ຂປລ. ຈີນ ແລະ ລາວ ແມ່ນປະເທດບ້ານໃກ້ເຮືອນຄຽງສັງຄົມນິຍົມ ທີ່ສະໜິດສະແໜ້ນ ແລະ ນໍາໜ້າໃນການສ້າງປະຊາຄົມຮ່ວມຊະຕາກຳມວນມະນຸດ ການພົບປະລະຫວ່າງ ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປຈີນ ແລະ ສະຫາຍ ຕິ່ງເຊສຽງ ຮອງນາຍົກລັດຖະມົນຕີ ສປ ຈີນ ກັບ ສະຫາຍ ທອງລຸນ ສີສຸລິດ ໃນໂອກາກຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ ໃນລະຫວ່າງວັນທີ 3-6 ກັນຍາຜ່ານມາ, ຜູ້ນຳສູງສຸດຂອງສອງພັກ, ສອງລັດ ໄດ້ແລກປ່ຽນຄວາມຄິດຄວາມເຫັນນຳກັນຢ່າງເລິກເຊິ່ງ ກ່ຽວກັບການລົງເລິກການກໍ່ສ້າງ ຄູ່ຮ່ວມຊາຕາກໍາຈີນ-ລາວໃນຍຸກໃໝ່.
ໃນວັນທີ 16 ກັນຍາ 2025 ນີ້, ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ ໄດ້ຖະແຫລງຂ່າວຜົນສຳເລັດ ການຢ້ຽມຢາມ ສປ ຈີນ ຢ່າງເປັນທາງການຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໃນລະຫວ່າງວັນທີ 3-6 ກັນຍາຜ່ານມາ ເຊິ່ງການຢ້ຽມຢາມດັ່ງກ່າວ, ການນໍາຂັ້ນສູງຂອງສອງປະເທດກໍໄດ້ມີການພົບ ໂດຍສອງຝ່າຍເຫັນດີເປັນເອກະພາບ ກ່ຽວກັບການພົວພັນລາວ-ຈີນ ແລະ ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ເຊິ່ງໄດ້ຊີ້ໃຫ້ເຫັນທິດທາງ ແລະ ເພີ່ມກຳລັງແຮງເຂົ້າໃນການຮ່ວມມື ລະຫວ່າງສອງປະເທດ. ການພົບປະຄັ້ງນີ້, ຜູ້ນຳສູງສຸດຂອງສອງພັກ, ສອງລັດ ໄດ້ແລກປ່ຽນຄວາມຄິດຄວາມເຫັນນຳກັນຢ່າງເລິກເຊິ່ງ ກ່ຽວກັບການລົງເລິກການກໍ່ສ້າງ ຄູ່ຮ່ວມຊາຕາກໍາຈີນ-ລາວໃນຍຸກໃໝ່.
ໂອກາດດັ່ງກ່າວ, ສະຫາຍ ສີຈິ້ນຜິງ ໄດ້ກ່າວວ່າ: ນັບແຕ່ໄດ້ລົງນາມ ໃນແຜນການດຳເນີນງານການສ້າງຄູ່ຮ່ວມຊະຕາກຳຈີນ-ລາວ 5 ປີສະບັບໃໝ່ ໃນເດືອນຕຸລາ 2023 ເປັນຕົ້ນມາ, ໄດ້ບັນລຸໝາກຜົນອັນສຳຄັນ ໃນການຮ່ວມມືໃນຫລາຍຂົງເຂດ, ສະແດງໃຫ້ເຫັນຄວາມໝາຍຍຸດທະສາດ ແລະ ບົດບາດເປັນຕົວຢ່າງ ຂອງຄູ່ຮ່ວມຊາຕາກໍາຈີນ-ລາວ. ພ້ອມກັນນັ້ນ, ສະຫາຍ ທອງລຸນ ສີສຸລິດ ກໍໄດ້ກ່າວວ່າ: ປັດຈຸບັນ, ການພົວພັນລາວ-ຈີນ ຢູ່ໃນໄລຍະທີ່ດີທີ່ສຸດໃນປະຫວັດສາດ, ສປປ ລາວ ຍິນດີສືບຕໍ່ຮ່ວມມືກັບ ສປ ຈີນ ປະຕິບັດແຜນການ 5 ປີສະບັບໃໝ່ ໃຫ້ເກີດດອກອອກຜົນ ເພື່ອຊຸກຍູ້ການກໍ່ສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ກ້າວສູ່ເປົ້າໝາຍທີ່ມີມາດຕະຖານສູງ, ມີຄຸນນະພາບສູງ ແລະ ລະດັບສູງກວ່າເກົ່າ.
ໃນໄລຍະຢ້ຽມຢາມ, ສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງລະຫວ່າງ ລັດຖະບານກ່ຽວກັບວຽກງານ “ກວດປະຕູດຽວຄັ້ງດຽວ” ຢູ່ດ່ານສາກົນສະຖານີລົດໄຟລາວ-ຈີນ ເພື່ອເຮັດໃຫ້ຜູ້ໂດຍສານຂີ່ລົດໄຟເຂົ້າ-ອອກເມືອງ ລົງລົດແລ່ນເອກະສານຄັ້ງດຽວ ກໍສຳເລັດການຜ່ານດ່ານ, ເຮັດໃຫ້ເວລາການຜ່ານດ່ານສັ້ນລົງ. ນອກນັ້ນ, ຈີນ ຍັງຈະລົງເລິກການຮ່ວມມືກັບລາວ ໃນຂົງເຂດຕ່າງໆເຊັ່ນ: ປັນຍາປະດິດ, ການນຳທາງດາວທຽມ, ການປິ່ນປົວພະຍາດ, ການສຶກສາ, ການແກ້ໄຂຄວາມທຸກຍາກ, ການກວດກາພະ ຍາດ ແລະ ອື່ນໆ ເພື່ອສ້າງຄວາມຜາສຸກ ໃຫ້ແກ່ປະຊາຊົນສອງປະເທດ ແລະ ການເຊື່ອມໂຍນເຊື່ອມຈອດໃນພາກພື້ນ.
ຂ່າວ: ກິດຕາ
ພາບ: ຂັນໄຊ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,483 | 21,759 |
![]() THB | 672.65 | 683.41 |
![]() EUR | 24,437 | 24,926 |
![]() CNY | 2,953 | 3,012 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |