jane (77)
ອັດຕະປື ຕິດຕາມ ກວດກາ ໂຄງການ ບູລະນະຮັກສາ-ສ້ອມແປງທາງຫລວງແຫ່ງຊາດ 18 B
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 23 September, 2025

อาจเป็นรูปภาพของ 1 คน

 

ອັດຕະປື ຕິດຕາມ ກວດກາ ໂຄງການ

 

ບູລະນະຮັກສາ-ສ້ອມແປງທາງຫລວງແຫ່ງຊາດ 18 B

 

ຂປລ. ແຫລ່ງຂ່າວຈາກ ແຊວງອັດຕະປື ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ສົມໄຊ ແກ້ວມະນີວັນ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງອັດຕະປື ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ, ກວດກາໂຄງການບູລະນະຮັກສາ ແລະ ສ້ອມແປງທາງຫລວງແຫ່ງຊາດທາງເລກທີ 18 B ແຕ່ຫົວຂົວເຊກອງ-ຊາຍແດນລາວຫວຽດນາມ ທັງນີ້ກໍເພື່ອປະເມີນຄຸນນະພາບ ມາດຕະຖານງານກໍ່ສ້າງ ການສ້ອມແປງ ແລະ ການດູແລຮັກສາ ເສັ້ນທາງ ໃຫ້ເປັນໄປຕາມຫລັກວິສະວະກອນ ເພື່ອໃຫ້ການເດີນທາງຂອງປະຊາຊົນ ມີຄວາມສະດວກປອດໄພ ແລະ ຍືດອາຍຸການໃຊ້ງານ ຂອງເສັ້ນທາງດັ່ງກ່າວ ໃນໄລຍະຍາວ.

 

ທ່ານ ສົມໄຊ ແກ້ວມະນີວັນ ໄດ້ກ່າວວ່າ: ໂຄງການດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ວັນທີ 24 ສິງຫາ 2025 ໄລຍະການສ້ອມແປງ 6 ເດືອນ ປະເພດທາງ ປູອັດສະຟານເກົ່າ ແລະ ປູຢາງ 2 ຊັ້ນ ຈຸດທີ່ຕັ້ງ ກິໂລແມັດ 44+000-ກິໂລແມັດ 11+900, ຍາວ 67.900 ກິໂລແມັດ ກວ້າງ 7 ແມັດ ໃນ ມູນຄ່າ 10,60 ຕື້ກີບ ໂດຍແມ່ນ ບໍລິສັດ ອັດຕະປື ວິສະວະກຳ ກໍ່ສ້າງ ຈຳກັດຜູ້ດຽວ ເປັນຜູ້ຈັດຕັ້ງປະຕິບັດ ມາຮອດປັດຈຸບັນ ບໍລິສັດໄດ້ເລີ່ມນໍາເອົາກົນຈັກ ເຂົ້າສະໜາມ ມີລົດຈົກ 2 ຄັນ, ລົດເກດ 1 ຄັນ, ລົດໂລ 1 ຄັນ, ລົດດາມ 2 ຄັນ ແລະ ໄດ້ແກ້ໄຂສຸກເສີນ, ເອົາດິນເຈື່ອນອອກຈາກໜ້າທາງ ແລະ ຮ່ອງນໍ້າ, ແກ້ໄຂໜ້າທາງເປັນຂຸມໃຫຍ່ດ້ວຍການຖົມຫີນຊັ້ນພື້ນທາງ ແລະ ຫີນໃຫຍ່ແກ້ໄຂການສັນຈອນໃນໄລຍະຝົນຕົກ, ກະກຽມວັດສະດຸເພື່ອສ້ອມແປງໜ້າທາງປູດ້ວຍເບຕົງ ມີຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກ 11,63%.

 

ທ່ານ ສົມໄຊ ແກ້ວມະນີວັນ ກ່າວຕື່ມວ່າ: ຈາກການຕິດຕາມກວດກາ ງານດັ່ງກ່າວ ໄດ້ດຳເນີນຕາມແຜນ ໂດຍບໍລິສັດ ໄດ້ເອົາໃຈໃສ່ ກໍ່ສ້າງສ້ອມແປງ ໃຫ້ທັນກຳນົດໃນກອບເວລາ ພ້ອມທັງຄຳນຶງເຖິງ ຄຸນນະພາບ ແລະ ຄວາມໝັ້ນຄົງປອດໄພ ຂອງເສັ້ນທາງຫລວງ ເພື່ອປະໂຫຍດໂດຍຕົງ ຕໍ່ການເດີນທາງ ແລະ ການຂົນສົ່ງສິນຄ້າ ຂອງປະຊາຊົນ ລວມເຖິງການພັດທະນາ ດ້ານເສດຖະກິດ ຂອງແຂວງອັດຕະປືຕື່ມອີກ.

 

อาจเป็นรูปภาพของ 7 คน

 

อาจเป็นรูปภาพของ ถนน

ຂ່າວ: ວັດທະນາ ຫລວງອາໄພ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 26 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,505
21,782
thailand (1)
THB
666.48
677.14
european-union
EUR
2,939
2,997
china
CNY
24,187
24,671
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (97)
ນ້ຳຖ້ວມໜັກໄດ້ຮັບຜົນກະທົບຈາກພາຍຸ ຝົນຕົກໜັກ ເຊິ່ງເກີດທີ່ປະເທດກຳປູເຈຍ
pele - 2025-09-26T163110.401
ສືບຕໍ່ໂຄງການ ການຮ່ວມມືດ້ານການແພດ-ຜ່າຕັດ ແລະ ດ້ານວິຊາຊີບແພດ ໄລຍະ 5
jane (96)
ຈັບໄດ້ໝົດ 2 ຄົນແລ້ວຈາກເຫດການໂຈນປຸ້ນຮ້ານຄຳ ຢູ່ເມືອງນານ ແຂວງຫຼວງພະບາງ!
jane (95)
ບັນຍາກາດຄຶກຄຶ້ນແຮງ ໃນວັນທີ 26/09/2025 ນີ້ ປະຊາຊົນນະຄອນ ຫຼວງພະບາງ ຮ່ວມສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ
pele - 2025-09-26T151116.937
ກຸ່ມແກ້ງດັດແປງເຕັກນິກ ແລະ ຂີ່ລົດໄວໃຊ້ສຽງດັງ ຖືກເຈົ້າໜ້າທີ່ ປກສ ເມືອງໝື່ນ ສຶກສາອົບຮົມ
jane (94)
ເຫດບໍ່ຄາດຄິດເກີດໄດ້ທຸກເມື່ອ ເຫດຄົນຈົມນໍ້າ ເສຍຊີວິດ 1 ຄົນ ເພດຊາຍ ບ.ໂພນສົມບູນ ມ.ສີໂຄດຕະບອງ ນວ
pele - 2025-09-26T135833.393
ຫຼາຍພາກສ່ວນມອບເງິນ ຊຸກຍູ້ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI
jane (93)
5 ປີ (2021-2025) ເສດຖະກິດ ນວ ຂະຫຍາຍຕົວສະເລ່ຍ 5.34% ຕໍ່ປີ
jane (92)
ເຫດສະຫຼົດໃຈລົດໃຫຍ່ຕຳຄົນແປງທາງ ຈຸດເກີດເຫດແມ່ນເສັ້ນທາງບ້ານຍວນ ເມືອງ ແປກ ແຂວງຊຽງຂວາງ.
pele - 2025-09-25T140931.161
ແຈ້ງການມອດໄຟ 27-28/09/2025
ຢ່າລື່ມກົດຕິດຕາມ