ໃນໂລກຂອງສິ່ງມີຊີວິດທີ່ເຕັມໄປດ້ວຍຄວາມຫຼາກຫຼາຍ ມີສັດໂຕນ້ອຍຊະນິດໜຶ່ງທີ່ຄວາມງາມຂອງມັນກາຍເປັນໄພທີ່ຂົ່ມຂູ່ຊີວິດຕົວເອງ ນັ້ນຄື ຫອຍທາກຄິວບາ (Cuban Painted Snail) ຫຼື ຊື່ທາງວິທະຍາສາດເອິ້ນວ່າ
Polymita picta ດ້ວຍເປືອກທີ່ງົດງາມຄືກັບງານສິລະປະ ເຮັດໃຫ້ມັນກາຍເປັນທີ່ຕ້ອງການຂອງຕະຫຼາດ ແລະ ກຳລັງຖືກຜັກດັນໃຫ້ເຂົ້າໃກ້ການສູນພັນຢ່າງໜ້າເສົ້າ
ຫອຍທາກສີຄິວບາ “ອັນມະນີມີຊີວິດ” ຈາກຄິວບາ
ຫອຍທາກຄິວບາເປັນຫອຍທາກບົກທີ່ພົບໄດ້ພຽງແຕ່ໃນປ່າເຂດຮ້ອນທາງຕາເວັນອອກຂອງຄິວບາເທົ່ານັ້ນ ເອກະລັກທີ່ໂດດເດັ່ນຂອງມັນຄືເປືອກຫອຍທີ່ມັນວາວ ມີສີສັນສົດໃສຄືສາຍຮຸ້ງ ບໍ່ວ່າຈະເປັນສີເຫຼືອງ, ແດງ, ຂຽວ, ຫຼື ຟ້າ ປະສົມກັບ
ລວດລາຍທີ່ເປັນເອກະລັກສະເພາະຕົວມີຂະໜາດນ້ອຍໂດຍມີຄວາມກວ້າງປະມານ 2-3 ຊັງຕີແມັດ ເປັນຫອຍທາກບົກ ເຮັດໃຫ້ຫອຍທາກແຕ່ລະໂຕມີເສັ້ນຫາໄດ້ບໍ່ຊໍ້າກັນ ແລະ ຖືກຍົກໃຫ້ເປັນ “ອັນມະນີມີຊີວິດ” ທີ່ມີຄ່າ ແລະ ເປັນທີ່ຕ້ອງການຢ່າງຫຼວງຫຼາຍ
ໂດຍຫອຍທາກຄິວບາທີ່ໃກ້ສູນພັນຫຼາຍທີ່ສຸດຄືສາຍພັນໂພລີມິຕາ ຊັລຟູໂຣຊາ (Polymita sulphurosa) ເຊິ່ງມີສີຂຽວໝາກນາວ ພ້ອມດ້ວຍລວດລາຍເປວໄຟສີນ້ຳຟ້າຂົດເປັນວົງມົນ ປະສົມກັບແຖບສີສົ້ມເຫຼືອງສົດໃສທົ່ວເປືອກ
ຄວາມງາມນີ້ເອງທີ່ເຮັດໃຫ້ມັນກາຍເປັນສັດໃນກຸ່ມທີ່ຕ້ອງໄດ້ຮັບການຄຸ້ມຄອງຢ່າງຮີບດ່ວນ ເນື່ອງຈາກເປືອກຫອຍຂອງມັນຖືກລັກລອບເກັບຈາກທຳມະຊາດເພື່ອນຳໄປເຮັດເປັນເຄື່ອງປະດັບແຟຊັນ ແລະ ຂອງສະສົມຫາຍາກ ສົ່ງຜົນໃຫ້
ປະຊາກອນໃນທຳມະຊາດລົດລົງຢ່າງໄວ
ຄວາມງາມທີ່ກາຍເປັນໄພຕໍ່ໂຕມັນເອງ
ການທີ່ຫອຍທາກຄິວບາໃກ້ຈະສູນພັນມີສາເຫດມາຈາກຫຼາຍປັດໄຈ:
ເຖິງແມ່ນສະຖານະການການລົດຈຳນວນລົງຂອງຫອຍທາກສີຄິວບາຈະໜ້າເປັນຫ່ວງ ແຕ່ກໍຍັງມີຄວາມພະຍາຍາມໃນການປົກປ້ອງຫອຍທາກຄິວບາຈາກໄພຂົ່ມຂູ່ເຫຼົ່ານີ້ ປະເທດຄິວບາຈັດໃຫ້ຫອຍທາກຊະນິດນີ້ຢູ່ໃນສະຖານະ “ໃກ້ສູນພັນຢ່າງຍິ່ງ”
(Critically Endangered) ແລະ ມີຄວາມພະຍາຍາມຈາກນັກວິໄຈທົ່ວໂລກທີ່ຈະຜັກດັນໃຫ້ຫອຍທາກຊະນິດນີ້ໄດ້ຮັບການຂຶ້ນທະບຽນໃນບັນຊີແດງຂອງ IUCN (International Union for Conservation of Nature) ເພື່ອໃຫ້ໄດ້ຮັບການ
ຄຸ້ມຄອງໃນລະດັບສາກົນຫຼາຍຂຶ້ນ
ຫອຍທາກຄິວບາ ຈຶ່ງເປັນບົດຮຽນທີ່ສຳຄັນທີ່ເຕືອນໃຈພວກເຮົາວ່າ ຄວາມງາມທີ່ປາກົດໃນທຳມະຊາດສາມາດກາຍເປັນໄພຂົ່ມຂູ່ຕໍ່ສິ່ງມີຊີວິດໄດ້ ເມື່ອມະນຸດເບິ່ງຄຸນຄ່າໃນເຊິງພານິດຫຼາຍກວ່າຄຸນຄ່າທາງຊີວະພາບ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,489 | 21,765 |
![]() THB | 673.42 | 684.19 |
![]() EUR | 24,492 | 24,983 |
![]() CNY | 2,956 | 3,015 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |