
ຂປລ. ແຫລ່ງຂ່າວຈາກ ແຂວງໄຊສົມບູນ ໃຫ້ຮູ້ວ່າ: ໃນວັນທີ 30 ກັນຍາ 2025, ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະນໍາຂອງແຂວງ ແລະ ເມືອງອະນຸວົງ ເຄື່ອນໄຫວຕິດຕາມສະພາບຄວາມເສຍຫາຍຈາກຜົນກະທົບຂອງພະຍຸບົວລອຍ ທີ່ບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ທີ່ເຮັດໃຫ້ເຮືອນຊານຂອງປະຊາຊົນໄດ້ຮັບຄວາມເສຍຫາຍ ແລະ ມີຜູ້ເສຍຊີວິດ 3 ຄົນ.
ຕາມການບອກເລົ່າຂອງປະຊາຊົນພາຍໃນບ້ານດັ່ງກ່າວ ໃຫ້ຮູ້ວ່າ: ໃນເວລາປະມານທ່ຽງຄືນ ຂອງວັນທີ 29 ກັນຍາ 2025 ໄດ້ມີຝົນຕົກໜັກ ເຮັດໃຫ້ມີນໍ້າໄຫລຊຸ ເອົາເຮືອນປະຊາຊົນ ຈໍານວນ 2 ຫລັງ ແລະ ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ. ນອກນີ້, ຍັງມີເຮືອນຂອງປະຊາຊົນຈໍານວນໜຶ່ງ ທີ່ຢູ່ໃກ້ຄຽງເຂດດັ່ງກ່າວຖືກນໍ້າຖ້ວມ, ເສັ້ນທາງມີການເປ່ເພບໍ່ສາມາດສັນຈອນໄປ-ມາໄດ້, ແຕ່ປັດຈຸບັນ ໄດ້ມີ ກຳລັງ ປກຊ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງໄດ້ປະຈໍາຢູ່ຈຸດດັ່ງກ່າວ ເພື່ອເຝົ້າລະວັງ ແລະ ໃຫ້ການຊ່ວຍເຫລືອປະຊາຊົນໃນເວລາສຸກເສີນ, ສ່ວນຄວາມເສຍຫາຍທັງໝົດຍັງບໍ່ສາມາດປະເມີນໄດ້.
ໂອກາດນີ້ດັ່ງກ່າວ, ທ່ານ ພອຍຄໍາ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມເປັນຫ່ວງເປັນໄຍ ຂອງການນໍາພັກ-ລັດ ກໍຄືການນໍາແຂວງໄຊສົມບູນ ທີ່ມີຕໍ່ປະຊາຊົນຕະຫລອດມາ ພ້ອມທັງຍັງເປັນການລົງໃກ້ຊິດຕິດແທດ ເພື່ອເປັນການໃຫ້ກໍາລັງໃຈແກ່ຄອບຄົວທີ່ໄດ້ຮັບຜົນກະທົບ ໃນເຫດການຄັ້ງນີ້. ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ຈົ່ງຮີບຮ້ອນສະຫລຸບລາຍງານຜົນເສຍຫາຍໃນຄັ້ງນີ້ ໃຫ້ຂັ້ນສູນກາງ ພ້ອມທັງກະກຽມຄວາມຊ່ວຍເຫລືອເບື້ອງຕົ້ນ ໃຫ້ແກ່ຄອບຄົວທີ່ມີຜູ້ເສຍຊີວິດ. ພ້ອມນີ້, ຍັງໄດ້ມອບເງິນ 5 ລ້ານກີບ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ເພື່ອເປັນການຊ່ວຍເຫລືອໃນເບື້ອງຕົ້ນ ຕື່ມອີກ.
ຂ່າວ: ພາພອນ ນະວົງໄຊ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,526 | 21,803 |
![]() THB | 662.81 | 673.41 |
![]() EUR | 24,425 | 24,914 |
![]() CNY | 2,956 | 3,015 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |