jane (78)
ບັອບບີ້ ຍຸພະລັດ ຕົວແທນໜຸ່ມລາວ ກຽມອອກເດີນທາງຮ່ວມປະກວດເວທີ Mister Global 2025 ທີ່ປະເທດໄທ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 23 September, 2025

ຮ່ວມເຊຍໜຸ່ມລາວ ບັອບບີ້ ຍຸພະລັດ ຕົວແທນໜຸ່ມລາວ ກຽມອອກເດີນທາງຮ່ວມປະກວດເວທີ Mister Global 2025 ທີ່ປະເທດໄທ.

 

ກອງປະກວດຊາຍງາມຂອງປະເທດລາວ ກຽມສົ່ງ ບັອບບີ້ ຍຸພະລັດ ເພັດທານີ Mister Global Laos 2025 ໄປຮ່ວມປະກວດເວທີ Mister Global 2025 ທີ່ບາງກອກ ປະເທດໄທ ໃນລະຫວ່າງວັນທີ 25 ກັນຍາ ຫາ 5 ຕຸລາ 2025.

Digital Marketing Agency in Laos - Emerging Digital Solutions

 

ມາເລົ່າປະຫວັດຫຍໍ້, ໃຫ້ທຸກຄົນໄດ້ຮູ້ຈັກລາວຫຼາຍຂຶ້ນ ແລະ ຫວັງວ່າເລື່ອງລາວຂອງລາວຈະເປັນແຮງບັນດານໃຈໃຫ້ກັບຫຼາຍໆຄົນ. ຍຸພະລັດ ເພັດທານີ (ບັອບບີ້) ປັດຈຸບັນອາຍຸ 32 ປີ, ເປັນ Content Creator ແລະ ຄູສອນພາສາອັງກິດອອນລາຍ.

 

ກະແສກຳລັງມາແຮງເລີຍສຳລັບໜຸ່ມໃຕ້ຄົນນີ້ ລາວໄດ້ນຳເອົາຄວາມໝັ້ນໃຈ, ສະເໜ່ຄວາມອາລົມດີ ແລະ ພ່ວງຄວາມສາມາດທີ່ຫຼາກຫຼາຍພ້ອມທັດສະນະຄະຕິທີ່ດີຈົນເຮັດໃຫ້ຫຼາຍໆຄົນຕ້ອງຂຸມຮັກໃນຄວາມມີເອກະລັກຂອງລາວ. ມ່ວນເລີຍໄດ້

 

ນຳເລື່ອງລາວຂອງ ບັອບບີ້ – ຍຸພະລັດ ເພັດທານີ ມາເລົ່າໃຫ້ທຸກຄົນໄດ້ຮູ້ຈັກລາວຫຼາຍຂຶ້ນ ແລະ ຫວັງວ່າເລື່ອງລາວຂອງລາວຈະເປັນແຮງບັນດານໃຈໃຫ້ກັບຫຼາຍໆຄົນ.

 

ຍຸພະລັດ ເພັດທານີ (ບັອບບີ້) ປັດຈຸບັນອາຍຸ 32 ປີ, ເປັນ Content Creator ແລະ ຄູສອນພາສາອັງກິດອອນລາຍ.

 

ລາວມີນິໄສສ່ວນຕົວທີ່ຫຼາຍຄົນຍັງບໍ່ຄ່ອຍຮູ້ ແລະ ທຸກຄົນຄົງຢາກຈະຮູ້ແນ່ນອນວ່າເລິກໆແລ້ວລາວເປັນແນວໃດ ເຊິ່ງມ່ວນກໍໄດ້ຖາມມາໃຫ້ແລ້ວ. ບັອບບີ້ລາວຍິ້ມແລ້ວເວົ້າຂຶ້ນມາວ່າ ‘Omnivert’ ດ້ວຍຄຳນິຍາມສັ້ນໆນີ້ທີ່ເຮັດໃຫ້ມ່ວນສົງໄສ, ລາວ

 

ຈຶ່ງໄດ້ອະທິບາຍຕໍ່ໃຫ້ຟັງຕື່ມວ່າ “ຂ້ອຍເປັນຄົນທີ່ມັກຄວາມສະຫງົບ ເປັນຄົນທີ່ໃສ່ໃຈສິ່ງເລັກໆນ້ອຍໆທີ່ມີຄວາມສຳຄັນ,” ບັອບບີ້ ກ່າວໄວ້.

 

ກິດຈະກຳຍາມວ່າງຂອງລາວກໍແມ່ນການພັກຜ່ອນເຊັ່ນ: ການນອນ ເພາະສ່ວນໃຫຍ່ລາວຈະບໍ່ຄ່ອຍວ່າງເລີຍ. ແຕ່ຖ້າເຄັ່ງຄຽດແດ່ກໍຈະມັກຫຼິ້ນເກມ, ອະນາໄມຫ້ອງ, ຈັດຫ້ອງ ແລະ ໄປອອກກຳລັງກາຍ.

 

ນອກຈາກນີ້, ລາວຍັງມັກການທ່ຽວທຸກແບບບໍ່ວ່າຈະເປັນ ແບບທຳມະຊາດ, ແບບຊົມວິຖີຊີວິດ-ວັດທະນະທຳ, ແບບທັດສະນະສຶກສາຫາຄວາມຮູ້ໃໝ່ໆ, ທ່ຽວແບບມ່ວນໆໃນຕົວເມືອງ ຫຼື ສວນສະໜຸກທີ່ເນັ້ນເກັບພາບ ເພາະລາວເປັນຄົນມັກ

 

ສ່ວນອາຫານທີ່ລາວມັກກິນກໍມີຫຼາກຫຼາຍເພາະເປັນຄົນມັກກິນ ແຕ່ເມນູທີ່ມັກທີ່ສຸດກໍຈະເປັນປະເພດເສັ້ນ ແລະ ປະເພດຕຳເຊັ່ນ: ເຝີ, ເຂົ້າປຽກໝູກອບ, ສະປາເກັດຕີ້ຄາໂບນາຣ່າ ແລະ ຕຳສຸກ-ຕຳດິບ.

 

ຄວ້າລາງວັນຄຣີເອເຕີສາຍໃຫ້ຄວາມຮູ້ ໃນ Muan Awards 2024

 

ໃນປີ 2024 ທີ່ຜ່ານມາ, ບັອບບີ້ ລາວຍັງໄດ້ຮັບລາງວັນ Muan Awards 2024 ສາຂາ Best Educational Content Creator of the Year ລາງວັນນີ້ເຮັດໃຫ້ລາວດີໃຈ ແລະ ຍັງຮູ້ສຶກວ່າເປັນກຽດສຸດໆ, ພ້ອມຕົກໃຈທີ່ມີຊື່ເຂົ້າຊີງ

 

ເພາະສ່ວນຕົວລາວແມ່ນຢູ່ຕ່າງແຂວງ (ເມືອງ ປາກເຊ, ແຂວງ ຈຳປາສັກ) ແລະ ການເຮັດຄອນເທັນສອນພາສາອັງກິດງອມໆແງມໆໃນຊ່ອງ TikTok ຂອງລາວເອງ.

 

 

ການທີ່ລາວໄດ້ລົມກັບຄົນເບິ່ງໃນຊ່ອງໄປເລື່ອຍໂດຍບໍ່ໄດ້ເຄີຍຄິດເຖິງເລື່ອງລາງວັນຫຍັງເລີຍກໍເຮັດໃຫ້ຕົກໃຈ, ປະຫຼາດໃຈທີ່ຄົນໃນວົງການເບິ່ງເຫັນ ແລະ ເລືອກໃຫ້ລາວໄດ້ຮັບລາງວັນດັ່ງກ່າວ.

 

ລາງວັນທີ່ໄດ້ຮັບມາພ້ອມກັບກຳລັງໃຈໃຫ້ກັບ Creator

 

ລາວຄິດວ່າລາງວັນນີ້ມັນຊ່ວຍເປັນກຳລັງໃຈໃຫ້ຄົນທີ່ເປັນ Creator ຄືກັນຫຼາຍ ເພາະລາວເອງກໍເຮັດຄອນເທັນທີ່ກ່ຽວຂ້ອງກັບການສຶກສາມາຕະຫຼອດ ລາວຈຶ່ງຢາກຂອບໃຈສຳລັບລາງວັນ ແລະ ກໍຈະຕັ້ງໃຈເຮັດຄອນເທັນໃຫ້ດີຂຶ້ນເລື້ອຍໆ.

 

อาจเป็นรูปภาพของ ‎2 คน และ ‎ข้อความพูดว่า "‎늘슴밀든 0 O 風 쫄공말밥 וות PO للانا HEST 県 MIS AOS MISS+UNIVERSE A0S2025 2025 MISS UNIVERSE LAOS‎"‎‎

 

อาจเป็นรูปภาพของ 1 คน และ ข้อความ

 

อาจเป็นรูปภาพของ 1 คน และ ชุดสูท

 

 

 

 

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 24 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,489
21,765
thailand (1)
THB
673.42
684.19
european-union
EUR
24,492
24,983
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (86)
ຈຳປາສັກ ດໍາເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ IX
jane (85)
ຮູ້ຈັກ "ຫອຍທາກຄິວບາ" ຫອຍທາກທີ່ງາມທີ່ສຸດໃນໂລກທີ່ກຳລັງຈະສູນພັນ
pele - 2025-09-24T141747.425
ສຕລ ເປີດໂຄງການກິລາບານເຕະໃນໂຮງຮຽນ ທີ່ແຂວງສະຫວັນນະເຂດ
jane (83)
ພາບຄວາມເສຍຫາຍຈາກພາຍຸໄຕ້ຝຸ່ນ ລາກາຊາ ທີ່ພັດເຂົ້າຮົງກົງຕອນເຊົ້າມື້ນີ້ 24 ກັນຍາ 2025
pele - 2025-09-24T132008.973
ປະຊາຊົນບ້ານຫາດຍາ ໄດ້ຮັບການພົ່ນຢາຂ້າຍຸງລາຍ ແລະ ຢາຂ້າໜອນນໍ້າ
jane (82)
ລົງນາມຮ່ວມມື ພັດທະນາລະບົບຄຸ້ມຄອງ ການເກັບຄ່າບໍລິການສະຖານທີ່ຈອດລົດ ຢູ່ ນວ
jane (81)
ຮູບພາບທີ່ກຳລັງເປັນກະເເສ ໃນຮ່ອງກົງຊາວເມືອງກະກຽມຕົວຮັບມືພາຍຸໄຕ້ຝຸ່ນລາກາຊາ
jane (80)
ເຫດການທີ່ໜ້າຕົກໃຈທີ່ກຸງເທບມະຫານະຄອນ ປະເທດໄທ ເກີດເຫດ ຖະໜົນຍຸບ ໜ້າໂຮງໝໍຊິຣະພະຍາບານ 24 ກັນຍາ 2025
pele - 2025-09-24T102853.426
ຈົ່ງມີສະຕິລະມັດລະວັງ ຝົນຕົກເປັນວົງກວ້າງ ອາດຈະເກີດໄພພິບັດ ນ້ຳຖ້ວມຊຸ ດິນເຈື່ອນ ໄລຍະນີ້ 24 ຫາ 27 ກັນຍາ 2025
jane (79)
ອົງການນາຊາຂອງສະຫະລັດອາເມຣິກາ ເປີດເຜີຍແຜນການຄັ້ງສຳຄັນ ກະກຽມສົ່ງມະນຸດເດີນທາງໄປສຳຫຼວດດວງຈັນອີກຄັ້ງໃນພາລະກິດ Artemis II
ຢ່າລື່ມກົດຕິດຕາມ