jane - 2025-10-02T110206.492
ຢຸດ "ກິນຢາດັກໄຂ້" ຄວາມເຊື່ອທີ່ຜິດໆ ບໍ່ຊ່ວຍປ້ອງກັນພະຍາດ ຍັງມີຄວາມສ່ຽງອັນຕະລາຍຫຼາຍກວ່າທີ່ຄິດ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 2 October, 2025

 

ການກິນຢາດັກໄຂ້  ຖືເປັນຄວາມເຊື່ອທີ່ສືບທອດກັນມາດົນນານໃນຫຼາຍຄອບຄົວ ໂດຍມັກຄິດວ່າຖ້າຖືກຝົນຕົກ ຫຼື ເລີ່ມຮູ້ສຶກບໍ່ສະບາຍ ຖ້າກິນຢາແກ້ໄຂ້ໄວ້ກ່ອນ ຈະຊ່ວຍປ້ອງກັນບໍ່ໃຫ້ເປັນໄຂ້ໃນພາຍຫຼັງ ແຕ່ແພດຢືນຢັນວ່າວິທີນີ້ບໍ່ຖືກຕ້ອງ ແລະ ອາດກໍ່ໃຫ້ເກີດຜົນເສຍຕໍ່ສຸຂະພາບຫຼາຍກວ່າທີ່ຄິດ

 

ຢາພາຣາເຊຕາມອນ ກິນດັກໄຂ້ບໍ່ໄດ້ ຍັງສ່ຽງຕັບອັກເສບ ທ່ານໝໍພົດ ອິນທະລາພາພອນ ຫົວໜ້າງານພະຍາດຕິດເຊື້ອ ການກິນ ຢາພາຣາເຊຕາມອນ ຄວນໃຊ້ພຽງແຕ່ເມື່ອມີໄຂ້ຈິງເທົ່ານັ້ນ ການກິນດັກໄວ້ລ່ວງໜ້າ

ທີ່ຮ່າງກາຍຍັງບໍ່ທັນເຈັບ ອາດເພີ່ມຄວາມສ່ຽງເກີດຜົນຂ້າງຄຽງ ເຊັ່ນ ທຳລາຍຕັບ ຫຼື ສ່ຽງຕັບອັກເສບໄດ້ ໂດຍສະເພາະຖ້າກິນເລື້ອຍໆ ຫຼື ເກີນຂະໜາດ

 

ຢາຟ້າທະລາຍໂຈນ ບໍ່ແມ່ນຢາກິນດັກໄຂ້

 

ສຳລັບຄວາມເຊື່ອທີ່ວ່າການກິນ ຢາຟ້າທະລາຍໂຈນ ລ່ວງໜ້າຈະຊ່ວຍດັກໄຂ້ໄດ້ ຟ້າທະລາຍໂຈນມີໄວ້ເພື່ອຫຼຸດໄຂ້ ບັນເທົາອາການເຈັບຄໍ ແລະ ເມື່ອຍຕົວໃນກໍລະນີທີ່ມີອາການເປັນໄຂ້ຫວັດຈິງເທົ່ານັ້ນ ບໍ່ຈຳເປັນຕ້ອງກິນດັກໄວ້ກ່ອນ

 

ຂໍ້ຄວນລະວັງໃນການໃຊ້ຢາຟ້າທະລາຍໂຈນ

 

  • ຫ້າມກິນພ້ອມກັບພາຣາເຊຕາມອນ ຄວນຫ່າງກັນຢ່າງໜ້ອຍ 2-4 ຊົ່ວໂມງ ເພາະທັງສອງຊະນິດຖືກຂັບອອກທີ່ຕັບຄືກັນ

 

  • ປະລິມານການໃຊ້ຂຶ້ນກັບຊະນິດຢາ ຕ້ອງອ່ານປ້າຍຢ່າງລະອຽດ ໂດຍທົ່ວໄປບໍ່ຄວນເກີນວັນລະ 4 ເທື່ອ ຫ່າງກັນທຸກ 6-8 ຊົ່ວໂມງ

 

  • ຖ້າໃຊ້ຢາຟ້າທະລາຍໂຈນຕິດຕໍ່ກັນ 1-2 ວັນແລ້ວອາການບໍ່ດີຂຶ້ນ ຄວນໄປພົບແພດທັນທີ

 

ສະຫຼຸບ

ການກິນຢາດັກໄຂ້ ບໍ່ວ່າຈະເປັນພາຣາເຊຕາມອນ ຫຼື ຟ້າທະລາຍໂຈນ ບໍ່ໄດ້ຊ່ວຍປ້ອງກັນການເກີດໄຂ້ຈິງ ແຕ່ກັບສ່ຽງທຳລາຍຕັບ ແລະ ເກີດຜົນຂ້າງຄຽງໂດຍບໍ່ຈຳເປັນ ດັ່ງນັ້ນຄວນໃຊ້ຢາຢ່າງຖືກຕ້ອງຕາມຂໍ້ຄຳເເນະນຳຂອງເເພດ ແລະ ປຶກສາແພດ ຫຼື ເພສັດຊະກອນກ່ອນໃຊ້ຢາທຸກຄັ້ງເພື່ອຄວາມປອດໄພ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 17 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,526
21,803
thailand (1)
THB
662.81
673.41
european-union
EUR
24,425
24,914
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-17T142530.973
ງານຫອມກິ່ນລາວເດີມ ປີ​ 2025​ ຈັດຂຶ້ນ​ໃນວັນທີ​ 15 ຕຸລາ​​ -​ 5 ພະຈິກ​ 2025​ ນີ້,​ ຢູ່ສູນການການຄ້າແຟຣນຊິມມໍ ຫຼັກ​ 2 ນະຄອນປາກເຊ​ ແຂວງ​ຈໍາປາສັກ
pele - 2025-10-17T133348.394
ຈີນ, ລາວ​ ແລະ​ ຫວຽດ​ນາມ ​ຝຶກ​ຊ້ອມ​ການ​ຮັບ​ມື​ສຸກ​ເສີນ​ຮ່ວມ ​ກ່ຽວ​ກັບ​ພະ​ຍາດ​ແຜ່​ລະ​ບາດ​ຮ້າຍ​ແຮງ​ ຂ້າມ​ຊາຍ​ແດນ ​ຄັ້ງ​ທຳ​ອິດ
pele - 2025-10-17T113800.481
ຍີ່ປຸ່ນ ຊ່ວຍເຫຼືອສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ແຂວງບໍ່ແກ້ວ
jane - 2025-10-17T112057.044
ພາບບັນຍາກາດການຟ້ອນລຳວົງສາມັກຄີ ຂອງທ່ານນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ
jane - 2025-10-17T105720.143
ຍທຂ ເມືອງຈຳພອນ ຕິດຕາມແກ້ໄຂດິນຫົວຂົວເບຕົງຍຸບ ເຂດບ້ານນາກະທ້າງປັດຈຸບັນສາມາດເດີນທາງໄປ-ມາໄດ້ແລ້ວ.
jane - 2025-10-17T102039.018
ເມືອງວຽງພູຄາ ໄດ້ຮັບເຂົ້າສານຊ່ວຍເຫລືອ 342 ໂຕນ
pele - 2025-10-17T094233.268
ລາຍງານເຫດການເກີດແຜ່ນດິນໄຫວຢູ່ບັນປະເທດໃກ້ຄຽງ ວັນທີ 16 ຕຸລາ 2025
jane - 2025-10-17T092950.780
ສະພາບອາກາດປະຈໍາເຊົ້າວັນທີ 17 ຕຸລາ 2025
jane - 2025-10-17T091548.551
 ກວດດວງ 5 ລາສີ ມີໂອກາດໄດ້ເງິນກ້ອນໃຫຍ່ ດວງດ້ານການເງິນເຮັງປັງ
jane - 2025-10-16T155752.261
ຊົມເຊີຍ ສະຫາຍ ທອງລີ ສີສຸລິດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
ຢ່າລື່ມກົດຕິດຕາມ