແຕ່ກັບລັກລອບເຮັດວຽກໂດຍບໍ່ມີໃບອະນຸຍາດ ເຊິ່ງຖືວ່າເປັນການກະທຳຜິດ ຕາມມາດຕາ 8 ຂອງພະຣາຊະກຳນົດການບໍລິຫານຈັດການການເຮັດວຽກຂອງຄົນຕ່າງ ດ້າວ ພ.ສ. 2560 ແລະ ທີ່ໄດ້ແກ້ໄຂເພີ່ມເຕີມ ສະບັບທີ 2 ພ.ສ. 2561.

 

อาจเป็นรูปภาพของ ‎1 คน, ของเล่น และ ‎ข้อความพูดว่า "‎اللا พิเคษ‎"‎‎

 

ເຈົ້າໜ້າທີ່ ຕມ. ຂອນແກ່ນ ຈຶ່ງໄດ້ແຈ້ງຂໍ້ຫາກັບຄົນຕ່າງດ້າວທັງສາມຄົນວ່າ “ເປັນບຸກຄົນຕ່າງດ້າວເຮັດວຽກໂດຍບໍ່ມີໃບອະນຸຍາດເຮັດວຽກ” ພ້ອມທັງນໍາຕົວຜູ້ຕ້ອງຫາທັງສາມຄົນສົ່ງພະນັກງານສອບສວນສະຖານີຕຳຫຼວດພູທອນເມືອງຂອນແກ່ນ ເພື່ອດໍາເນີນຄະດີຕາມກົດໝາຍຕໍ່ໄປ.

 

อาจเป็นรูปภาพของ 2 คน, แผงขายหนังสือพิมพ์ และ ข้อความ

 

อาจเป็นรูปภาพของ 5 คน และ ข้อความ

ຂ່າວຈາກ : ข่าวขอนแก่นวีคลี่นิวส์

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 16 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,490
21,766
thailand (1)
THB
671.87
682.62
european-union
EUR
24,268
24,754
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (42)
ເບີ່ງດວງປີ 2025 ຕາມລາສີ
jane (41)
ຈັບແຮງງານລາວເຂົ້າເມືອງໄທຜິດກົດໝາຍ 3 ຄົນ
jane (40)
ປກສ ແຂວງຊຽງຂວາງ ກວດຢຶດ ແລະ ກັກຕົວຜູ້ ລັກລອບຂຸດຄົ້ນແຮ່ຄຳ ຢູ່ເຂດພູແຮ່ ເມືອງແປກ
pele - 2025-09-16T142905.476
ບໍລິສັດ ຈົງຢູນເມືອງຫຼາຊຸກຍູ້ກອງປະຊຸມໃຫຍ່ ອົງຄະນະພັກແຂວງຜົ້ງສາລີ
pele - 2025-09-16T140023.726
ຫາດຊາຍຟອງ ເອົາໃຈໃສ່ກວດກາຄວາມບໍ່ເປັນລະບຽບຕາມແຄມທາງຫຼວງ
jane (38)
ການ​ເສຍ​ຊີວິດ​ຈາກພະຍາດ​ອະຫິວາ (cholera symptoms​) ເພີ່ມ​ຂຶ້ນ​ 50% ໃນປີດຽວ
jane (38)
ວັນທີ 16 ກັນຍາ ວັນໂອໂຊນໂລກ (World Ozone Day)
jane (37)
ອັບເດດຂ່າວສານກ່ອນຈະອັບ iOS 26 ທີ່ທາງ Apple ໄດ້ປ່ອຍອັບເດດແລ້ວມີຫຍັງໃໝ່ແດ່ມາເບິ່ງກັນ
pele - 2025-09-16T110438.498
ຜູ້ຊົມໃຊ້ນ້ຳປະປາ ເຂດເມືອງໄຊທານີ ໃຫ້ກຽມກັກເກັບນ້ຳໄວ້ໃຊ້ ຈະໄດ້ປິດນ້ຳຊົ່ວຄາວ
jane (36)
ເກີດອຸບັດຕິເຫດລົດຕຳກັນ ວັນທີ16/9/25 ເຮັດໃຫ້ມີຄົນເຈັບ18 ຄົນ.
ຢ່າລື່ມກົດຕິດຕາມ