ຂປລ. ແຫລ່ງຂ່າວຈາກ ແຂວງຫລວງນ້ຳທາ ໃຫ້ຮູ້ວ່າ: ເທສະການຍ່າງປ່າຢູ່ໃນເຂດປ່າສະຫງວນແຫ່ງຊາດນໍ້າຫ້າ ແລະ ລອງເຮືອຕາມສາຍນໍ້າຫ້າ ແຂວງຫລວງນ້ຳທາ ຈະໄດ້ຈັດຂຶ້ນໃນວັນທີ 1-3 ຕຸລາ 2025 ທີ່ຈະມາເຖິງນີ້ ໂດຍຈະໃຊ້ເວລາ 2 ມື້ 1 ຄືນ ພ້ອມທັງມີຫລາຍກິດຈະກຳ ແລະ ຮຽນຮູ້ວິຖີຊີວິດ ວັດທະນະທຳອັນດີງາມ ຂອງປະຊາຊົນບັນດາເຜົ່າ ທີ່ດຳລົງຊີວິດຢູ່ເຂດປ່າສະຫງວນແຫ່ງຊາດນໍ້າຫ້າ.
ທ່ານ ສີສຸພັນ ທໍາປັນຍາ ຫົວໜ້າພະແນກ ວັດທະນະທໍາ ແລະ ການທ່ອງທ່ຽວແຂວງຫລວງນ້ຳທາ ທັງເປັນຫົວໜ້າ ຄະນະຮັບຜິດຊອບຈັດເທສະການຍ່າງປ່າ-ລອງເຮືອ” ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ການຈັດເທສະການຍ່າງປ່າ-ລອງເຮືອຄັ້ງນີ້ ເປັນຄັ້ງທຳອິດ ແລະ ເປັນຄັ້ງປະຫວັດສາດຂອງແຂວງຫລວງນໍ້າທາ ໂດຍໄດ້ຮັບການຄົ້ນຄວ້າເຫັນດີຂອງຄະນະພັກແຂວງ, ທັງນີ້ກໍເພື່ອເປັນການໂຄສະນາການທ່ອງທ່ຽວທໍາມະຊາດ ແລະ ວັດທະນະທຳ ຢູ່ໃນເຂດປ່າສະຫງວນແຫ່ງຊາດນໍ້າຫ້າ ແລະ ເປັນການສົ່ງເສີມກິດຈະກຳຍ່າງປ່າ, ລ່ອງເຮືອ ແລະ ຮຽນຮູ້ວິຖີຊີວິດ ວັດທະນະທຳ ອັນດີງາມ ຂອງປະຊາຊົນບັນດາເຜົ່າ ທີ່ດຳລົງຊີວິດຢູ່ເຂດ ປ່າສະຫງວນແຫ່ງຊາດນໍ້າຫ້າ ທັງເປັນການສ້າງຈິດສຳນຶກໃຫ້ປະຊາຊົນ ກໍຄື ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈ ໃນການອະນຸລັກທຳມະຊາດ ແລະ ວັດທະນະທຳ, ພ້ອມທັງເປັນການສ້າງວຽກເຮັດງານທຳສາມາດສ້າງລາຍຮັບໃຫ້ປະຊາຊົນ ທີ່ດຳລົງຊີວິດຢູ່ໃນເຂດປ່າສະຫງວນແຫ່ງຊາດນໍ້າຫ້າ, ເປັນການປະກາດໃຫ້ສັງຄົມຮັບຮູ້ວ່າ: ແຂວງຫລວງນໍ້າທາເປັນແຂວງທຳອິດໃນປະເທດລາວ ທີ່ລິເລີ່ມພັດທະນາ ແລະ ບໍລິການ ທ່ອງທ່ຽວຍ່າງປ່າ ແລະ ລ່ອງເຮືອແບບຜະຈົນໄພ, ເຊິ່ງການພັດທະນາການທ່ອງທ່ຽວໃນປ່າສະຫງວນແຫ່ງຊາດນໍ້າຫ້າ ແບບ
ອານຸລັກປະຊາຊົນມີສ່ວນຮ່ວມ ໄດ້ເລີ່ມມາແຕ່ປີ 1999 ເຖິງປັດຈຸບັນສາມາດໄດ້ຮັບ
ລາງວັນຫລາຍລາງວັນເປັນຕົ້ນ ປີ 2001 ໄດ້ຮັບລາງວັນຈາກສະຫະປະຊາຊາດ ພາຍ
ໃຕ້ຫົວຂໍ້ ການທ່ອງທ່ຽວນິເວດນໍ້າຫ້າ”, ປີ 2002 ໄດ້ຮັບລາງວັນຈາກສາຍການບິນອັງກິດ (British Airways) ພາຍໃຕ້ຫົວຂໍ້ “ການທ່ອງທ່ຽວເພື່ອອະນາຄົດ”, ປີ 2003 ປ່າສະຫງວນແຫ່ງຊາດນໍ້າຫ້າໄດ້ຮັບການຮັບຮອງເອົາເປັນມໍລະດົກອາຊຽນ, ປີ 2007 ໄດ້ຮັບລາງວັນອີຂວາເຕີ (Equator) ພາຍໃຕ້ຫົວຂໍ້: ການບໍລິການນຳທ່ຽວຊ່ວຍຫລຸດຜ່ອນຄວາມທຸກຍາກ ແລະ ການອະນຸລັກຊີວະນາໆພັນແບບຍືນຍົງ ໃນປ່າສະຫງວນນໍ້າຫ້າ, ປີ 2019-2021 ໄດ້ຮັບລາງວັນ “ມາດຕະຖານການທ່ອງທ່ຽວອາຊຽນ” 2 ລາງວັນພາຍໃຕ້ຫົວຂໍ້: ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ແລະ ການທ່ອງທ່ຽວຊຸມຊົນ ແລະ ຍ່າງປ່າແບບຜະຈົນໄພຕາມເສັ້ນທາງນາລັນ, ປີ2024 ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ມາດຕະຖານອາຊຽນປີ 2025-2027.
ທ່ານ ສີສຸພັນ ທໍາປັນຍາ ໃຫ້ຮູ້ຕື່ມວ່າ: ສໍາລັບການຈັດເທສະການຄັ້ງນີ້ ຈະໃຊ້ເວລາ 2 ມື້ 1 ຄືນ, ເຊິ່ງມື້ທີ 1 ແມ່ນຍ່າງປ່າເລີ່ມແຕ່ດອຍຫລັກຄຳ ຫາ ບ້ານນາລັນ ໃຊ້ເວເລປະມານ 4-5 ຊົ່ວໂມງ, ຕອນແລງມີພິທີມອບ-ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ, ກິດຈະກຳບາສີສູ່ຂວັນ, ຊິມເຫລົ້າໄຫຕາມປະເພນີຂອງເຜົ່າກຶມມຸ, ຊົມການສະແດງສິລະປະວັນນະຄະດີ, ມ່ວນຊື່ນຕາມປະເພນີລາວ ແລະ ພັກແຮມຢູ່ເຮືອນພັກແຮມຂອງປະຊາຊົນ (Homestay). ສຳລັບມື້ທີ 2 ຈະມີກິດຈະກໍາເຕະກະຕໍ້ຫວາຍ, ຍິງໜ້າເກັກ, ຕຳເຂົ້າ, ຕີເຫລັກ, ຟ້ອນດາບ ພາຍຫລັງສຳເລັດກິດຈະກຳ ຈະໄດ້ມີການລ່ອງເຮືອຕາມສາຍນໍ້າຫ້າ ຈາກບ້ານນາລັນ ຫາເຂດຫ້ວຍເລືອດ ບ້ານສົບສີມ ໂດຍຈະໃຊ້ເວລາ 3-4 ຊົ່ວໂມງ ແລະ ຂີ່ລົດກັບຄືນສູ່ເທສະບານແຂວງຫລວງນໍ້າທາ.
ໂອກາດນີ້ ທ່ານ ສີສຸພັນ ທໍາປັນຍາ ໄດ້ເຊີນຊວນ ແລະ ຮຽກຮ້ອງ ມາຍັງພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ພໍ່ຄ້າຊາວຂາຍ ຜູ້ປະກອບການທຸລະກິດ, ນັກຮຽນນັກສຶກສາ ປະຊາຊົນບັນດາເຜົ່າພາຍໃນແຂວງຫລວງນໍ້າທາ ຈົ່ງພ້ອມກັນກຽມຄວາມພ້ອມ ເພື່ອຕ້ອນຮັບແຂກຕ່າງດ້າວ ທ້າວຕ່າງແດນ ພ້ອມກັນເປັນເຈົ້າການປ້ອງກັນຄວາມສະຫງົບ ແລະ ປັບປຸງດ້ານການບໍລິການຫລາຍດ້ານ ເປັນຕົ້ນ ການປັບປຸງສິ່ງອຳນວຍຄວາມສະດວກ, ປັບປຸງຜະລິດຕະພັນຂອດການບໍລິການ ພ້ອມກັນເປັນເຈົ້າພາບທີ່ດີ ແລະ ສ້າງຄວາມປະທັບໃຈໃຫ້ກັບນັກທ່ອງທ່ຽວ ເພື່ອເຮັດໃຫ້ການຈັດເທສະການຄັ້ງນີ້ ໃຫ້ມີຄວາມປອດໄພ, ເບີກບານມວນຊື່ນ ແລະ ດຶງດູດນັກທ່ອງທ່ຽວເຂົ້າມາທ່ອງທ່ຽວ ແລະຢ້ຽມຢາມແຂວງຫລວງນໍ້າທາ ກໍຄືສະຖານທີ່ທ່ອງທ່ຽວແຫ່ງຕ່າງໆພາຍໃນແຂວງໃຫ້ຫລາຍຂຶ້ນ.
ຂ່າວ: ມຸນຕີ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,483 | 21,759 |
![]() THB | 672.65 | 683.41 |
![]() EUR | 24,437 | 24,926 |
![]() CNY | 2,953 | 3,012 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |