
ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 30 ກັນຍາ ຜ່ານມາ, ທະນາຄານພັດທະນາອາຊີ ຫຼື ADB ໄດ້ເຜີຍແຜ່ ບົດລາຍງານວິໄສທັດການພັດທະນາອາຊີ 2025 ສະບັບເດືອນກັນຍາ. ເມື່ອທຽບໃສ່ບົດລາຍງານສະບັບທຳອິດທີ່ເຜີຍແຜ່ໃນເດືອນເມສາປີນີ້, ບົດລາຍງານສະບັບດັ່ງກ່າວໄດ້ປັບຫຼຸດການຄາດຄະເນການເຕີບໂຕດ້ານເສດຖະກິດຂອງກຸ່ມເສດຖະກິດທີ່ພວມພັດທະນາໃນອາຊີປາຊີຟິກ ປີ 2025 ລົງເຖິງ 4.8%, ຂະນະທີ່ການຄາດຄະເນການເຕີບໂຕດ້ານເສດຖະກິດໃນປີ 2026 ໄດ້ປັບຫຼຸດເຖິງ 4.5%.
ບົດລາຍງານດັ່ງກ່າວລະບຸວ່າ: ປັດຈຸບັນ, ອັດຕາພາສີຂອງ ສະຫະລັດ ອາເມຣິກາ ໄດ້ຮັກສາຢູ່ໃນລະດັບສູງເປັນປະຫວັດສາດ, ຄວາມບໍ່ແນ່ນອນດ້ານການຄ້າພວມຢູ່ໃນລະດັບສູງແບບບໍ່ເຄີຍມີມາກ່ອນ, ຍ້ອນໄດ້ຮັບຜົນກະທົບດັ່ງກ່າວ, ຈັງຫວະການເຕີບໂຕດ້ານເສດຖະກິດຂອງອິນເດຍ ແລະ ເຂດຕາເວັນອອກສ່ຽງໃຕ້ໄດ້ຖືກປັບຫຼຸດລົງ.ວິໄສທັດການພັດທະນາອາຊີ ເປັນບົດລາຍງານເສດຖະກິດປະຈຳປີທີ່ເປັນສັນຍາລັກຂອງທະນາ ຄານ ADB ຊຶ່ງເປັນການຄາດຄະເນຕໍ່ການພັດທະນາເສດຖະກິດໃນເຂດອາຊີປາຊີຟິກ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,526 | 21,803 |
![]() THB | 662.81 | 673.41 |
![]() EUR | 24,425 | 24,914 |
![]() CNY | 2,956 | 3,015 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |