jane (61)
ຊ໊ອກ! ພົບສົບເດັກສາວລຸ່້ນໃນກະໂປງລົດ Tesla ຂອງນັກຮ້ອງດັງ D4vd ຫຼື David Burke ເຈົ້າຂອງເພງຮິດເຊັ່ນ "Here with me"
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 19 September, 2025

Authorities Identify Body Found in Singer D4vd's Tesla, 15-Year-Old Girl

 

ເຊື່ອວ່າຫຼາຍຄົນຍັງຄົງຈື່ກ່ຽວກັບຂ່າວການພົບເຫັນສົບຂອງຜູ້ຍິງຄົນໜຶ່ງຢູ່ໃນລົດ Tesla ຂອງແຣັບເປີທີ່ມີຊື່ສຽງ D4vd ຫຼື David Burke ອາຍຸ 20 ປີ ເຈົ້າຂອງເພງຮິດຕ່າງໆ ເຊັ່ນ “Here with me”, “Romantic Homicide” ທີ່ຈອດ ຢູ່ລານຈອດລົດແຖວ Hollywood Hills ເຊິ່ງເປັນບ່ອນເກັບລົດທີ່ຖືກຈອດຖິ້ມໄວ້ດົນໆ ຫຼື ລົດທີ່ເຈົ້າຂອງປະຖິ້ມໄວ້ ໃນວັນທີ 8 ກັນຍາທີ່ຜ່ານມາ

ຕອນແລ້ວເລື່ອງມັນກໍ່ສັບສົນພໍເບິ່ງແລ້ວ ເພາະວ່າລົດຄັນດັ່ງກ່າວຈົດທະບຽນຢູ່ລັດເທັກຊັສ ແຕ່ກັບມາຈອດຖິ້ມໄວ້ຂ້າງທາງແຖວ Hollywood Hills ເປັນເວລາເກືອບເດືອນກ່ອນຖືກລາກມາເກັບໄວ້ຢູ່ບ່ອນດັ່ງກ່າວ. ທີ່ສຳຄັນກໍ່ຄື ທາງນັກຮ້ອງມີຊື່ສຽງເອງກໍ່ບໍ່ໄດ້ໄປແຈ້ງຄວາມກັບຕຳຫຼວດໄວ້ວ່າລົດເສຍ ຫຼື ຖືກໂຈນລັກໄປແຕ່ຢ່າງໃດ ແລະ ຍັງຄົງອອກທົວຄອນເສີດຕໍ່ໄປ.  ຫຼ້າສຸດໄດ້ມີການເປີດເຜີຍຊື່ຂອງຜູ້ເສຍຊີວິດອອກມາແລ້ວ ແລະ ກໍ່ຍິ່ງເຮັດໃຫ້ເລື່ອງມັນຊວນງົງ ແລະ ສັບສົນກັນຂຶ້ນໄປອີກ.

 

Did D4vd Knew Celeste Rivas? Here's All About The Identity Of Dead Body Found In Singer's Tesla

 

ໂດຍສົບຂອງຍິງສາວຄົນດັ່ງກ່າວກໍ່ຄື “ເຊເລສເຕ ລິວາສ” (Celeste Rivas) ອາຍຸພຽງ 15 ປີເທົ່ານັ້ນ. ສ່ວນທີ່ເຮັດໃຫ້ເລຶ່ອງມັນຊວນງົງກໍ່ເພາະວ່າພໍ່ແມ່ຂອງເດັກສາວທີ່ລະບຸວ່າລູກສາວໄດ້ຫາຍໂຕໄປຈາກບ້ານຕັ້ງແຕ່ເມື່ອເດືອນເມສາປີທີ່ແລ້ວ. ທີ່ສຳຄັນລູກສາວເຄີຍບອກວ່າມີແຟນທີ່ຊື່ “ເດວິດ” ແຖມເດັກສາວຍັງສັກລາຍອັກສອນ “Shhh” ທີ່ບັນດານັກຮ້ອງເຊິ່ງກໍ່ລວມເຖິງແຣັບເປີ້ຄົນດັງສັກອີກດ້ວຍ.

 

ດ້ານທາງແຣັບເປີີ D4vd ຫຼັງຮູ້ຂ່າວເຈົ້າໂຕກໍ່ຍົກເລີກການທົວຄອນເສີດທີ່ຊີແອັດເທິນແລ້ວ. ຢ່າງໃດກໍ່ຕາມ ຍັງບໍ່ມີລາຍງານວ່າເຖິງຕອນນີ້ທາງເຈົ້າໜ້າທີ່ນັ້ນໄດ້ລະບຸວ່າທັງສອງມີຄວາມເຊື່ອມໂຍງກັນຫຼືບໍ່ ລວມເຖິງໂຕເດວິດໄດ້ຕົກເປັນຜູ້ຖືກສົງໄສແລ້ວ ຫຼື ຍັງ.

 

ຕົງຂ້າມກັບບັນດາຊາວເນັດທີ່ຕອນນີ້ໄດ້ເຊື່ອໄປແລ້ວ ຫຼາຍຄົນພະຍາຍາມຫາຄວາມເຊື່ອມໂຍງຂອງທັງຄູ່ຈາກໂພສເກົ່າໆ ບາງຄົນມີການໂພສຮູບຫນ້າຄ້າຍຄົນທັງສອງຢືນຢັນວ່າມີການຄົບຫາກັນແທ້ ບາງຄົນກໍ່ມີທິດສະດີຈາກຂໍ້ມູນທີ່ວ່າສົບຫາກໍ

ຖືກນຳມາຖິ້ມເມື່ອຊ່ວງ 5 ວັນກ່ອນເຈີຮ່າງ ແລະ ເປັນຊ່ວງທີ່ແຣັບເປີດັງພັກຄອນເສີດພໍດີ ເຊິ່ງທັງໝົດຄົງຕ້ອງລໍຖ້າຜົນລາຍງານການຕິດຕາມກວດກາຈາກທາງເຈົ້າໜ້າທີ່ຕໍ່ໄປ…

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 7 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
664.23
675.52
european-union
EUR
23,965
24,445
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 7 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,510,000
43,040,000
42,027,000
43,149,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-07T162312.010
ແຈ້ງການມອດໄຟ ວັນທີ 09/11/2025
jane - 2025-11-07T161727.798
ພາຍຸຄັລເມກີ (KALMEGI) ອ່ອນກຳລັງເປັນຄວາມກົດອາກາດຕໍ່າ ສົ່ງຜົນກະທົບຫລັກໃນທາງພາກໃຕ້ຂອງ ສ ປ ປ ລາວ
site cover1 - 2025-11-07T150413.379
ບໍ່ຈໍາເປັນຕ້ອງພຶງພາຕ່າງປະເທດ ຈີນສ້າງກັງຫັນລົມນອກຊາຍຝັ່ງ ເພື່ອຜະລິດໄຟຟ້າໃຊ້ເອງ
site cover1 - 2025-11-07T133340.944
ເກົາຫຼີເໜືອຍິງຂີປະນາວຸດທີ່ບໍ່ຮູ້ຊະນິດ ຫຼັງຈາກສະຫະລັດອະນຸມັດໃຫ້ເກົາຫຼີໃຕ້ສ້າງເຮືອດຳນ້ຳນິວເຄຍ
pele - 2025-11-07T120421.063
ແຈ້ງມອດໄຟ ວັນທີ 10.11.2025
jane - 2025-11-07T113450.691
ຄືນວັນທີ 6 ພະຈິກ 2025ຜ່ານມາ ຢູ່ແຂວງອັດຕະປື ເກີດມີລົມພັດແຮງ ເຮັດໃຫ້ຫລັງຄາ-ເພດານ ໂຮງຮຽນ ແລະ ຫລັງຄາເຮືອນປະຊາຊົນ ປິວ ໄດ້ຮັບຄວາມເສຍຫາຍ ຫລາຍຈຸດ
jane - 2025-11-07T111403.489
ຮັບຮອງແຕ່ງຕັ້ງ ທ່ານ ບຸນຄົງ ພັນວົງສາ ເປັນປະທານອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງຈໍາປາສັກ (ຄົນໃໝ່)
jane - 2025-11-07T102739.534
ເບິ່ງດວງປະຈຳ ວັນທີ 07 ພະຈິກ 2025
site cover1 - 1
Apple ຈ່າຍເງິນ 1 ພັນລ້ານໂດລາໃຫ້ Google ເພື່ອຊ່ວຍພັດທະນາ Siri
pele - 2025-11-07T092408.575
ສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍກວ່າ​ 2.5 ໄມຄຣອນ (PM 2.5) ປະຈຳວັນທ​ີ 07 ພະຈິກ ​2025
ຢ່າລື່ມກົດຕິດຕາມ