ອີງຕາມແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາສຳຫລວດ-ອອກແບບ ໂຄງການບູລະນະຮັກສາ ແລະ ສ້ອມແປງທາງເລກທີ 22 ເລີ່ມແຕ່ ສາມແຍກທາງ 13 ເໜືອ ບ້ານວຽງແກ້ວ ເມືອງກາສີ ແຂວງວຽງຈັນ ຫາ ທາງແຍກ ບ້ານປົ່ງດົງ ເມືອງນານ ແຂວງຫລວງພະບາງ ໄລຍະທາງ 68,5 ກິໂລແມັດ, ໃນຮູບແບບປະສົມປະສານແບບມອບເໝົາທີ່ອີງຕາມຜົນໄດ້ຮັບຂອງວຽກ ແລະ ເກັບເງິນຄ່າບໍລິການຜ່ານທາງຕາມເສັ້ນທາງສາທາລະນະ ຈັດຂຶ້ນໃນວັນທີ 03 ຕຸລາ 2025 ທີ່ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງວຽງຈັນ ລະຫວ່າງ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງວຽງຈັນ, ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຫລວງພະບາງ ກັບ ບໍລິສັດ ພັດທະນາສາມຫລຽມເສດຖະກິດຄົບວົງຈອນ ຈຳກັດຜູ້ດຽວ ຕາງໜ້າລົງນາມໂດຍວຽງຈັນ ໂດຍ ທ່ານ ຄຳມອນ ສີສອນສັກ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງວຽງຈັນ ກັບທ່ານ ບລົ່ງວ່າງ ຫວ່າງເຈ່ຍຊ່າ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຫລວງພະບາງ ແລະ ທ່ານ ພູທອນ ສິດສຸວົງ ຜູ້ອຳນວຍການບໍລິສັດ ພັດທະນາສາມຫລ່ຽມເສດຖະກິດຄົບວົງຈອນ ຈຳກັດຜູ້ດຽວ, ມີທ່ານ ບຸນສອນ ເພັດລາວັນ ປະທານສະພາປະຊາຊົນແຂວງວຽງຈັນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ຄຳຫລ້າ ບັນນະວົງ ຫົວໜ້າຂະແໜງຈັດຕັ້ງ ບໍລິຫານ ແຜນການ ແລະ ການເງິນ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງວຽງຈັນ ໄດ້ຜ່ານຮ່າງບົດບັນທຶກຄວາມເຂົ້າໃຈຄັ້ງນີ້ວ່າ: ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງວຽງຈັນ, ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຫລວງພະບາງ ອະນຸຍາດໃຫ້ບໍລິສັດ ພັດທະນາສາມຫລ່ຽມເສດຖະກິດຄົບວົງຈອນ ຈຳກັດຜູ້ດຽວ ດໍາເນີນການສໍາຫລວດພື້ນທີ່ແລວທາງ ຕາມທາງຫລວງແຫ່ງຊາດ ເລກທີ 22 ເລີ່ມແຕ່ ສາມແຍກທາງ 13 ເໜືອ ບ້ານວຽງແກ້ວ ເມືອງ ກາສີ ແຂວງວຽງຈັນ ໄປຫາສາມແຍກ ບ້ານປົ່ງດົງ ເມືອງນານ ແຂວງຫລວງພະບາງ ມີຄວາມຍາວ 68,5 ກິໂລແມັດ, ເຊິ່ງມີໜ້າວຽກປະເມີນຄວາມເປັນໄປໄດ້ຂອງໂຄງການທາງດ້ານເສດຖະກິດ-ເຕັກນິກ, ປະເມີນຜົນກະທົບທາງດ້ານສິ່ງແວດລ້ອມ-ສັງຄົມ; ການປະເມີນມູນຄ່າ ແລະ ຜົນປະໂຫຍດທີ່ຈະໄດ້ຮັບ ໂດຍມີການອອກແບບເຕັກນິກວິສະວະກຳ ສໍາລັບການຟື້ນຟູ ແລະ ບູລະນະຮັກສາ ທາງຫລວງແຫ່ງຊາດ ເລກທີ 22 ໃຫ້ຮັບນໍ້າໜັກໄດ້ 11 ໂຕນຕໍ່ເພົາ, ເຊິ່ງມີໄລຍະຟື້ນຟູ 3 ປີ ແລະ ບູລະນະຮັກສາ 7 ປີ ໃນຮູບແບບປະສົມປະສານແບບມອບເໝົາທີ່ອີງຕາມຜົນໄດ້ຮັບຂອງວຽກ ແລະ ເກັບເງິນຄ່າບໍລິການຜ່ານທາງຕາມເສັ້ນທາງສາທາລະນະ; ກໍລະນີໄລຍະບູລະນະຮັກສາຄົບກຳນົດ 7 ປີ ແຕ່ທາງບໍລິສັດຍັງບໍ່ທັນກຸ້ມທຶນແມ່ນສາມາດສະເໜີຂໍຕໍ່ສັນຍາສໍາປະທານ 1-2 ຄັ້ງ ນໍາພາກສ່ວນທີ່ກ່ຽວຂ້ອງ ເພື່ອສ້າງບົດລາຍງານ ການສໍາຫລວດທີ່ດິນ, ບົດສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ແລະ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ຂອງໂຄງການ ແລະ ສຶກສາແຫລ່ງທຶນທາງດ້ານການເງິນຂອງໂຄງການ, ເຊິ່ງບົດບັນທຶກສະບັບບນີ້ຈະມີຜົນນຳໃຊ້ໄດ້ໃນໄລຍະເວລາ 06 ເດືອນ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.
ທ່ານ ພູທອນ ສິດສຸວົງ ໄດ້ກ່າວວ່າ: ພາຍຫລັງເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ບໍລິສັດຈະໄດ້ເອົາໃຈໃສ່ໃນການລົງເກັບກຳຂໍ້ມູນເພື່ອສຶກສາສຳຫລວດບັນຫາຕ່າງໆ ຕາມທີ່ໄດ້ຕົກລົງກັນຢ່າງເຂັ້ມງວດ ແລະ ໃຫ້ສຳເລັດຕາມກຳນົດເວລາ. ຖ້າຫາກໂຄງການດັ່ງກ່າວເກີດຂຶ້ນ ບໍລິສັດຈະເອົາໃຈໃສ່ບູລະນະຮັກສາ ແລະ ສ້ອມແປງເສັ້ນທາງໃຫ້ໄດ້ຕາມມາດຕະຖານເຕັກນິກ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ວາງອອກ; ຈະຈັດສັນທຶນຮອນມາລົງທຶນໃສ່ໂຄງການນີ້ໃຫ້ສໍາເລັດຕາມກຳນົດເວລາ; ຈະຮັບປະກັນການສັນຈອນໄປ-ມາບໍ່ໃຫ້ຕິດຄັດ ແລະ ບໍ່ໃຫ້ມີສຽງຈົ່ມວ່າຂອງສັງຄົມ ໂດຍບໍລິສັດຈະແຕ່ງຕັ້ງກອງສ້ອມແປງໄປປະຈໍາຕະຫລອດ 24 ຊົ່ວໂມງ; ບໍລິສັດຈະກະກຽມພາຫະນະກົນຈັກພ້ອມດ້ວຍບຸກຄະລາກອນທີ່ມີປະສົບການ ເພື່ອຮອງຮັບວຽກງານຂອງໂຄງການ ໃຫ້ສໍາເລັດຕາມຄາດໝາຍ; ພ້ອມທັງຈະປະຕິບັດພັນທະອາກອນໃຫ້ລັດຕາມລະບຽບກົດໝາຍ; ບໍລິສັດຈະປະຕິບັດທຸກເງື່ອນໄຂ ແລະ ທຸກຂໍ້ກຳນົດທີ່ລະບຸໄວ້ໃນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |