jane (72)
ເຊກອງ ປັບປຸງ-ກໍ່ສ້າງພື້ນຖານໂຄງລ່າງເຊື່ອມໂຍງພາກພື້ນ ແລະ ສາກົນ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 23 September, 2025

อาจเป็นรูปภาพของ เครื่องเกี่ยวนวด

 

ໃນຊຸມປີຜ່ານມາ, ແຂວງເຊກອງ ໄດ້ສຸມໃສ່ພັດທະນາພື້ນຖານໂຄງລ່າງ ໂດຍສະເພາະແມ່ນເສັ້ນທາງຄົມມະນາຄົມໃຫ້ສາມາດເຊື່ອມຈອດ-ເຊື່ອມໂຍງພາຍໃນ, ພາກພື້ນ ແລະ ສາກົນ ແນໃສ່ອໍານວຍຄວາມສະດວກໃຫ້ແກ່ການຜະລິດ, ການຄ້າ, ການບໍລິການ, ການທ່ອງທ່ຽວ ແລະ ການລົງທຶນ ເພື່ອຍູ້ແຮງການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໃຫ້ຂະຫຍາຍຕົວ ຕາມທິດສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງຢ່າງໝັ້ນທ່ຽງ ແລະ ຍືນຍົງ.

 

ຕາມບົດສະຫຼຸບການພັດທະນາເສດຖະກິດ-ສັງຄົມ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ຂອງແຂວງ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ແຂວງເຊກອງໄດ້ສຸມໃສ່ປັບປຸງ ແລະ ພັດທະນາພື້ນຖານໂຄງລ່າງ ດ້ານໂຍທາທິການ ແລະ ຂົນສົ່ງ ເພື່ອເຊື່ອມໂຍງເຂົ້າກັບພາຍໃນ, ພາກພື້ນ ແລະ ສາກົນໃຫ້ດີຂຶ້ນ ຊຶ່ງມາຮອດປີ 2025 ທົ່ວແຂວງມີເສັ້ນທາງທັງໝົດ 291 ເສັ້ນ ລວງຍາວ 2,077.81 ກິໂລແມັດ.

 

ໃນນີ້, ທາງຫຼວງແຫ່ງຊາດ 4 ເສັ້ນ ລວງຍາວ 208.23 ກິໂລແມັດ; ທາງຫຼວງແຂວງ 2 ເສັ້ນ ລວງຍາວ 329.7 ກິໂລແມັດ; ທາງຫຼວງເມືອງ 12 ເສັ້ນ ລວງຍາວ 267.41 ກິໂລແມັດ; ທາງເທສະບານ 157 ເສັ້ນ ລວງຍາວ 87.76 ກິໂລແມັດ; ທາງຊົນນະບົດ 81 ເສັ້ນ ລວງຍາວ 936.3 ກິໂລແມັດ ແລະ ທາງສະເພາະ 35 ເສັ້ນ ລວງຍາວ 248.41 ກິໂລແມັດ; ມີຂົວທັງໝົດ 34 ແຫ່ງ ລວງຍາວ 1,553.04 ແມັດ. ໃນນີ້, ຂົວເບຕົງ 18 ແຫ່ງ ຍາວ 1,080 ແມັດ; ຂົວເບເລ 11 ແຫ່ງ ຍາວ 324.04 ແມັດ; ຂົວໄມ້ 1 ແຫ່ງ ຍາວ 24 ແມັດ; ຂົວປະສົມ 1 ແຫ່ງ ຍາວ 25 ແມັດ ແລະ ຂົວອູ່ 3 ແຫ່ງ ຍາວ 100 ແມັດ; ມີບ້ານທີ່ມີເສັ້ນທາງເຂົ້າເຖິງ ແລະ ສາມາດທຽວໄດ້ສອງລະດູ 170 ບ້ານ ກວມເອົາ 83.75%.

 

ສໍາລັບວຽກງານການຂົນສົ່ງສິນຄ້າ ແລະ ຂົນສົ່ງໂດຍສານ ໄດ້ມີການພັດທະນາ, ລະບົບການຂົນສົ່ງສາມາດຮອງຮັບການໃຊ້ບໍລິການຂອງສັງຄົມ ແລະ ເສັ້ນທາງການຂົນສົ່ງ ກໍໄດ້ຮັບການປັບປຸງຍົກລະດັບດີຂຶ້ນ. ໃນປັດຈຸບັນ, ແຂວງມີສາຍທາງຂົນສົ່ງໂດຍສານພາຍໃນມີ 5 ສາຍທາງ ຄື: ເຊກອງ-ນະຄອນຫຼວງວຽງຈັນ, ເຊກອງ-ສະຫວັນນະເຂດ, ເຊກອງ-ປາກເຊ, ເຊກອງ-ສາລະວັນ, ເຊກອງ-ດາກຈຶງ ແລະ ການຂົນສົ່ງໂດຍສານ ລະຫວ່າງປະເທດ (ສສ ຫວຽດນາມ) ມີ 2 ສາຍທາງ ຄື: ເຊກອງ-ນະຄອນເຫວ້ ແລະ ເຊກອງ-ຢາລາຍ.

 

ພ້ອມນັ້ນ ກໍໄດ້ປັບປຸງຍົກລະດັບການບໍລິການ, ຊຸກຍູ້ການຂົນສົ່ງພາຍໃນແຂວງ ເຮັດໃຫ້ບໍລິມາດການຂົນສົ່ງສິນຄ້າ ປະຕິບັດໄດ້ 349,480 ໂຕນ ທຽບໃສ່ແຜນປະຕິບັດໄດ້ 77% (ແຜນ 5 ປີ 455,075 ໂຕນ); ບໍລິມາດຂົນສົ່ງໂດຍສານ ປະຕິບັດໄດ້ 167,912 ຄົນ ທຽບໃສ່ແຜນປະຕິບັດໄດ້ 254% (ແຜນ 5 ປີ 66,043 ຄົນ).

 

 

อาจเป็นรูปภาพของ 2 คน และ ถนน

 

 

อาจเป็นรูปภาพของ 13 คน, รถจักรยานยนต์, วัด และ ข้อความ

 

 

อาจเป็นรูปภาพของ 12 คน

 

(ຂ່າວ: ສັນຍາ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 26 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,505
21,782
thailand (1)
THB
666.48
677.14
european-union
EUR
2,939
2,997
china
CNY
24,187
24,671
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (97)
ນ້ຳຖ້ວມໜັກໄດ້ຮັບຜົນກະທົບຈາກພາຍຸ ຝົນຕົກໜັກ ເຊິ່ງເກີດທີ່ປະເທດກຳປູເຈຍ
pele - 2025-09-26T163110.401
ສືບຕໍ່ໂຄງການ ການຮ່ວມມືດ້ານການແພດ-ຜ່າຕັດ ແລະ ດ້ານວິຊາຊີບແພດ ໄລຍະ 5
jane (96)
ຈັບໄດ້ໝົດ 2 ຄົນແລ້ວຈາກເຫດການໂຈນປຸ້ນຮ້ານຄຳ ຢູ່ເມືອງນານ ແຂວງຫຼວງພະບາງ!
jane (95)
ບັນຍາກາດຄຶກຄຶ້ນແຮງ ໃນວັນທີ 26/09/2025 ນີ້ ປະຊາຊົນນະຄອນ ຫຼວງພະບາງ ຮ່ວມສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ
pele - 2025-09-26T151116.937
ກຸ່ມແກ້ງດັດແປງເຕັກນິກ ແລະ ຂີ່ລົດໄວໃຊ້ສຽງດັງ ຖືກເຈົ້າໜ້າທີ່ ປກສ ເມືອງໝື່ນ ສຶກສາອົບຮົມ
jane (94)
ເຫດບໍ່ຄາດຄິດເກີດໄດ້ທຸກເມື່ອ ເຫດຄົນຈົມນໍ້າ ເສຍຊີວິດ 1 ຄົນ ເພດຊາຍ ບ.ໂພນສົມບູນ ມ.ສີໂຄດຕະບອງ ນວ
pele - 2025-09-26T135833.393
ຫຼາຍພາກສ່ວນມອບເງິນ ຊຸກຍູ້ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI
jane (93)
5 ປີ (2021-2025) ເສດຖະກິດ ນວ ຂະຫຍາຍຕົວສະເລ່ຍ 5.34% ຕໍ່ປີ
jane (92)
ເຫດສະຫຼົດໃຈລົດໃຫຍ່ຕຳຄົນແປງທາງ ຈຸດເກີດເຫດແມ່ນເສັ້ນທາງບ້ານຍວນ ເມືອງ ແປກ ແຂວງຊຽງຂວາງ.
pele - 2025-09-25T140931.161
ແຈ້ງການມອດໄຟ 27-28/09/2025
ຢ່າລື່ມກົດຕິດຕາມ