ໂອກາດຮ່ວມງານລ້ຽງສະເຫຼີມສະຫຼອງຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ແຂວງຄໍາມ່ວນ ຄັ້ງ XI ຈັດຂຶ້ນໃນຕອນຄໍ່າຂອງວັນທີ 30 ກັນຍາຜ່ານມາ ທີ່ພັດຕະຄານນ້ອງຢະ, ບັນດາບໍລິສັດ, ຫ້າງຮ້ານຈາກຫຼາຍພາກສ່ວນ ໄດ້
ມອບເງິນອຸປະຖໍາກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI ຊຶ່ງປະກອບມີ: ບໍລິສັດ ພົງຊັບທະວີ ຈໍາກັດຜູ້ດຽວ 500 ລ້ານກີບ; ບໍລິສັດ ແອວເຄທີ ມາຍນິງ ຈໍາກັດ 300 ລ້ານກີບ, ບໍລິສັດ ຄໍາມ່ວນເຕັກໂນໂລຊີການກະສິກໍາ ຈໍາ
ກັດຜູ້ດຽວ 200 ລ້ານກີບ; ກະຊວງຍຸຕິທໍາ 50 ລ້ານກີບ; ນະຄອນຫຼວງວຽງຈັນ 50 ລ້ານກີບ; ກະຊວງ ຍທຂ 50 ລ້ານກີບ ແລະ ກະຊວງກະສີກໍາ ແລະ ສິ່ງແວດລ້ອມ 10 ລ້ານກີບ. ມອບໂດຍ ບັນດາທ່ານລັດຖະມົນຕີ ແລະ ຜູ້ອໍານວຍການບໍລິສັດ
ກ່ຽວຂ້ອງ, ຮັບໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ. ໂອກາດດັ່ງກ່າວ, ທ່ານເຈົ້າແຂວງ ຍັງໄດ້ກ່າວສະແດງຄວາມຂອບໃຈມາຍັງພາກສ່ວນທີ່ໄດ້ໃຫ້ການອຸປະຖໍາ, ພ້ອມນີ້ຍັງໄດ້ມອບໃບຍ້ອງຍໍໃຫ້ພາກສ່ວນທີ່ໃຫ້ການອຸປະຖໍາອີກ
ດ້ວຍ.
(ຂ່າວ: ມະນີວັນ, ພາບ: ກອງຄໍາ)
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |