jane (90)
ສໍາເລັດ 100% ໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນ ເຂດພຣະທາດສີໂຄດຕະບອງ ເພື່ອເປັນການປ້ອງກັນບໍ່ໃຫ້ອົງພຣະທາດ ເກີດຄວາມເສຍຫາຍຈາກການເຊາະເຈື່ອນ.
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 25 September, 2025
ໝວດ: ຂ່າວ

อาจเป็นรูปภาพของ คลอง Panama Canal

.
ທ່ານ ນາງ ດວງຕາ ມາດມະນີສອນ ປະທານກຸ່ມບໍລິສັດ ໃນນາມຜູ້ຮັບເໝົາກໍ່ສ້າງໂຄງການປ້ອງກັນຕະຝັ່ງເຈື່ອນ ເຂດພຣະທາດສີໂຄດຕະບອງ ໄດ້ໃຫ້ສໍາພາດຜ່ານສື່ມວນຊົນແຂວງ ໃນວັນທີ 19 ກັນຍາ 2025 ວ່າ : ພາຍຫຼັງແຂວງຄໍາມ່ວນຕົກລົງມອບໃຫ້ບໍລິສັດເປັນຜູ້ຮັບເໝົາກໍ່ສ້າງ ແມ່ນໄດ້ເລີ່ມລົງມືກໍ່ສ້າງນັບແຕ່ທ້າຍເດືອນເມສາ ເປັນຕົ້ນມາ, ເຕັກນິກການອອກແບບກໍ່ສ້າງແບບລຽນຫີນ, ຂະໜາດລວງຍາວທັງໝົດ 180 ແມັດ, ກວ້າງຂະຫຍາຍໜ້າທາງເບື້ອງໃນ 28.91 ແມັດ, ຈຸດແຄບສຸດ 15 ແມັດ, ຈຸດພັກຂັ້ນໃດກວ້າງ 5 ແລະ 3 ແມັດ, ມີໄລຍະປະຕິບັດໂຄງການ 24 ເດືອນ, ຄວາມຄືບໜ້າຮອດປະຈຸບັນປະຕິບັດສໍາເລັດ 100%, ສ່ວນວຽກງານຕົບແຕ່ງ ທາງບໍລິສັດຈະໄດ້ສືບຕໍ່ຈັດຕັ້ງປະຕິບັດຕາມແຜນອອກແບບໂຄງການ ໃນໄລຍະຕໍ່ໄປ.

ດັ່ງທີ່ຮູ້ນໍາກັນແລ້ວວ່າໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນແຄມແມ່ນໍ້າຂອງເຂດພຣະທາດສີໂຄດຕະບອງແມ່ນມີຄວາມສໍາຄັນຫຼາຍ ເພາະພຣະທາດສີໂຄດຕະບອງ ແມ່ນປູສະນີຍະສະຖານທີ່ເກົ່າແກ່ທາງດ້ານວັດທະນະທໍາ, ເປັນສະຖານທີ່ມີຄວາມສັກສິດ, ສັກກະລະບູຊາ ຄູ່ກັບປະຊາຊົນລາວ ເວົ້າສະເພາະຊາວແຂວງຄຳມ່ວນ ເນື່ອງຈາກຮາກຖານຂອງອົງພຣະທາດ ຕັ້ງຢູ່ໃກ້ກັບຕາຝັ່ງແມ່ນໍ້າຂອງ ແລະ ຜ່ານການສຳຫຼວດຂອງວິຊາການ ເຫັນວ່າມີຄວາມສ່ຽງຕໍ່ການເຊາະເຈື່ອນຂອງຕາຝັ່ງ.

Digital Marketing Agency in Laos - Emerging Digital Solutions

 

ສະນັ້ນ, ເພື່ອເປັນການປ້ອງກັນບໍ່ໃຫ້ອົງພຣະທາດ ເກີດຄວາມເສຍຫາຍ ແຂວງຈຶ່ງຕົກລົງໃຫ້ເຮັດການສຳຫຼວດ-ອອກແບບ ແລະ ຂຶ້ນແຜນງົບປະມານກໍ່ສ້າງຕາມສັນຍາຮັບເໝົາ ກໍ່ສ້າງ ເລກທີ 909/ຍທຂ.ຄມ ມູນຄ່າຕາມສັນຍາ 48 ຕື້ກວ່າກີບ.
ພາຍຫຼັງສໍາເລັດໂຄງການນີ້ຈະເສີມສ້າງທັດສະນີຍະພາບຢູ່ເຂດພຣະທາດສີໂຄດຕະບອງໃຫ້ມີຄວາມສວຍງາມ, ກາຍເປັນແລນມາກອັນໜຶ່ງ ເພື່ອດຶງດູດນັກທ່ອງທ່ຽວມາທ່ຽວຊົມສະຖານທີ່ດັ່ງກ່າວໃຫ້ນັບມື້ຫຼາຍຂຶ້ນ.

 

อาจเป็นรูปภาพของ อนุสาวรีย์ และ วัด

 

อาจเป็นรูปภาพของ คลอง Panama Canal

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 25 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,499
21,776
thailand (1)
THB
670
680.72
european-union
EUR
24,381
24,869
china
CNY
2,948
3,007
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (93)
5 ປີ (2021-2025) ເສດຖະກິດ ນວ ຂະຫຍາຍຕົວສະເລ່ຍ 5.34% ຕໍ່ປີ
jane (92)
ເຫດສະຫຼົດໃຈລົດໃຫຍ່ຕຳຄົນແປງທາງ ຈຸດເກີດເຫດແມ່ນເສັ້ນທາງບ້ານຍວນ ເມືອງ ແປກ ແຂວງຊຽງຂວາງ.
pele - 2025-09-25T140931.161
ແຈ້ງການມອດໄຟ 27-28/09/2025
jane (91)
ແຈ້ງເຕືອນໄພເຝົ້າລະວັງ ພາຍຸໝູນເຂດຮ້ອນ ລາກາຊາ (Ragasa) ແລະ ພາຍຸມາໃຫມ່ ພາຍຸໝູນເຂດຮ້ອນ ບົວລອຍ (Bualoi)
jane (90)
ສໍາເລັດ 100% ໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນ ເຂດພຣະທາດສີໂຄດຕະບອງ ເພື່ອເປັນການປ້ອງກັນບໍ່ໃຫ້ອົງພຣະທາດ ເກີດຄວາມເສຍຫາຍຈາກການເຊາະເຈື່ອນ.
jane (89)
ອຸດົມສົມບູນຫຼາຍຮູບພາບຊ້າງປ່າຫລາຍສິບໂຕ ລົງຫລິ້ນນໍ້າຢູ່ເຂດປ່າສະຫງວນແຫ່ງຊາດ ນໍ້າປຸຍ ແຂວງໄຊຍະບູລີ
jane (88)
ຈັບຕາເບິ່ງເກີດຫຍັງຂຶ້ນກັບໂລກ ທັງສົງຄາມ ສຶນາມິ ແຜ່ນດິນໄຫວ ນີ້ແມ່ນ "ວັນສິ້ນໂລກ" ຫຼື ເປັນພຽງແຕ່ "ຈຸດປ່ຽນ
pele - 2025-09-25T105029.337
ພົບຍິງ-ຊາຍເສຍຊີວິດ ຢູ່ແຄມທາງ ຢູ່ເມືອງໄຊ ແຂວງອຸດົມໄຊ
pele - 2025-09-25T100033.192
ຜົ້ງສາລີ ໄດ້ຮັບເງິນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ XII ຂອງອົງຄະນະພັກແຂວງ
jane (87)
ຮູບພາບເຫດການຜູ້ຍິງຄົນໜຶ່ງໄດ້ຫນີຂຶ້ນໄປບ່ອນສູງ ຫນີນ້ຳຖ້ວມກະທັນຫັນໃນເມືອງກວາງຟູ່ ແຂວງ ຮະວາຫລຽນ ໄຕ້ຫວັນ ຕອນບ່າຍວັນທີ 23.9.2025
ຢ່າລື່ມກົດຕິດຕາມ