ຂປລ. ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ການປະຕິບັດແຜນຍຸດທະສາດ ຂອງອົງຄະນະພັກ ແຂວງຫລວງພະບາງ ທີ່ຖືເອົາການທ່ອງທ່ຽວເປັນທ່າແຮງໜຶ່ງ ໃນການພັດທະນາເສດຖະກິດ-ສັງຄົມ ໃນ 5 ປີຜ່ານມາ ອົງການປົກຄອງແຂວງ ໄດ້ຕັ້ງໜ້າປັບປຸງ ແລະ ພັດທະນາການທ່ອງທ່ຽວ ເປັນຕົ້ນ ໄດ້ສ້າງແຜນຍຸດທະສາດສຳລັບປີ 2020-2024 ມີ 30 ແຜນງານ, ມີ 113 ໂຄງການ ແລະ ຈັດຕັ້ງປະຕິບັດສໍາເລັດ 102 ໂຄງການ ເທົ່າກັບ 90,27%.
ນອກນີ້, ຍັງມີການພັດທະນາພື້ນຖານໂຄງລ່າງຂະໜາດນ້ອຍ ເພື່ອເຂົ້າເຖິງສະຖານທີ່ທ່ອງທ່ຽວ, ປັບປຸງສິ່ງອຳນວຍຄວາມສະດວກ ເພື່ອເປັນບ່ອນອີງ ໃຫ້ແກ່ການພັດທະນາການທ່ອງທ່ຽວ ສູ່ຄວາມຍືນຍົງ, ມີຄຸນະພາບ, ໄດ້ມາດຕະຖານ, ການປັບປຸງ-ພັດທະນາ ໄດ້ປະຕິບັດຕາມມາດຕະຖານການທ່ອງທ່ຽວແຫ່ງຊາດ, ອາຊຽນ ແລະ ສາກົນ.
ສະຫາຍ ນາງ ສຸດາພອນ ຄົມທະວົງ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກ ວັດທະນະທໍາ ແລະ ການທ່ອງທ່ຽວແຂວງຫລວງພະບາງ ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຫລວງພະບາງ ຄັ້ງທີ IX ໃນວັນທີ 29 ກັນຍາ 2025 ນີ້ວ່າ: ການພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳ ທີ່ເປັນເອກະລັກຂອງຊາວຫລວງພະບາງ, ຜ່ານການປະຕິບັດບັນດາວຽກງານທີ່ປິ່ນອ້ອມ ເຮັດໃຫ້ຫລວງພະບາງ ສາມາດຍາດໄດ້ລາງວັນ ມາດຕະຖານອາຊຽນ 47 ລາງວັນ, ເດັ່ນກວ່າໝູ່ແມ່ນ ລາງວັນ ໜຶ່ງໃນຮ້ອຍເລື່ອງລາວຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຍືນຍົງຂອງໂລກ ຈາກອົງການຈຸດໝາຍປາຍທາງການທ່ອງທ່ຽວສີຂຽວ ແລະ ປີ 2025 ໄດ້ຮັບການຢັ້ງຢືນລາງວັນລະດັບຫລຽນເງິນ ເປັນແຂວງດຽວ ໃນກຸ່ມປະເທດລຸ່ມແມ່ນ້ຳຂອງ CLMV (ກໍາປູເຈຍ, ລາວ, ມຽນມາ, ຫວຽດນາມ), ເຊິ່ງຈະໄດ້ຮັບລາງວັນໃນເດືອນ ຕຸລາ ທີ່ຈະມາເຖິງນີ້.
ພ້ອມນີ້, ສະຖານທີ່ທ່ອງທ່ຽວໄດ້ຮັບການປັບປຸງ ລະດັບ 4 ດາວ 3 ແຫ່ງ; ການທ່ອງທ່ຽວໄດ້ຂະຫຍາຍລົງສູ່ທ້ອງຖິ່ນ, ປະຊາຊົນມີລາຍຮັບ ເຮັດໃຫ້ຊີວິດຄວາມເປັນຢູ່ດີຂຶ້ນ, ພັດທະນາບ້ານທ່ອງທ່ຽວແບບອະນຸລັກ ປະຊາຊົນມີສ່ວນຮ່ວມໄດ້ 10 ບ້ານໃນ 4 ເມືອງ; ໄດ້ພັດທະນາຂີດຄວາມສາມາດພະນັກງານພາກລັດ, ພາກທຸລະກິດ, ທັງພາຍໃນ ແລະ ຕ່າງປະເທດ, ຈັດຝຶກອົບຮົມວຽກງານການທ່ອງທ່ຽວໄດ້ 131 ຫົວຂໍ້, ປັບປຸງ, ສົ່ງເສີມ ແລະ ພັດທະນາພື້ນໂຄງລ່າງການເຂົ້າເຖິງສະຖານທີ່ທ່ອງທ່ຽວ, ການໃຫ້ການບໍລິການດ້ານຕ່າງໆ.
ຈາກໄລຍະຕົ້ນສະໄໝຂອງກອງປະຊຸມ, ພວກເຮົາໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ, ຢ່າງໜັກໜ່ວງ, ມາຮອດໄລຍະກາງສະໄໝ ໂດຍອີງໃສ່ນະໂຍບາຍຂອງລັດຖະບານ ໃນການຍົກເວັ້ນ ວີຊາທ່ອງທ່ຽວ ຂອງນັກທ່ອງທ່ຽວ ສປ ຈີນ ແລະ ບາງປະເທດເອີຣົບ ບວກໃສ່ການຈັດປີທ່ອງທ່ຽວລາວ ປີ 2024 ໄດ້ເຮັດໃຫ້ການທ່ອງທ່ຽວຄ່ອຍໆຟື້ນຕົວສູ່ສະພາບປົກກະຕິ, ເຊິ່ງໃນໄລຍະ 5 ປີຜ່ານມາ ມີນັກທ່ອງທ່ຽວ 4.239.552 ເທື່ອຄົນ, ນັກທ່ອງທ່ຽວພາຍໃນ 1.524.291 ເທື່ອຄົນ, ນັກທ່ອງທ່ຽວສາກົນ 2.715.261 ເທື່ອຄົນ, ສະເລ່ຍຄ່າໃຊ້ຈ່າຍຈາກນັກທ່ອງທ່ຽວ 2 ຕື້ກວ່າໂດລາສະຫະລັດ, ລື່ນຄາດໝາຍ 60,49%.
ຂ່າວ: ອາພຸດເດດ ບຸບຜາ, ພາບ: ເພັດສາຄອນ ສີມມະວົງ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,497 | 21,774 |
![]() THB | 664.74 | 675.38 |
![]() EUR | 24,283 | 24,769 |
![]() CNY | 2,932 | 2,990 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |