ພະແນກຕໍາຫລວດ ປກສ ເມືອງໄຊຍະບູລີ
ຕອນບ່າຍຂອງວັນທີ່ 17 ກັນຍາ 2025 ນີ້, ພະແນກຕໍາຫລວດ ກອງບັນຊາການ ປກສ ເມືອງໄຊຍະບູລີ ໄດ້ທໍາລາຍໃບກະທ່ອມ, ນໍ້າຫົວເຊື້ອ ແລະ ຢາສູບໄຝຟ້າ ທີ່ເຈົ້າໜ້າທີ່ດໍາເນີດການສືບສວນ – ສອບສວນສີ້ນສຸດ, ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພັທ ແສງຈັນ ສີສົມບັດ ຮອງກອງບັນຊາການ ປກສ ເມືອງໄຊຍະບູລີ, ມີຄະນະຮັບຜິດຊອບ ແລະ ພາກສ່ວນທີ່ກ່ຽວຂອງເຂົ້າຮ່ວມ.
ການທໍາລາຍໃບກະທ່ອມ, ນໍ້າຫົວເຊື້ອ ແລະ ຢາສູບໄຝຟ້າໃນຄັງນີ້ ແມ່ນເປັນຂອງກາງທີ່ຍຶດມາໄດ້ໃນໄລຍະຜ່ານມາ ແລະ ໄດ້ດໍາເນີນການສືບສ່ວນ – ສອບສວນສີ້ນສຸດແລ້ວ ຈື່ງໄດ້ນໍາມາທໍາລາຍຖີ້ມ, ໃນນັ້ນໃບກະທ່ອມທີ່ນໍາມາທໍາລາຍໃນຄັ້ງນີ້ແມ່ນມີຈໍານວນ 17,5 ກິໂລ, ນໍ້າຫົວເຊື້ອ 80 ກວດ ແລະ ຢາສູບໄຝຟ້າຈໍານວນ 09 ອັນ.
ຂ່າວ: ປກສ ແຂວງໄຊຍະບູລີ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,483 | 21,759 |
![]() THB | 672.65 | 683.41 |
![]() EUR | 24,437 | 24,926 |
![]() CNY | 2,953 | 3,012 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |