ຂປລ. ໃນຕອນເຊົ້າວັນທີ 19 ກັນຍາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມຊຸກຍູ້ ການພັດທະນາເສດຖະກິດ ແລະ ພື້ນຖານການຜະລິດ ຢູ່ 3 ເມືອງ ໃນນະຄອນຫລວງວຽງຈັນ (ນວ) ເປັນຕົ້ນ ໂຮງງານຂ້າສັດທັນສະໄໝ ຢູ່ບ້ານສິມມະໂນ ເມືອງຫາດຊາຍຟອງ, ຟາມລ້ຽງປາດຸກເປັນສິນຄ້າ ຢູ່ບ້ານດົງຄວາຍ, ໂຮງງານຜະລິດຫົວອາຫານສັດກຣີນຟິດ ຢູ່ບ້ານໂນນທອງ ແລະ ໂຮງງານຜະລິດຫົວອາຫານສັດ ພູຄຳ (CP) ຢູ່ບ້ານພູຄຳ ເມືອງໄຊທານີ.
ການລົງເຄື່ອນໄຫວໃນຄັ້ງນີ້, ຜູ້ຕາງໜ້າຈາກສະຖານທີ່ຕ່າງໆ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງ ລາຍງານສະພາບການຜະລິດ ໂດຍຫຍໍ້ ແລະ ສະເໜີໃຫ້ລັດຖະບານ ຊຸກຍູ້ສົ່ງເສີມບາງດ້ານ ຕື່ມອີກ. ຫລັງຈາກນັ້ນ, ທ່ານ ສອນໄຊ ສີພັນດອນ ກໍໄດ້ມີຄຳເຫັນຊີ້ນໍາ ແລະ ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດໃນການດຳເນີນການຜະລິດຂອງແຕ່ລະໂຮງງານ.
ພ້ອມທັງຢຶນຢັນວ່າ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຈະນຳເອົາຄຳສະເໜີຂອງແຕ່ລະສະຖານທີ່ ໄປຄົ້ນຄວ້າພິຈາລະນາ, ແກ້ໄຂ ແລະ ໃຫ້ການສະໜັບສະໜູນ ຕາມຄວາມເໝາະສົມ.
ຂ່າວ: ທະນູທອງ
ພາບ: ເກດສະໜາ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,483 | 21,759 |
![]() THB | 672.65 | 683.41 |
![]() EUR | 24,437 | 24,926 |
![]() CNY | 2,953 | 3,012 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |