ຂປລ. ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຈໍາປາສັກ ຄັ້ງທີ IX ຈັດຂຶ້ນໃນວັນທີ 24-25 ກັນຍາ 2025 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ປານີ ຢ່າທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ, ຜູ້ຊີ້ນໍາວຽກງານຮອບດ້ານແຂວງຈຳປາສັກ, ພາຍໃຕ້ການເປັນປະທານຂອງ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຈໍາປາສັກ, ມີ ສະຫາຍ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ,ມີຄະນະຜູ້ແທນແຂວງສາລະວັນ, ແຂວງເຊກອງ ແລະ ຄະນະຮັບຜິດຊອບບຸກຄະລາກອນ ຈາກຄະນະຈັດຕັ້ງສູນສູນກາງ, ພ້ອມດ້ວຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກໍາມະການພັກແຂວງ, ອະດີດການນໍາແຂວງ, ພະນັກງານອາວຸໂສ-ບໍານານ, ຜູ້ຊົງຄຸນວຸທິ ແລະ ຜູ້ແທນສົມບູນ ເຂົ້າຮ່ວມ.
ສະຫາຍ ອາລຸນໄຊ ສູນນະລາດ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມວ່າ: ການດຳເນີນກອງປະ ຊຸມໃຫຍ່ຜູ້ແທນທົ່ວອົງຄະນະພັກແຂວງຈໍາປາສັກ ຄັ້ງທີ IX ນີ້, ແມ່ນການປະຕິບັດຢ່າງເຄັ່ງຄັດຕໍ່ກົດລະບຽບຂອງພັກ ກໍຄື ຫລັກການ ແລະ ທິດນຳຂອງການກໍ່ສ້າງພັກ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ. ກອງປະຊຸມໃຫຍ່ຄັ້ງນີ້, ຈະໄດ້ພ້ອມກັນຄົ້ນຄວ້າຮັບຮອງເອົາເອກະສານ ທີ່ເປັນຍຸດທະສາດຂອງແຂວງ ແລະ ພ້ອມກັນເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ ເພື່ອເປັນແກ່ນສານນໍາພາທົ່ວອົງຄະນະພັກແຂວງ ໃນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ແລະ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ຮອດປີ 2030 ໃຫ້ປະກົດຜົນເປັນຈິງ.
ພ້ອມນີ້, ສະຫາຍໄດ້ຮຽກຮ້ອງມາຍັງບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່ ຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບ, ເສີມຂະຫຍາຍລັກສະນະປະຊາທິປະໄຕຢ່າງຕັ້ງໜ້າ, ສຸມສະຕິປັນຍາເຂົ້າໃສ່ການຄົ້ນຄວ້າ ແລະ ປະກອບຄໍາເຫັນໃຫ້ເລິກເຊິ່ງ, ຖືກຕ້ອງ, ພ້ອມກັນຕຶກຕອງບັນຫາຢ່າງຖີ່ຖ້ວນ ເພື່ອເຮັດໃຫ້ກອງປະຊຸມໃຫຍ່ຄັ້ງນີ້, ດໍາເນີນໄປບົນພື້ນຖານຄວາມສາມັກຄີເປັນເອກະພາບທີ່ໜັກແໜ້ນ ແລະ ມີຜົນສໍາເລັດຕາມ ລະດັບຄາດໝາຍຢ່າງຈົບງາມ.
ພ້ອມກັນນີ້, ສະຫາຍ ອາລຸນໄຊ ສູນນະລາດ ກໍໄດ້ຜ່ານຮ່າງບົດລາຍງານການເມືອງທັງ 2 ພາກ, ຕໍ່ມາ, ສະຫາຍ ສົມບູນ ເຮືອງວົງສາ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງຈໍາປາສັກ ໄດ້ຜ່ານຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X. ຈາກນັ້ນ, ຜູ້ແທນກອງປະຊຸມ ກໍໄດ້ປະກອບຄໍາ ຕໍ່ຮ່າງບົດລາຍງານການເມືອງ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມ. ນອກຈາກນີ້, ຜູ້ແທນກອງປະຊຸມຍັງຈະໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ ເພື່ອນໍາພາ-ຊີ້ນໍາວຽກງານໃນຕໍ່ໜ້າ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງຈໍາປາສັກ ໃນຄັ້ງນີ້, ຍັງຈະໄດ້ຮັບຟັງຄໍາເຫັນໂອ້ລົມຈາກ ສະຫາຍ ນາງ ປານີ ຢ່າທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ, ຜູ້ຊີ້ນໍາວຽກງານຮອບດ້ານແຂວງຈຳປາສັກ ເພື່ອເປັນ
ທິດທາງໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ໃນຕໍ່ໜ້າ ຕື່ມອີກ.
ຂ່າວ-ພາບ: ທູນທອງໃຈ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,489 | 21,765 |
![]() THB | 673.42 | 684.19 |
![]() EUR | 24,492 | 24,983 |
![]() CNY | 2,956 | 3,015 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |