ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ຜ່ານ (ຮ່າງ) ບົດລາຍງານການເມືອງຂອງຄະນະບໍລິຫານງານພັກກະຊວງສຶກສາທິການ ແລະ ກິລາ ສະໄໝທີ IX ຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງສຶກສາທິການ ແລະ ກິລາ ຄັ້ງທີ X ກ່ຽວກັບທິດທາງລວມ, ຄາດໝາຍສູ້ຊົນ ແລະ ວຽກຈຸດສຸມຕົ້ນຕໍໃນການໍາພາຂອງອົງຄະນະພັກ ກະຊວງສຶກສາທິການ ແລະ ກິລາ ສະໄໝທີ X ໄລຍະ 5 ປີຕໍ່ໜ້າ (2026-2030) ໃນວັນທີ 26 ກັນຍາ 2025 ຜ່ານມານີ້ພາຂອງອົງຄະນະພັກ ກະຊວງສຶກສາທິການ ແລະ ກິລາ ສະໄໝທີ X (2026-2030) ຄາດໝາຍສູ້ຊົນແຕ່ລະດ້ານ:
– ຈະສືບຕໍ່ຢຶດໝັ້ນລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ຫັນແນວທາງປ່ຽນແປງໃໝ່ເຂົ້າສູ່ລວງເລິກໃນວຽກງານສຶກສາ, ວິທະຍາສາດ ແລະ ກິລາ, ກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນທັງ 4 ດ້ານ, ປັບປຸງ ແລະ ຂະຫຍາຍການຈັດຕັ້ງຂອງພັກໃຫ້ສອດຄ່ອງກັບກົງຈັກບໍລິຫານລັດຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ທັງພາກລັດ ແລະ ເອກະຊົນ, ຕັ້ງໜ້າຂະຫຍາຍພັກໃຫ້ຕິດພັນກັບຂະບວນການຕົວຈິງ, ເອົາໃຈໃສ່ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ
– ສ້າງແຜນບໍາລຸງ ແລະ ກໍ່ສ້າງຄະນະພັກ, ຄະນະນໍາ, ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ, ພະນັກງານຄຸ້ມຄອງ-ນໍາພາ ແຕ່ລະຂັ້ນຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ທາງດ້ານທິດສະດີການເມືອງຂັ້ນຕົ້ນ, ຂັ້ນກາງ ແລະ ຂັ້ນສູງທັງພາຍໃນ ແລະ ຕ່າງປະເທດ
– ສືບຕໍ່ສ້າງນິຕິກໍາກ່ຽວກັບການສຶກສາ, ການຄົ້ນຄວ້າວິທະຍາດສາດ ແລະ ການກິລາ ຢ່າງເປັນລະບົບ ເປັນຕົ້ນແມ່ນຮ່າງມະຕິຂອງສູນກາງພັກ ຕໍ່ກັບການພັດທະນາຊັບພະຍາກອນມະນຸດ, ຍຸດທະສາດການສຶກສາ, ຍຸດທະສາດການຄົ້ນຄວ້າວິທະຍາສາດ ແລະ ການກິລາ ໃຫ້ໄດ້ຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ
– ຈະສືບຕໍ່ປັບປຸງຄວາມຮູ້ທາງດ້ານວິຊາການ ແລະ ທັກສະດ້ານການສອນຂອງຄູຊັ້ນການສຶກສາກ່ອນໄວຮຽນ ແລະ ປະຖົມສຶກສາ ໂດຍສຸມໃສ່ການປະຕິຮູບລະບົບການສຶກສາ ສາຍສາມັນສຶກສາ ຈາກລະບົບ 5+4+3 ມາເປັນ 6+3+3 ( ຈາກລະບົບ ປໍ1-5 +ມ1-4 +ມ5-7 ມາເປັນ ປໍ1-6, ມໍ1-3,ມໍ4-6 )ແລະ ການໂຮມໂຮງຮຽນສາມັນສຶກສາ, ການຂະຫຍາຍການສຶກສາສາມັນວິຊາຊີບ, ການສຶກສານອກໂຮງຮຽນ ໃຫ້ມີປະສິດທິພາບ ແລະ ສອດຄ່ອງກັບຄວາມເປັນຈິງຂອງແຕ່ລະທ້ອງຖິ່ນທັງພາກລັດ ແລະ ເອກະຊົນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |