jane - 2025-09-29T113737.863
ແຈ້ງເຕືອນໄພ ພາຍຸໝູນເຂດຮ້ອນ ບົວລອຍ (Bualoi) ປະຈໍາວັນທີ 29 ກັນຍາ 2025
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 29 September, 2025

ຍັງຄົງຢູ່ໃນຊ່ວງສະຖານະການທີ່ຫນ້າກັງວົນກັບພາຍຸໝູນເຂດຮ້ອນ ບົວລອຍ (Bualoi)

 

ໃນເວລາ 07 ໂມງ 00 ຂອງວັນທີ 29 ກັນຍາ 2025, ພາຍຸໝູນເຂດຮ້ອນ ບົວລອຍ (Bualoi) ຫົວທີ 20 ປະຈໍາປີ 2025 ໄດ້ອ່ອນກໍາລັງລົງກາຍເປັນພາຍຸດີເປຼ່ຊັນ, ກໍາລັງເຄື່ອນທີ່ໄປຕາມທາງທິດຕາເວັນຕົກ – ຕາເວັນຕົກສ່ຽງເໜືອ ດ້ວຍຄວາມໄວ 20 ກິໂລແມັດຕໍ່ຊົ່ວໂມງ ຄາດຄະເນວ່າຈະເຄື່ອນທີ່ຜ່ານ ແຂວງ ບໍລິຄຳໄຊ, ຊຽງຂວາງ, ໄຊສົມບູນ, ຫຼວງພະບາງ, ອຸດົມໄຊ, ບໍ່ແກ້ວ ແລະ ຫຼວງນ້ຳທາ.

 

ຫຼັງຈາກນັ້ນຈະອ່ອນກໍາລັງລົງຕາມລໍາດັບ ກາຍເປັນຄວາມກົດດັນອາກາດຕໍ່າທີ່ມີກໍາລັງແຮງປົກຄຸມຢູ່ພາກເໜືອຂອງປະເທດລາວ ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະມີກໍາລັງແຮງເພີ່ມຂື້ນປົກຄຸມຢູ່ທຸກພາກຂອງປະເທດລາວ ແລະ ຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ຕົກປານກາງ ແລະ ຈະມີຝົນຕົກໜັກ ຫາ ໜັກຫຼາຍ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ໃນແຕ່ລະພາກ ໃນໄລຍະວັນທີ 28 ຫາ 30 ກັນຍາ 2025 ນີ້.

 

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນໃນແຕ່ລະພາກ ລວມທັງນະຄອນຫຼວງວຽງຈັນ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມື ຕໍ່ສະພາບລົມພັດແຮງ ແລະ ຝົນຕົກໜັກຕິດຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນໍ້າຖ້ວມຊຸ, ນໍ້າຖ້ວມຍື່ງ ແລະ ນໍ້າຖ້ວມອັ່ງໃນຕົວເມືອງ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

 

อาจเป็นรูปภาพของ แผนที่ และ ข้อความ

 

 

อาจเป็นรูปภาพของ ข้อความ

 

อาจเป็นรูปภาพของ แผนที่ และ ข้อความ

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 29 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,500
21,777
thailand (1)
THB
667.03
677.70
european-union
EUR
24,360
24,846
china
CNY
2,942
3,000
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-09-29T151235.902
ອັດຕາເງິນເຟີ້ລາວ ຊະລໍຕົວ, ແຕ່ຄ່າ ຄອງຊີບຍັງສູງ ຈາກແຮງກົດດັນຂອງລາຄາ ໄຟຟ້າ-ນໍ້າມັນເຊື້ອໄຟ
pele - 2025-09-29T144216.509
ລົດໄຟລາວ-ຈີນ ຈະຢຸດການ ແລ່ນ ຊົ່ວຄາວໃນມື້ອື່ນ
site cover1 - 2025-09-29T144348.412
ເກົາຫຼີໃຕ້ຍົກເວັ້ນວີຊາກຸ່ມທ່ອງທ່ຽວຈີນເຂົ້າປະເທດ ຫວັງກະຕຸ້ນເສດຖະກິດ-ສ້າງສາຍພົວພັນເພື່ອນບ້ານ
jane - 2025-09-29T143642.818
ລັດຖະບານລາວຈະປັບປຸງລາຄາໄຟຟ້າເລີ່ມຕົ້ນເດືອນຕຸລານີ້ ເຊິ່ງຈະຍົກເລີກການໃຫ້ໄຟຟ້າຟຣີແກ່ຄອບຄົວທຸກຍາກ ແລະ ຄົວເຮືອນທີ່ໃຊ້ໄຟໜ້ອຍ.
jane - 2025-09-29T135659.882
ກະຊວງໂຍທາທິການ ແລະ ຂົນສົ່ງ ວາງທິດທາງແຜນການ ຄາດໝາຍສູ້ຊົນ 5 ປີຕໍ່ໜ້າ ຈະສຸມໃສ່ຍົກລະດັບ ເສັ້ນທາງ ຄົມມະນາຄົມທາງບົກຢ່າງມີຈຸດສຸມ
jane - 2025-09-29T115736.803
ເຕືອນການສັນຈອນ ວັນທີ 29/09/2025 ເວລາປະມານ 7 ໂມງ, ນ້ຳຖ້ວມທາງ 28A ວິລະບູລີ - ເຊໂປນ ແຂວງສະຫວັນນະເຂດ.
site cover1 - 2025-09-29T114723.146
ທຣຳປ໌ປະນາມເຫດການນອງເລືອດ ເສຍຊີວິດ 4 ຄົນທີ່ໂບດໃນລັດມິຊິແກນ ຢັ້ງຢືນທຸກຝ່າຍຕ້ອງຢຸດຕິຄວາມຮຸນແຮງຕໍ່ຊາວຄຣິສຕຽນ
jane - 2025-09-29T113737.863
ແຈ້ງເຕືອນໄພ ພາຍຸໝູນເຂດຮ້ອນ ບົວລອຍ (Bualoi) ປະຈໍາວັນທີ 29 ກັນຍາ 2025
site cover1 - 2025-09-29T110459.772
ພະນັກງານຈາກສະຫະພັນກິລາບານເຕະແຫ່ງຊາດລາວ ສໍາເລັດການເຂົ້າຮ່ວມຝຶກງານໄລຍະ 3 ເດືອນ ທີ່ ສຳນັກງານໃຫຍ່ຂອງ FIFA ທີ່ເມືອງ ຊູລິກ (Zurich) ປະເທດ ສະວິດເຊີແລນ (Switzerland)
jane (98)
ຜົນກະທົບຈາກພະຍຸບົວລອຍ ປະເທດຫວຽດນາມ ເມືອງເວ້ ທີ່ ຮູບພາບ 28 ກັນຍາ 2025
ຢ່າລື່ມກົດຕິດຕາມ