ດາວສຸກເຄື່ອນຍ້າຍລາສີ ສົ່ງຜົນຊັດເຈນ ເລື່ອງການເງິນ ໂຊກລາບ ກວດເບິ່ງດວງ 12 ລາສີ ໃຜມີເກນຮັບຊັບ
ດາວສຸກເຄື່ອນຍ້າຍລາສີ ເມື່ອດາວສຸກ ດາວແຫ່ງຄວາມຮັກ ຄວາມສຸກ ຄວາມມັ່ງຄັ່ງ ແລະ ສະເໜ່ທາງສັງຄົມ ເຄື່ອນຍ້າຍເຂົ້າສູ່ລາສີສິງຕັ້ງແຕ່ວັນທີ່ 16 ກັນຍາ – 11 ຕຸລາ 2568 ເປັນເວລາ 26 ວັນເຕັມ ພະລັງຂອງດາວສຸກທີ່ເສີມໃນຄັ້ງນີ້
ຈະສົ່ງອິດທິພົນຊັດເຈນຕໍ່ທັງ 12 ລັກຂະນະ ໂດຍສະເພາະດ້ານການເງິນ ໂຊກລາບ ແລະ ສະເໜ່ທີ່ໂດດເດັ່ນເປັນພິເສດ ມາເຊັກດວງທັງ 12 ລັກຂະນະ ດັ່ງນີ້:
ດາວສຸກເຄື່ອນຍ້າຍລາສີ
ລາສີເມກ ການເງິນຄ່ອງຕົວ ລາຍໄດ້ໝູນວຽນດີຂື້ນ ມີເກນໄດ້ລາບຈາກຄວາມຮັກຄວາມເມດຕາຂອງຄົນໃກ້ຊິດ ຫຼື ມີລາຍໄດ້ຈາກການລົງທຶນນ້ອຍໆ
ລາສີພຶດສົກ ການເງິນຈະໄດ້ຮັບການສະໜັບສະໜູນຈາກຄອບຄົວ ມີໂອກາດໄດ້ຊັບສິນ ແລະ ຂອງມີຄ່າທີ່ເພີ່ມພູນຖານະໃຫ້ໝັ້ນຄົງ ທຸລະກິດດ້ານອະສັງຫາລິມະຊັບໂດດເດັ່ນ
ລາສີມິຖຸນາ ການເຈລະຈາທຸລະກິດປະສົບຄວາມສຳເລັດດີ ໄດ້ເງິນຈາກການຕິດຕໍ່ສື່ສານ ແລະ ການເດີນທາງ ມີໂຊກລາບຈາກຄົນໃກ້ຊິດ ຫຼື ເຄືອຂ່າຍ
ລາສີກໍລະກົດ ລາຍໄດ້ເພີ່ມຂື້ນຢ່າງເຫັນໄດ້ຊັດ ມີໂອກາດໄດ້ເງິນກ້ອນໃຫຍ່ ຫຼື ໂຊກລາບພິເສດ ເຊີ່ງເປັນຜົນລັບມາຈາກຄວາມພະຍາຍາມ ແລະ ຜົນງານທີ່ສ້າງໄວ້
ລາສີສິງ ດາວສຸກທັບລັກຂະນະ ການເງິນໂດດເດັ່ນ ມີໂອກາດໄດ້ລາບລອຍ ລາຍໄດ້ພິເສດຈາກສະເໜ່ ແລະ ຄວາມສາມາດສະເພາະຕົວ ໄດ້ຮັບແຮງສະໜັບສະໜູນຈາກຜູ້ໃຫຍ່ ແລະ ຄົນຮອບຂ້າງ
ລາສີກັນ ດາວສຸກໂຄຈອນພົບຄວາມວິນາດ ທຳໃຫ້ຄ່າໃຊ້ຈ່າຍເພີ່ມຂື້ນ ທັງທີ່ຈຳເປັນ ແລະ ບໍ່ຈຳເປັນ ອາດມີລາຍຈ່າຍແອບແຝງທີ່ຄາດບໍ່ຖຶງ ຄວນວາງແຜນການເງິນໃຫ້ຮອບຄອບ ບໍ່ດັ່ງນັ້ນຈະເກັບເງິນບໍ່ຢູ່
ລາສີຕຸລະ ດາວສຸກໂຄຈອນພົບ ການເງິນດີຂື້ນ ມີລາຍໄດ້ເຂົ້າມາຫຼາຍທາງ ໄດ້ຮັບການສະໜັບສະໜູນຈາກຜູ້ໃຫຍ່ ສົ່ງຜົນໃຫ້ສະຖານະການເງິນໝັ້ນຄົງຂື້ນ
ລາສີພິຈິກ ການເງິນເພີ່ມຂື້ນຕາມງານທີ່ຮັບຜິດຊອບ ການສ້າງຜົນງານໃໝ່ໆ ແລະ ຊື່ສຽງທີ່ສະສົມມາ ໂຊກລາບເກີດຈາກຄວາມທຸ່ມເທໃນໜ້າທີ່ໂດຍກົງ
ລາສີທະນູ ການເງິນສົດໃສ ມີການເດີນທາງເພີ່ມຂື້ນ ງານຕ່າງປະເທດ ຫຼື ການລົງທຶນທີ່ກ່ຽວຂ້ອງກັບຕ່າງແດນ ມີໂອກາດໄດ້ໂຊກນ້ອຍໆ ຈາກການສຽງດວງ
ລາສີມັງກອນ ດາວສຸກໂຄຈອນພົບອຸປະສັກ ຕ້ອງລະວັງການລົງທຶນທີ່ມີຄວາມສ່ຽງເກີນໄປ ການຕັດສິນໃຈທາງການເງິນໂດຍບໍ່ຄິດໃຫ້ຮອບຄອບອາດນຳໄປສູ່ໜີ້ສິນໃນອະນາຄົດ ມີຄ່າໃຊ້ຈ່າຍກະທັນຫັນ
ລາສີກຸມພະ ການເງິນດີຂື້ນຈາກຄົນໃກ້ຊິດ ການທຳທຸລະກິດຮ່ວມກັບຜູ້ອື່ນຈະໄດ້ຮັບການສະໜັບສະໜູນຊ່ວຍເຫຼືອ ເຮັດໃຫ້ການເງິນໝູນວຽນລື່ນໄຫຼຂື້ນ
ລາສີມີນ ດາວສຸກໂຄຈອນພົບສັດຕູ ເຮັດໃຫ້ມີລາຍຈ່າຍກ່ຽວກັບສຸຂະພາບເພີ່ມຂື້ນ ມີເລື່ອງກວນໃຈໃຫ້ຄິດຫຼາຍ ເງິນຫາຍາກ ຕ້ອງອາໄສຄວາມພະຍາຍາມ ແລະ ງານປະຈຳເປັນຫຼັກ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,483 | 21,759 |
![]() THB | 672.65 | 683.41 |
![]() EUR | 24,437 | 24,926 |
![]() CNY | 2,953 | 3,012 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |