ຂປລ. ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI ໄດ້ສໍາເລັດລົງຢ່າງຈົບງາມ ໃນວັນທີ 30 ກັນຍາ 2025, ພາຍຫລັງດໍາເນີນມາເປັນເວລາ 2 ວັນ ຢູ່ສະໂມສອນຂອງແຂວງ, ພາຍໃຕ້ການເປັນປະທານຂອງ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຄໍາມ່ວນ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ພ້ອມດ້ວຍແຂກຖືກເຊີນ ແລະ ຜູ້ແທນສົມບູນເຂົ້າຮ່ວມ.
ໃນວະລະກອງປະຊຸມ ບັນດາຜູ້ແທນໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາເຫັນ ແລະ ເປັນເອກະພາບສູງຮັບຮອງເອົາບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ຂອງແຂວງ ແລະ ບົດສໍາຫລວດການນໍາພາລວມ ຂອງຄະນະພັກແຂວງ ສະໄໝທີ X ຢ່າງເລິກເຊິ່ງ ແລະ ແທດຕົວຈິງ; ຮັບຮອງເອົາທິດທາງ, ວຽກງານ ແລະ ຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ (2026-2030).
ພ້ອມນັ້ນ, ກໍໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ ເຊິ່ງມີຜູ້ອອກສະໝັກ 42 ສະຫາຍ, ເລືອກເອົາ 37 ສະຫາຍ, ຍິງ 7 ສະຫາຍ.ກອງປະຊຸມຄັ້ງປະຖົມມະລືກ ເປັນເອກະສັນເລືອກເອົາຄະນະປະຈໍາພັກແຂວງຈໍານວນ 11 ສະຫາຍ, ຍິງ 1 ສະຫາຍ.
ໃນນີ້, ຮັບຮອງເອົາ ສະຫາຍ ວັນໄຊ ພອງສະຫວັນ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ສົມໃຈ ພານີຈັນ ແລະ ສະຫາຍ ສົມສະອາດ ອຸ່ນສີດາ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ເລືອກເອົາ ສະຫາຍ ນາງ ບັງອອນ ໄຊຍະສິດ ເປັນປະທານກວດກາພັກແຂວງ, ສະຫາຍ ພິມພອນ ສຸລິວົງສາ, ສະຫາຍ ສີສຸກ ພິມມະສອນ ແລະ ສະຫາຍ ບຸນທະວີ ພິລາວັນ ເປັນຮອງປະທານກວດກາພັກແຂວງ. ພ້ອມດຽວກັນ, ຍັງໄດ້ ເລືອກເອົາຜູ້ແທນສົມບູນ ຈໍານວນ 28 ສະຫາຍ, ຍິງ 4 ສະຫາຍ; ຜູ້ແທນສໍາຮອງ 5 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ.
ໂອກາດນີ້, ກອງປະຊຸມຍັງໄດ້ຮັບຟັງຄໍາໂອ້ລົມຊີ້ນໍາຂອງ ສະຫາຍ ບຸນທອງ ຈິດມະນີ ເຊິ່ງຄວາມເຫັນຊີ້ນໍາ ແມ່ນເຕັມໄປດ້ວຍເນື້ອໃນສໍາຄັນ ເຊິ່ງເປັນທິດຊີ້ນໍາໃຫ້ແກ່ການເຄື່ອນໄຫວນໍາພາ-ຊີ້ນໍາຂອງຄະນະພັກ, ສະມາຊິກພັກທີ່ຈະຕ້ອງໄດ້ ຄົ້ນຄວ້າໃຫ້ເລິກເຊິ່ງ ແລະ ນໍາໄປຜັນຂະຫຍາຍ ເພື່ອຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.
ຂ່າວ: ມະນີວັນ
ພາບ: ກອງຄໍາ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |