ອັດຕາເງິນເຟີ້ຂອງ ສປປ ລາວ ໄດ້ສືບຕໍ່ຊະລໍຕົວລົງຢ່າງໜ້າພໍໃຈ, ທ່າມກາງ ຄວາມທ້າທາຍທີ່ສຳຄັນຍັງຄົງມີຢູ່ ເນື່ອງຈາກລາຄາຂອງໝວດສິນຄ້າ ແລະ ບໍລິການທີ່ຈຳເປັນຕໍ່ການດຳລົງຊີວິດປະຈຳວັນ, ໂດຍສະເພາະ ພະລັງງານ, ນ້ຳປະປາ, ແລະ ໝວດສຸຂະພາບ, ຍັງສືບຕໍ່ເພີ່ມຂຶ້ນໃນອັດຕາທີ່ສູງຢູ່.
ໂດຍ ຕາມການລາຍງານຂອງ ສູນສະຖິຕິແຫ່ງຊາດ, ໃນເດືອນກັນຍາ 2025, ອັດຕາເງິນເຟີ້ລວມຂອງປະເທດຢືນຢູ່ທີ່ 4.5%, ເຊິ່ງເປັນການເພີ່ມຂຶ້ນທີ່ຊ້າກວ່າເດືອນຜ່ານມາ, ຊີ້ໃຫ້ເຫັນເຖິງແນວໂນ້ມໃນທາງບວກ.
ຈຸດທີ່ສຳຄັນທີ່ສຸດແມ່ນຜົນສຳເລັດໃນການຄວບຄຸມອັດຕາເງິນເຟີ້ສະເລ່ຍໃນຮອບ 9 ເດືອນຕົ້ນປີ 2025 ເຊິ່ງບັນທຶກຢູ່ທີ່ 8.8%. ຕົວເລກນີ້ໄດ້ຫຼຸດລົງຢ່າງຮຸນແຮງເມື່ອທຽບກັບໄລຍະດຽວກັນຂອງປີ 2024 ທີ່ເຄີຍສູງເຖິງ 24.8%. ການຫຼຸດລົງເກືອບ 16 ສ່ວນຮ້ອຍສະແດງເຖິງຄວາມຄືບໜ້າທີ່ຍິ່ງໃຫຍ່ໃນການສ້າງສະຖຽນລະພາບທາງດ້ານລາຄາ.
ເຖິງແມ່ນວ່າຕົວເລກລວມຈະດີຂຶ້ນ, ລາຍລະອຽດສະແດງໃຫ້ເຫັນວ່າປະຊາຊົນຍັງປະເຊີນກັບຄ່າຄອງຊີບທີ່ສູງຂຶ້ນໃນໝວດສິນຄ້າຈຳເປັນເຊັ່ນ:
ໂດຍຕາມ ສູນສະຖິຕິແຫ່ງຊາດ, ສາເຫດຕົ້ນຕໍທີ່ເຮັດໃຫ້ອັດຕາເງິນເຟີ້ຍັງສືບຕໍ່ຢູ່ໃນລະດັບທີ່ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ແມ່ນຍ້ອນການປັບຂຶ້ນລາຄາພື້ນຖານໂຄງລ່າງ ແລະ ບັນຫາອັດຕາແລກປ່ຽນ. ການປັບເພີ່ມຂຶ້ນຂອງລາຄາ ໄຟຟ້າ, ນໍ້າປະປາ, ແລະ ນໍ້າມັນເຊື້ອໄຟ ໄດ້ເປັນປັດໄຈທີ່ຊຸກຍູ້ຕົ້ນທຶນການຜະລິດ ແລະ ລາຄາຂາຍສຸດທ້າຍຂອງສິນຄ້າຕ່າງໆ.
ນອກຈາກນີ້ການຕິດຕາມສະພາບລາຄາລາຍອາທິດຍັງໄດ້ເຫັນການປັບຂຶ້ນລາຄາສິນຄ້າຈຳນວນຫຼາຍຕາມການ ອ່ອນຄ່າຂອງເງິນກີບທຽບກັບເງິນບາດໄທ ໂດຍສະເພາະ. ນີ້ສະແດງໃຫ້ເຫັນວ່າສະຖຽນລະພາບຂອງອັດຕາແລກປ່ຽນຍັງຄົງເປັນປັດໄຈສຳຄັນທີ່ກະຕຸ້ນລາຄາສິນຄ້ານຳເຂົ້າ.
ສະຫຼຸບແລ້ວ ເຖິງແມ່ນວ່າອັດຕາເງິນເຟີ້ລວມຂອງ ສປປ ລາວ ໄດ້ສະແດງໃຫ້ເຫັນສັນຍານທີ່ດີຂອງການຊະລໍຕົວລົງຢ່າງເຫັນໄດ້ຊັດໃນປີ 2025, ແຕ່ຄວາມກົດດັນດ້ານຄ່າຄອງຊີບຕໍ່ປະຊາຊົນຍັງມີສູງຢູ່.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,500 | 21,777 |
![]() THB | 667.03 | 677.70 |
![]() EUR | 24,360 | 24,846 |
![]() CNY | 2,942 | 3,000 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |