ວັນທີ 18 ກັນຍາ 2025 ທະນາຄານກາງສະຫະລັດອາເມລິກາ (Fed) ໄດ້ປະກາດຫລຸດອັດຕາດອກເບ້ຍນະໂຍບາຍລົງ 0.25% ຢ່າງເປັນທາງການ ເຮັດໃຫ້ອັດຕາດອກເບ້ຍຢູ່ໃນຂອບໃໝ່ຢູ່ທີ່ 4.00% – 4.25% ເຖິງວ່າການຕັດສິນໃຈຄັ້ງນີ້ຈະເປັນສັນຍານບວກຕໍ່ຕະຫລາດການເງິນ, ແຕ່ທ່ານ Jerome Powell ປະທານ Fed ກໍໄດ້ເນັ້ນຢໍ້າວ່າການຕັດສິນໃຈຄັ້ງຕໍ່ໄປຈະຂຶ້ນຢູ່ກັບຂໍ້ມູນທາງເສດຖະກິດເທົ່ານັ້ນ ແລະ ບໍ່ມີການກຳນົດລ່ວງໜ້າວ່າຈະຫລຸດຢ່າງຕໍ່ເນື່ອງ.
ການຫລຸດດອກເບ້ຍຄັ້ງນີ້ຖືເປັນມາດຕະການ “ຈັດການຄວາມສ່ຽງ” (Risk Management) ເພື່ອຕອບສະໜອງຕໍ່ສັນຍານການຂະຫຍາຍຕົວຊ້າໃນຕະຫລາດແຮງງານ, ນີ້ສະແດງໃຫ້ເຫັນເຖິງການປ່ຽນແປງຈຸດຢືນຂອງ Fed ຈາກທີ່ເຄີຍມຸ່ງເນັ້ນການຕໍ່ສູ້ກັບເງິນເຟີ້ ມາສູ່ການສະໜັບສະໜູນການເຕີບໂຕ ແລະ ສະຖຽນລະພາບທາງເສດຖະກິດຫລາຍຂຶ້ນ.
ນັກວິເຄາະຫລາຍທ່ານຄາດວ່າ Fed ອາດຈະຫລຸດດອກເບ້ຍອີກໃນອະນາຄົດ, Morgan Stanley ຄາດວ່າອາດຈະຫຫລຸດໄດ້ເຖິງ 75 bps ພາຍໃນທ້າຍປີ ໃນຂະນະທີ່ Société Générale ແນະນຳໃຫ້ນັກລົງທຶນເພີ່ມການລົງທຶນໃນ ຫຸ້ນ ແລະ Deutsche Bank ໄດ້ປັບເພີ່ມການຄາດຄະເນລາຄາຄຳເປັນ 4,000 ໂດລາສະຫະລັດຕໍ່ອອນສ໌ ພາຍໃນປີ 2026.
ດັ່ງນັ້ນ, ການຫລຸດດອກເບ້ຍຄັ້ງນີ້ແມ່ນສັນຍານບວກຕໍ່ຕະຫລາດການລົງທຶນ ໂດຍສະເພາະຫຸ້ນ ແລະ ຄຳ, ແຕ່ການຕັດສິນໃຈໃນແຕ່ລະບາດກ້າວຂອງ Fed ຫລັງຈາກນີ້ ຈະຂຶ້ນກັບຂໍ້ມູນທາງເສດຖະກິດຢ່າງໃກ້ຊິດ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,483 | 21,759 |
![]() THB | 672.65 | 683.41 |
![]() EUR | 24,437 | 24,926 |
![]() CNY | 2,953 | 3,012 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |