jane - 2025-09-29T135659.882
ກະຊວງໂຍທາທິການ ແລະ ຂົນສົ່ງ ວາງທິດທາງແຜນການ ຄາດໝາຍສູ້ຊົນ 5 ປີຕໍ່ໜ້າ ຈະສຸມໃສ່ຍົກລະດັບ ເສັ້ນທາງ ຄົມມະນາຄົມທາງບົກຢ່າງມີຈຸດສຸມ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 29 September, 2025

อาจเป็นรูปภาพของ 1 คน และ ข้อความ

 

ຂປລ. ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ວາງທິດທາງແຜນການ, ຄາດໝາຍສູ້ຊົນ, ວຽກງານຈຸດສຸມແຕ່ລະດ້ານ ແລະ ມາດຕະການຈັດຕັ້ງປະຕິບັດ ໃນ 5 ປີຕໍ່ໜ້າ(2026-2030) ໂດຍຈະສຸມໃສ່ຍົກລະດັບເສັ້ນທາງຄົມມະນາຄົມທາງບົກຢ່າງມີຈຸດສຸມ ເພື່ອເຊື່ອມຈອດພາກພື້ນຕາມບັນ ດາແລວທາງເສດຖະກິດ, ໄປພ້ອມກັບການພັດທະນາເສັ້ນທາງເຊື່ອມຈອດພາຍໃນ ຕິດພັນກັບການພັດ ທະນາຕົວເມືອງ ໃຫ້ສໍາເລັດ 11 ໂຄງການ. ພ້ອມທັງ, ຈະສຸມໃສ່ນໍາໃຊ້ທ່າແຮງ ຂອງທຸກພາກສ່ວນເສດ ຖະກິດ ໂດຍສະເພາະພາກເອກະຊົນ ໃນການຍົກລະດັບທາງຫລວງແຫ່ງຊາດສາຍຫລັກ ທີ່ມີການຂົນ ສົ່ງຫລາຍ, ມີທ່າແຮງໃຫ້ສາມາດຮັບນໍ້າໜັກໄດ້ໄດ້ 11 ໂຕນ/ເພົາ ຄາດຄະເນໃຫ້ໄດ້ 500 ກິໂລແມັດ, ສຸມໃສ່ວຽກງານຄຸ້ມຄອງນຳໜັກລົດບັນທຸກ, ຄຸ້ມຄອງດ້ານເຕັກນິກທາງດ່ວນ ແລະ ບັນດາວຽກງານຕ່າງໆທີ່ມີຄວາມຈໍາເປັນ.

Digital Marketing Agency in Laos - Emerging Digital Solutions

 

ສະຫາຍ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີ ກະຊວງ ຍທຂ ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ຍທຂ ຄັ້ງທີ VI ເມື່ອບໍ່ດົນນີ້ວ່າ: ໃນລະຍະ 5 ປີໃນຕໍ່ໜ້າ ໂດຍຈະສຸມໃສ່ຍົກລະດັບເສັ້ນທາງຄົມມະນາຄົມທາງບົກຢ່າງມີຈຸດສຸມ ໃຫ້ສໍາເລັດ 11 ໂຄງການຄື: ໂຄງການປັບປຸງ ແລະ ສ້ອມແປງທາງເລກ 13 ໃຕ້ ແຕ່ທ່າແຂກ-ດ່ານສາກົນ ນາເພົ້າ; ຂົວ 6 ແຫ່ງ ຕາມທາງເລກ 8; ຂົວ 12 ແຫ່ງ ຕາມທາງເລກ 20; ທາງຫລວງທ້ອງຖິ່ນ 5 ແຂວງພາກເໜືອ; ໂຄງການພັດທະນາຊົນນະບົດໄລຍະ 3 ແລະ ໄລຍະ 4; ໂຄງການກໍ່ສ້າງທາງແຕ່ເມືອງປາກທາ-ເມືອງຜາອຸດົມ; ທາງຫລວງແຫ່ງຊາດເລກ 8 ທີ່ໄດ້ຮັບຄວາມເສຍຫາຍຈາກໄພພິບັດປີ 2023; ສືບຕໍ່ກະກຽມ ແລະ ສູ້ຊົນໃຫ້ສຳ ເລັດການກໍ່ສ້າງ 3 ໂຄງການ ຄື: ໂຄງການກໍ່ສ້າງຂົວ ຂ້າມນໍ້າຂອງຊຽງແມນ-ນະຄອນຫລວງພະບາງ, ທາງຫລວງທ້ອງຖິ່ນ ເພື່ອເຊື່ອມໂຍງ-ເຊື່ອມຈອດ ຢູ່ 3 ແຂວງພາກໃຕ້ (ຄຳມ່ວນ, ສະຫວັນນະເຂດ ແລະ ສາລະວັນ), ໂຄງການກໍ່ສ້າງຂົວ 12 ແຫ່ງ ຕາມທາງຫລວງແຫ່ງຊາດເລກ 13 ໃຕ້; ສືບຕໍ່ກະກຽມ 2 ໂຄງການ ຄື: ຂົວຂ້າມນໍ້າຂອງມິດຕະພາບ ລາວ-ໄທ ແຫ່ງທີ 6 ສາລະວັນ-ອຸບົນຣາດຊະທານີ; ໂຄງ ການຟື້ນຟູ ແລະ ຍົກລະດັບ ທາງເລກ 18B ແລະ ສືບຕໍ່ສຶກສາບັນດາໂຄງການ ຕາມເສັ້ນທາງຫລວງແຫ່ງຊາດ.

 

ສຳລັບ ວຽກງານຂົນສົ່ງ ຈະສືບຕໍ່ນຳພາພັດທະນາການບໍລິການຂົນສົ່ງພາຍໃນປະເທດ, ລະ ຫວ່າງປະເທດ ແລະ ຜ່ານແດນໃຫ້ມີຄວາມສະດວກ, ວ່ອງໄວ, ປອດໄພ ສາມາດຮ່ວມມື ແລະ ແຂ່ງ ຂັນກັບສາກົນໄດ້; ສ້າງທ່າບົກທ່າແຂກ, ທ່າບົກຫ້ວຍຊາຍ ແລະ ທ່າບົກຫລວງພະບາງ ເພື່ອເປັນສູນບໍລິການດ້ານໂລຈິສຕິກລະດັບສາກົນ, ພ້ອມທັງປັບປຸງ ແລະ ຄຸ້ມຄອງ ລາຄາຄ່າບໍລິການທ່າບົກໃຫ້ສົມເຫດສົມຜົນ; ເພີ່ມທະວີການຄຸ້ມຄອງຕິດຕາມກວດກາ ລົດຂົນສົ່ງສິນຄ້າ ເຂົ້າ-ອອກ ລະຫວ່າງປະເທດ ແລະ ຜ່ານແດນ ໃຫ້ເປັນໄປຕາມສັນຍາການຂົນສົ່ງທີ່ ສປປ ລາວ ໄດ້ເຂົ້າຮ່ວມເປັນພາຄີ; ປັບປຸງມາດຕະຖານລົດຂົນສົ່ງໂດຍສານ, ສະຖານີຂົນສົ່ງໂດຍສານ, ການຄຸ້ມຄອງສາຍທາງຂົນສົ່ງຜູ້ໂດຍສານປະຈຳທາງ ດ້ວຍລະບົບທັນສະໄໝ; ຄຸ້ມຄອງມາດຕະຖານເຕັກນິກ, ການນຳເຂົ້າ, ການຂຶ້ນທະບຽນ ແລະ ການນໍາໃຊ້ ຍານພາຫະນະ ດ້ວຍລະບົບທີ່ທັນສະໄໝ ໂດຍການສ້າງສູນຄວບຄຸມການຂົນສົ່ງ, ສູນຄວບຄຸມການຈະລາຈອນ, ການຈອດລົດ, ລະບົບກ້ອງວົງຈອນປິດ ພາຍໃຕ້ໂຄງການຄຸ້ມຄອງຍານ ພາຫະນະ ແລະ ການຂົນສົ່ງແບບຄົບວົງຈອນ (PPP).

 

ສ່ວນວຽກງານທາງນໍ້າ ສືບຕໍ່ນຳພາພັດທະນາທ່າເຮືອ, ປັບປຸງຄອງເດີນເຮືອຕາມລຳແມ່ນໍ້າຂອງ, ປັບປຸງລະບົບການຂົນສົ່ງທາງນໍ້າໃຫ້ມີຄວາມປອດໄພ ໄດ້ມາດຕະຖານສາກົນ; ຄຸ້ມຄອງ ແລະ ຊຸກຍູ້ ນໍາໃຊ້ການຄົມມະນາຄົມ-ຂົນສົ່ງທາງນໍ້າຕາມ ລໍາແມ່ນໍ້າຂອງ ແລະ ແມ່ນໍ້າສາຂາ ຕິດພັນກັບການທ່ອງ ທ່ຽວ ແລະ ການຂົນສົ່ງສິນຄ້າ. ສ່ວນວຽກງານທາງລົດໄຟ ສືບຕໍ່ພັດທະນາເສັ້ນທາງລົດໄຟ ເພື່ອເຊື່ອມຈອດກັບບັນດາປະເທດໃກ້ຄຽງ, ພາກພື້ນ ແລະ ສາກົນ; ແກ້ໄຂຂໍ້ຄົງຄ້າງຈາກການກໍ່ສ້າງໂຄງການກໍ່ ສ້າງລົດໄຟ ລາວ-ຈີນ ໃຫ້ສຳເລັດ; ປັບປຸງການບໍລິການແລ່ນລົດໄຟລາວ-ຈີນ, ລາວ-ໄທ ໃຫ້ມີປະສິດທິຜົນສູງຂຶ້ນ; ຕິດຕາມການຈັດຕັ້ງຜັນຂະຫຍາຍໂຄງການຮ່ວມມືພັດທະນາເສັ້ນທາງລົດໄຟ ລາວ-ຫວຽດ ນາມ ທີ່ບໍລິສັດຝ່າຍ ລາວ ແລະ ຫວຽດນາມ ໄດ້ເຊັນຮ່ວມນໍາກັນຜ່ານມາ; ສຳຫລວດ, ສຶກສາຄວາມເປັນໄປໄດ້ ແລະ ອອກແບບລະອຽດ ໂຄງການທາງລົດໄຟ ແຕ່ນະຄອນຫລວງວຽງຈັນຫາ ຕົວເມືອງທ່າແຂກ ແຂວງຄຳມ່ວນ ຫາ ຊາຍແດນລາວ-ຫວຽດນາມ (ນາເພົ້າ); ສຳຫລວດ, ສຶກສາຄວາມເປັນໄປໄດ້ ແລະ ອອກແບບລະອຽດ ໂຄງການທາງລົດໄຟ ແຕ່ນະຄອນ ໄກສອນ ພົມວິຫານ ແຂວງສະຫວັນນະເຂດຫາ ດ່ານສາກົນແດນສະຫວັນ-ລາວບາວ; ສຶກສາຄວາມເປັນໄປໄດ້ເສັ້ນທາງລົດໄຟ ແຕ່ນະຄອນ ຫລວງວຽງຈັນ ຫາແຂວງຈຳປາສັກ (ຊາຍແດນລາວ-ກຳປູເຈຍ).

ຂ່າວ: ກິດຕາ

ພາບ: ຂັນໄຊ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 29 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,500
21,777
thailand (1)
THB
667.03
677.70
european-union
EUR
24,360
24,846
china
CNY
2,942
3,000
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-29T152625.018
ຜູ້ປ່ວຍໄຂ້ຍຸງລາຍ ຍັງມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ ແຕ່ມີກໍລະນີເສຍຊີວິດ ຍັງຢູ່ 1 ຄົນ
jane - 2025-09-29T151235.902
ອັດຕາເງິນເຟີ້ລາວ ຊະລໍຕົວ, ແຕ່ຄ່າ ຄອງຊີບຍັງສູງ ຈາກແຮງກົດດັນຂອງລາຄາ ໄຟຟ້າ-ນໍ້າມັນເຊື້ອໄຟ
pele - 2025-09-29T144216.509
ລົດໄຟລາວ-ຈີນ ຈະຢຸດການ ແລ່ນ ຊົ່ວຄາວໃນມື້ອື່ນ
site cover1 - 2025-09-29T144348.412
ເກົາຫຼີໃຕ້ຍົກເວັ້ນວີຊາກຸ່ມທ່ອງທ່ຽວຈີນເຂົ້າປະເທດ ຫວັງກະຕຸ້ນເສດຖະກິດ-ສ້າງສາຍພົວພັນເພື່ອນບ້ານ
jane - 2025-09-29T143642.818
ລັດຖະບານລາວຈະປັບປຸງລາຄາໄຟຟ້າເລີ່ມຕົ້ນເດືອນຕຸລານີ້ ເຊິ່ງຈະຍົກເລີກການໃຫ້ໄຟຟ້າຟຣີແກ່ຄອບຄົວທຸກຍາກ ແລະ ຄົວເຮືອນທີ່ໃຊ້ໄຟໜ້ອຍ.
jane - 2025-09-29T135659.882
ກະຊວງໂຍທາທິການ ແລະ ຂົນສົ່ງ ວາງທິດທາງແຜນການ ຄາດໝາຍສູ້ຊົນ 5 ປີຕໍ່ໜ້າ ຈະສຸມໃສ່ຍົກລະດັບ ເສັ້ນທາງ ຄົມມະນາຄົມທາງບົກຢ່າງມີຈຸດສຸມ
jane - 2025-09-29T115736.803
ເຕືອນການສັນຈອນ ວັນທີ 29/09/2025 ເວລາປະມານ 7 ໂມງ, ນ້ຳຖ້ວມທາງ 28A ວິລະບູລີ - ເຊໂປນ ແຂວງສະຫວັນນະເຂດ.
site cover1 - 2025-09-29T114723.146
ທຣຳປ໌ປະນາມເຫດການນອງເລືອດ ເສຍຊີວິດ 4 ຄົນທີ່ໂບດໃນລັດມິຊິແກນ ຢັ້ງຢືນທຸກຝ່າຍຕ້ອງຢຸດຕິຄວາມຮຸນແຮງຕໍ່ຊາວຄຣິສຕຽນ
jane - 2025-09-29T113737.863
ແຈ້ງເຕືອນໄພ ພາຍຸໝູນເຂດຮ້ອນ ບົວລອຍ (Bualoi) ປະຈໍາວັນທີ 29 ກັນຍາ 2025
site cover1 - 2025-09-29T110459.772
ພະນັກງານຈາກສະຫະພັນກິລາບານເຕະແຫ່ງຊາດລາວ ສໍາເລັດການເຂົ້າຮ່ວມຝຶກງານໄລຍະ 3 ເດືອນ ທີ່ ສຳນັກງານໃຫຍ່ຂອງ FIFA ທີ່ເມືອງ ຊູລິກ (Zurich) ປະເທດ ສະວິດເຊີແລນ (Switzerland)
ຢ່າລື່ມກົດຕິດຕາມ