ສະຫາຍ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ເຈົ້າຄອງນະ ຄອນຫຼວງວຽງຈັນ ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກນະຄອນຫຼວງວຽງຈັນ ຄັ້ງທີ VIII ທີ່ຫໍປະຊຸມແຫ່ງຊາດວ່າ: ພາຍໃຕ້ການນໍາພາ-ຊີ້ນໍາຂອງສູນກາງພັກ, ລັດຖະບານ, ອົງຄະນະພັກ ນວ ການຕິດຕາມ, ຊຸກຍູ້ຢ່າງໃກ້ຊິດ ຂອງສະພາປະຊາຊົນ ນວ ແລະ ການບໍລິຫານງານ ຂອງອົງການປົກຄອງ ນວ ສົມທົບກັບການສະໜັບສະໜູນຂອງການຈັດຕັ້ງທຸກຂັ້ນ, ການຊ່ວຍເຫຼືອຂອງເພື່ອນມິດ ແລະ ຄູ່ຮ່ວມພັດທະນາ, ພ້ອມກັບກໍາລັງແຮງ ຂອງຊາວ ນວ ຈຶ່ງເຮັດໃຫ້ພວກເຮົາສາມາດຜ່ານມາ ຄວາມຫຍຸ້ງຍາກຕ່າງໆມາໄດ້, ຊຶ່ງຜ່ານການຈັດຕັ້ງປະຕິບັດ ໃນ 105 ຄາດໝາຍ, ໃນນັ້ນ ມີ 79 ຄາດໝາຍຄືບໜ້າດີ, ມີ 25 ຄາດໝາຍຈະບໍ່ບັນລຸ ແລະ ມີ 1 ຄາດໝາຍ ຍັງເກັບກໍາຂໍ້ມູນ (ຄາດໝາຍອາຍຸຍືນສະເລ່ຍ 75 ປີ) ສະແດງອອກ ບາງດ້ານຄື: ໃນໄລຍະ 5 ປີ ຜ່ານມາ ເສດຖະກິດ ນວ ຂະຫຍາຍຕົວສະເລ່ຍໃນລະດັບ 5.34% ຕໍ່ປີ(ແຜນ 5 ປີ ໃຫ້ຂະຫຍາຍຕົວລະເລ່ຍ 7-8% ຕໍ່ປີ), ໃນນີ້: ຂະແໜງກະສິກໍາ ຂະຫຍາຍຕົວສະເລ່ຍ 3.99% ຕໍ່ປີ, ຂະແໜງ ອຸດສາຫະກໍາ ຂະຫຍາຍຕົວສະເລ່ຍ 7.17% ຕໍ່ປີ ແລະ ຂະແໜງ ບໍລິການຂະຫຍາຍຕົວສະເລ່ຍ 2.92% ຕໍ່ປີ; ລວມຍອດຜະລິດຕະພັນພາຍໃນປີ 2025 ຄາດວ່າຈະບັນລຸ 89,278.8 ຕື້ກີບ (ແຜນການ 5 ປີ: ຮອດປີ 2025 ໃຫ້ບັນລຸ 84,916 ຕື້ກີບ), ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຄົນ ປີ 2025 ສະເລ່ຍ 85.17 ລ້ານກີບ ຫຼືເທົ່າກັບ 3,871.6 ໂດລາ (ແຜນການ 5 ປີ: ຮອດ ປີ 2025 ໃຫ້ບັນລຸ 8,750 ໂດລາ).
ໂຄງປະກອບເສດຖະກິດ ໄດ້ຫັນປ່ຽນໄປຕາມທິດ, ໃນນັ້ນ: ກະສິກໍາ ຫຼຸດລົງຈາກ 14.3% ໃນປີ 2020 ມາເປັນ 13% ໃນປີ 2025, (ແຜນຮອດປີ 2025 ໃຫ້ກວມເອົາ 14% ຂອງ GDP); ອຸດສາຫະກໍາ ຫຼຸດລົງຈາກ 49.5% ໃນປີ 2020 ມາເປັນ 49% ໃນປີ 2025 (ແຜນຮອດປີ 2025 ໃຫ້ກວມເອົາ 49% ຂອງ GDP); ການບໍລິການ ໄດ້ເພີ່ມຂຶ້ນຈາກ 36.2% ໃນປີ 2020 ມາເປັນ 38% ໃນປີ 2025, (ແຜນຮອດປີ 2025 ໃຫ້ກວມເອົາ 37% ຂອງ GDP), ໄດ້ສຸມໃສ່ຈັດຕັ້ງປະຕິບັດ ມາດຕະການ ເພື່ອຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ເປັນຕົ້ນແມ່ນ ການຫັນເປັນທັນສະໄໝ, ເກັບລາຍຮັບ ດ້ວຍລະບົບຄຸ້ມຄອງຂໍ້ມູນຂ່າວສານລາຍຮັບສ່ວຍສາອາກອນTaxRIS(ປັດຈຸບັນຫົວໜ່ວຍທີ່ເກີດຂຶ້ນໃໝ່ ແມ່ນຈະເຊື່ອມໂຍງເຂົ້າລະບົບ TaxRISແບບອັດຕະໂນມັດ, ໄດ້ສຸມໃສ່ຊອກຄົ້ນແຫຼ່ງລາຍຮັບທີ່ເປັນທ່າແຮງບົ່ມຊ້ອນເປັນຕົ້ນແມ່ນ ໄດ້ລົງເລິກຫາຫົວໜ່ວຍທີ່ບໍ່ມີພູມລໍາເນົາ, ເຂດເສດຖະກິດພິເສດ, ໂຄງການປຸກສ້າງຕ່າງໆ, ໄດ້ເປີດທົດລອງນໍາໃຊ້ລະບົບຄຸ້ມຄອງເອກະ ສານຂົນສົ່ງສິນຄ້າ (CBTM) ທີ່ດ່ານພາສີສະໜາມບິນສາກົນວັດໄຕ ແລະ ອື່ນໆ, ເຮັດໃຫ້ໃນ 5 ປີຜ່ານມາ, ພວກເຮົາສາມາດຈັດເກັບລາຍຮັບ ໄດ້ລື່ນແຜນ 21.30%, ໃນນີ້: ພູດສູນກາງ ລື່ນແຜນ 17.54% ແລະ ພູດ ນວ ໄດ້ລື່ນແຜນ 30.19%, ດ້ານລາຍຈ່າຍປະຕິບັດໄດ້ 96.40%, ດຸ່ນດ່ຽງພັນທະໃຫ້ສູນກາງປະຕິບັດໄດ້ລື່ນແຜນ 12.04% ແລະ ຍັງໄດ້ສຸມໃສ່ແກ້ໄຂໜີ້ສິນ ໂດຍນໍາໃຊ້ຫຼາຍແຫຼ່ງທຶນເປັນຕົ້ນ: ຈາກງົບປະມານປົກກະຕິ, ຈາກເງິນເກີນແຜນ, ການສະເໜີອວ່າຍໜີ້, ສະເໜີອອກພັນທະບັດ, ຊຶ່ງເຮັດໃຫ້ສາມາດແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ແຕ່ປີ 2015 ຄືນຫຼັງ ຫຼຸດລົງຈາກ 78 ໂຄງການ ມູນຄ່າ 382.07 ຕື້ກີບ ມາເປັນ 44 ໂຄງການ, ລວມມູນຄ່າຄ້າງຊໍາລະຕາມໜ້າວຽກສໍາເລັດ 307.92 ຕື້ກີບ.
ໄດ້ແກ້ໄຂໜີ້ສິນສາທາລະນະຫຼຸດລົງ 33.03% ຈາກ 309.77 ຕື້ກີບ ຍັງເຫຼືອ 204.63 ຕື້ກີບ, ໃນນັ້ນ: ສາມາດປົດໜີ້ສິນນໍ້າປະປາໄດ້ໝົດ, ແຕ່ຍັງໜີ້ຄ່າກະແສໄຟຟ້າສຳນັກງານ-ຫ້ອງການ 24.89 ຕື້ກີບໜີ້ຄ່າກະແສໄຟຟ້າກະສິກໍາ-ຊົນລະປະທານ 155.37 ຕື້ກີບ ແລະ ໜີ້ຄ່າກະແສໄຟຟ້າເຍືອງທາງ ມີ 24.37 ຕື້ກີບ.
ການລົງທຶນທົ່ວສັງຄົມຖືວ່າພົ້ນເດັ່ນ ແລະ ໄດ້ລື່ນຄາດໝາຍທຸກແຫຼ່ງ ສະເລ່ຍລວມ ແມ່ນປະຕິບັດໄດ້ລື່ນແຜນ 28.16%. ການພັດທະນາເສດຖະກິດ-ສັງຄົມນະຄອນຫຼວງວຽງຈັນມີຄວາມໝັ້ນທ່ຽງ ແລະ ສົມຄູ່ກັນ ລະ ຫວ່າງ ການພັດທະນາດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ເປັນຢ່າງດີ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,499 | 21,776 |
![]() THB | 670 | 680.72 |
![]() EUR | 24,381 | 24,869 |
![]() CNY | 2,948 | 3,007 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |