ຂປລ. ໃນວັນທີ 8 ຕຸລາ 2025 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫລີ ເປັນມື້ທີ 2 ໂດຍໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ພັກ ແລະ ລັດ ແຫ່ງ ສປປ ລາວ ເຂົ້າວາງກະຕ່າດອກໄມ້ ຢູ່ວັງພະອາທິດ ກຶມສຸສານ ເພື່ອໄວ້ອາໄລ ແລະ ຈາລຶກເຖິງຄຸນງາມຄວາມດີ ຂອງ ສະຫາຍ ກິມ ອິນ ຊຸງ ແລະ ສະຫາຍ ກິມ ເຈິງ ອິນ ໃນພາລະກິດນໍາພາປະຊາຊົນເກົາຫລີ ຕໍ່ສູ້ກູ້ຊາດ, ສ້າງສາ ແລະ ພັດທະນາປະເທດຊາດ ສປປ ເກົາຫລີ ໃຫ້ເຂັ້້ມແຂງ ແລະ ຈະເລີນກ້າວໜ້າ ໃນປັດຈຸບັນ.
ສະຫາຍ ກິມ ອິນ ຊຸງ ແມ່ນຜູ້ນໍາທີ່ຍິ່ງໃຫ່ຍ, ອະມະຕະ ແລະ ຖືກຈາລຶກໄວ້ໃນຄວາມຊົງຈໍາຂອງປະຊາຊົນເກົາຫລີ ອ້າຍນ້ອງຮຸ່ນຫລັງຕໍ່ມາ ໃນຖານະເປັນບິດາຜູ້ກໍ່ຕັ້ງສັງຄົມນິຍົມເກົາຫລີ, ຜູ້ບຸກເບີກພາລະກິດຄວາມເປັນເອກະລາດ ແລະ ໃຫ້ເເສງສະຫວ່າງຊີ້ນໍາຂອງແນວຄິດຈຸເຊ. ພາຍໃຕ້ການນໍາພາຂອງ ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ຂອງພັກເເຮງງານເກົາຫລີ, ປະທານກິດຈະ ການເເຫ່ງລັດ ແຫ່ງ ສປປ ເກົາຫລີ ໃນປັດຈຸບັນ, ສປປ ເກົາຫລີ ນັບມື້ໄດ້ຮັບການພັດທະນາ ໃຫ້ຈະເລີນກ້າວໜ້າ ແລະ ເຂັ້ມແຂງໃນທຸກໆດ້ານ.
ພ້ອມນີ້, ສະຫາຍ ທອງລຸນ ສີສຸລິດ ແລະ ຄະນະ ຍັງໄດ້ສືບຕໍ່ຢ້ຽມຢາມ ແລະ ທັດສະນະສຶກສາ ຢູ່ໂຮງຮຽນທິດສະດີກໍ່ສ້າງພະນັກງານສູນກາງພັກແຮງງານເກົາຫລີ, ຫ້ອງວາງສະແດງອາວຸດຍຸດໂທປະກອນປ້ອງກັນປະເທດ ແລະ ສູນວິຈິດຕະກໍາ ມານຊູແດ ອີກດ້ວຍ. ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ແລະ ຄະນະ ໄດ້ຮັບຟັງການລາຍງານກ່ຽວກັບຜົນສໍາເລັດອັນໃຫຍ່ຫລວງໃນການກໍ່ສ້າງພັກ ແລະ ພະນັກງານການນໍາຂອງພັກແຮງງານເກົາຫລີ ໃຫ້ມີຄວາມເຂັ້ມແຂງຮອບດ້ານ ປະກອບສ່ວນເຂົ້າໃນການພັດທະນາ ແລະ ສ້າງສາປະເທດ ສປປ ເກົາຫລີ ໃຫ້ມີຄວາມຈະເລີນຮຸ່ງເຮືອງ ຕາມເສັ້ນ ທາງສັງຄົມນິຍົມ ໂດຍມີ ສະຫາຍ ປະທານ ກິມ ອິນ ຊຸງ ຜູ້ນໍາທີ່ຍິ່ງໃຫຍ່ ແລະ ອະມະຕະ ແລະ ປະຊາຊົນເກົາຫລີ ເປັນຜູ້ກໍ່ຕັ້ງຂຶ້ນໃນປີ 1946 ແລະ ພາຍໃຕ້ການນໍາພາອັນສະຫລາດສ່ອງໃສ ຂອງ ສະຫາຍ ກິມ ເຈິງ ອຸນ ຜູ້ນໍາສູງສຸດຂອງ ສປປ ເກົາຫລີ ຈົນເຖິງປັດຈຸບັນ.
ນອກຈາກນັ້ນ, ຄະນະຍັງໄດ້ຢ້ຽມຊົມ ອາວຸດຍຸດໂທປະກອນທີ່ນໍາໃຊ້ເຕັກນິກວິທະຍາສາດ ທີ່ທັນສະໄໝ ເຂົ້າໃນການພັດທະນາ ແລະ ຜະລິດອາວຸດຍຸດໂທປະກອນທີ່ມີອານຸພາບສູງ ເພື່ອປົກປ້ອງປິຕິພູມອັນແສນຮັກ ແລະ ຫວງແຫນຂອງປະຊາຊົນເກົາຫລີ ອ້າຍນ້ອງ ກໍຄື ການສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ໃຫ້ແກ່ການສືບຕໍ່ພາລະກິດສ້າງສາ ແລະ ພັດທະນາປະເທດ ສປປ ເກົາຫລີ ໃຫ້ເຂັ້ມແຂງ ແລະ ຮຸ່ງເຮືອງຍິ່ງໆຂຶ້ນ. ພ້ອມນີ້, ຄະນະຍັງໄດ້ສືບຕໍ່ຢ້ຽມຊົມຜົນງານທາງດ້ານສິລະປະ ແລະ ຫັດຖະກໍາທີ່ມີຄວາມປານີດ, ວິຈິດງົດງາມ ແລະ ມີຄວາມເປັນເອກະລັກສະເພາະຕົວ ຂອງ ສູນວິຈິດ ຕະກຳ ມານຊູແດ ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມເອກອ້າງທະນົງໃຈຕໍ່ຄວາມຈະເລີນຮຸ່ງເຮືອງ, ຄວາມສີວິໄລທາງດ້ານວັດທະນະທໍາຂອງ ສປປ ເກົາຫລີ ທີ່ຖືກຖ່າຍທອດອອກມາຢ່າງສວຍສົດງົດງາມ ແລະ ໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ທີ່ໄດ້ມີໂອກາດຢ້ຽມຊົມ.
ຂ່າວ-ພາບ: ກຕທ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,520 | 21,797 |
![]() THB | 661.46 | 672.70 |
![]() EUR | 24,203 | 24,688 |
![]() CNY | 2,937 | 2,995 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |