jane - 2025-10-09T161502.921
ມາຮູ້ຈັກກັບ 4 ພັນໄມ້ປະດັບໃນເຮືອນ ທີ່ຊ່ວຍໄລ່ຍຸງໄດ້ "ແຮງສຸດໆ" ທັງປອດໄພ ທັງສວຍງາມ ແລະ ຫອມສົດຊື່ນ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 9 October, 2025

ຮູ້ຫຼືບໍ່ວ່າພັນໄມ້ບາງຊະນິດບໍ່ພຽງແຕ່ຊ່ວຍຕົກແຕ່ງເຮືອນໃຫ້ສວຍງາມເທົ່ານັ້ນ ແຕ່ຍັງມີຄຸນສົມບັດໃນການໄລ່ຍຸງ ແລະ ແມງໄມ້ໄດ້ຢ່າງເປັນທຳມະຊາດອີກດ້ວຍ ແຖມຍັງໃຫ້ກິ່ນຫອມສົດຊື່ນ ຊ່ວຍໃຫ້ບັນຍາກາດໃນເຮືອນໜ້າຢູ່ຍິ່ງຂຶ້ນ. ລອງມາເບິ່ງກັນວ່າມີພັນໄມ້ຊະນິດໃດແດ່ທີ່ທັງສວຍ ຫອມ ແລະ ໄລ່ຍຸງໄດ້ຢ່າງມີປະສິດທິພາບ.

 

1. ໂຣສແມຣີ່ (Rosemary) – ສະໝຸນໄພຫອມໄລ່ຍຸງຕົວຈິງ

Digital Marketing Agency in Laos - Emerging Digital Solutions

 

ໂຣສແມຣີ່ ເປັນໄມ້ພຸ່ມຂະໜາດນ້ອຍທີ່ປູກງ່າຍ ດູແລງ່າຍ ເໝາະສຳລັບວາງໃນກະຖັງບໍລິເວນລະບຽງ ຫ້ອງຮັບແຂກ ຫຼື ສວນຂະໜາດນ້ອຍ.  ມີກິ່ນຫອມເປັນເອກະລັກຂອງໂຣສແມຣີ່ສາມາດຂັບໄລ່ຍຸງ ແລະ ແມງໄມ້ໄດ້ດີຫຼາຍ.

 

ບາງຄົນປູກໂຣສແມຣີ່ຮອບແປງຜັກ ຫຼື ຂອບຮົ້ວເຮືອນເພື່ອຫຼຸດຈຳນວນຍຸງຕາມທຳມະຊາດ.  ນອກຈາກນີ້ຍັງສາມາດນຳໃບໄປສະກັດເຮັດເປັນສະເປກັນຍຸງ ນ້ຳມັນຫອມລະເຫີຍ ຫຼື ໃຊ້ເປັນເຄື່ອງປຸງອາຫານ ແລະ ສ່ວນປະສົມໃນເຄື່ອງສຳອາງໄດ້ອີກດ້ວຍ.

 

ເມື່ອສຳຜັດເບົາໆທີ່ໃບ ໂຣສແມຣີ່ຈະປ່ອຍກິ່ນຫອມສົດຊື່ນທີ່ມະນຸດຮູ້ສຶກຜ່ອນຄາຍ ແຕ່ຍຸງກັບບໍ່ມັກ ກາຍເປັນວິທີໄລ່ຍຸງແບບທຳມະຊາດທີ່ທັງປອດໄພ ແລະ ຫອມອົບອວນທົ່ວເຮືອນ.

 

Growing & Using Rosemary in Skincare (and Food) - The Nova Studio

 

2. ລາເວນເດີ (Lavender) – ຫອມຫວານຊວນຜ່ອນຄາຍ ແຕ່ຍຸງບໍ່ມັກ

 

ລາເວນເດີ ຫຼື ທີ່ຮູ້ຈັກກັນໃນຊື່ “ດອກໄມ້ແຫ່ງຄວາມຮັກ” ເປັນໄມ້ດອກສີມ່ວງຫອມລະມຸນ ມີຖິ່ນກຳເນີດຈາກແຖບທະເລເມດິເຕີເລນຽນ ແລະ ມັກຖືກນຳມາສະກັດເປັນນ້ຳຫອມ ຜະລິດຕະພັນດັບກິ່ນ ແລະ ນ້ຳຢາຊັກຜ້າ.

 

ກິ່ນຂອງລາເວນເດີຊ່ວຍໃຫ້ຮູ້ສຶກສະຫງົບ ຄາຍຄວາມກົດດັນ ແລະ ນອນຫຼັບສະບາຍ ໃນຂະນະດຽວກັນກັບເປັນກິ່ນທີ່ຍຸງ ແລະ ແມງໄມ້ບໍ່ມັກຢ່າງຍິ່ງ.  ການປູກລາເວນເດີໃນກະຖັງວາງໃນເຮືອນ ຫຼື ບໍລິເວນປ່ອງຢ້ຽມ ຈຶ່ງຊ່ວຍໄລ່ຍຸງໄດ້ຢ່າງມີປະສິດທິພາບ.

 

ນອກຈາກນີ້ລາເວນເດີຍັງມີລິດຕ້ານເຊື້ອແບັກທີເຮູຍ ແລະ ຊ່ວຍໃຫ້ແຜຫາຍໄວ ຈຶ່ງຖືເປັນພືດທີ່ທັງສວຍງາມ ມີປະໂຫຍດ ແລະ ຊ່ວຍສ້າງບັນຍາກາດໂຣແມນຕິກໃນເຮືອນໄດ້ອີກດ້ວຍ.

 

Phenomenal™ Lavender Plants for Sale | FastGrowingTrees.com

 

3. ໃບມິ້ນ (Peppermint) – ຫອມເຢັນສົດຊື່ນ ໄລ່ຍຸງໄດ້ແຮງ

 

ໃບມິ້ນ ເປັນສະໝຸນໄພທີ່ມີກິ່ນຫອມເຢັນເປັນເອກະລັກ ນິຍົມໃຊ້ເປັນສ່ວນປະສົມໃນອາຫານ ເຄື່ອງດື່ມ ຢາສີຟັນ ຫຼື ໝາກຝລັ່ງ.  ກິ່ນຫອມຂອງໃບມິ້ນມີຄຸນສົມບັດຊ່ວຍໄລ່ຍຸງໄດ້ດີ.

 

ພຽງວາງກະຖັງມິ້ນໄວ້ໃນເຮືອນ ຫຼື ບໍລິເວນລະບຽງ ຍຸງຈະຫຼຸດລົງຢ່າງເຫັນໄດ້ຊັດ ອີກທັງຍັງເປັນພືດທີ່ປູກງ່າຍ ໂຕໄວ ແລະ ບໍ່ຕ້ອງດູແລຫຼາຍ. ເມື່ອຖືກຍຸງກັດ ສາມາດໃຊ້ໃບມິ້ນເບົາໆເທິງຜິວເພື່ອຫຼຸດອາການຄັນໄດ້ດ້ວຍ.

 

ເອີ້ນໄດ້ວ່າເປັນພືດສານພັດປະໂຫຍດ ທັງປູກເພື່ອບໍລິໂພກ ຊ່ວຍຟອກອາກາດ ແລະ ປ້ອງກັນຍຸງໃນເວລາດຽວກັນ.

 

6 Ways Peppermint EO Can Improve Your Life | Aromatics International | aromatics.com

 

4. ເສຈ (Sage) – ສະໝຸນໄພຫອມຂັບໄລ່ແມງໄມ້ພ້ອມສັນຄຸນທາງຢາ

 

ເສຈ ເປັນໄມ້ສະໝຸນໄພທີ່ມີສານທຳມະຊາດຊື່ວ່າ “ຄາລິໂອຟິນລີນ” (Caryophyllene) ເຊິ່ງມີກິ່ນທີ່ຊ່ວຍຂັບໄລ່ຍຸງ ແລະ ແມງໄມ້ໄດ້ຢ່າງມີປະສິດທິພາບ. ຖ້ານຳໃບເສຈມາເຜົາ ກິ່ນຫອມທີ່ເກີດຂຶ້ນຈະຊ່ວຍໄລ່ແມງໄມ້ອອກຈາກເຮືອນໄດ້ທັນທີ.

 

ນອກຈາກໃຊ້ເປັນສະໝຸນໄພປຸງອາຫານ ເຊັ່ນ: ເນື້ອຍ່າງ ຫຼື ຊາສະໝຸນໄພແລ້ວ ເສຈຍັງມີສັນຄຸນທາງຢາ ເຊັ່ນ: ຊ່ວຍຄວບຄຸມນ້ຳຕານໃນເລືອດ ຊະລໍຄວາມເສື່ອມຂອງເຊນ ເສີມຄວາມຈຳ ແລະ ຫຼຸດຄວາມສ່ຽງໂຣກມະເຮັງໄດ້ອີກດ້ວຍ.

 

ເສຈເປັນພືດທີ່ປູກງ່າຍ ທົນແລ້ງໄດ້ດີ ຄວນປູກໃນດິນທີ່ລະບາຍນ້ຳດີ ແລະ ມີແສງແດດພຽງພໍ. ພຽງແຕ່ດູແລຕັດແຕ່ງເປັນໄລຍະ ກໍຈະໄດ້ຕົ້ນໄມ້ທີ່ທັງສວຍ ມີປະໂຫຍດ ແລະ ຊ່ວຍປ້ອງກັນຍຸງໃນເຮືອນໄດ້ຢ່າງຍືນຍົງ.

 

Shop 'White Sage Plants – Salvia apiana' Care and Info | Planet Desert

ສະຫຼຸບ: ເພີ່ມຄວາມສົດຊື່ນໃຫ້ເຮືອນ ພ້ອມໄລ່ຍຸງແບບທຳມະຊາດ

ການປູກພືດສະໝຸນໄພຢ່າງໂຣສແມຣີ່ ລາເວນເດີ ສະລະແໜ່ ແລະ ເສຈ ບໍ່ພຽງແຕ່ຊ່ວຍຕົກແຕ່ງເຮືອນໃຫ້ໜ້າຢູ່ ແຕ່ຍັງຊ່ວຍຂັບໄລ່ຍຸງ ແລະ ແມງໄມ້ລົບກວນໄດ້ຢ່າງປອດໄພ. ກິ່ນຫອມຈາກທຳມະຊາດຍັງຊ່ວຍໃຫ້ຈິດໃຈສະຫງົບ ແລະ ຜ່ອນ

ຄາຍ ເໝາະຢ່າງຍິ່ງສຳລັບຄົນທີ່ຕ້ອງການສ້າງບັນຍາກາດສົດຊື່ນໃນເຮືອນໂດຍບໍ່ຕ້ອງເພີ່ງສານເຄມີ.

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 9 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,520
21,797
thailand (1)
THB
661.46
672.70
european-union
EUR
24,203
24,688
china
CNY
2,937
2,995
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover1 - 2025-10-09T151621.749
ຈີນປະດິດໄອເດຍທີ່ທັນສະໄໝສຸດ ເບິ່ງໂຄສະນາໃນຫ້ອງນ້ຳແລກເຈ້ຍຢ່າງທິດຊູ!
jane - 2025-10-09T161502.921
ມາຮູ້ຈັກກັບ 4 ພັນໄມ້ປະດັບໃນເຮືອນ ທີ່ຊ່ວຍໄລ່ຍຸງໄດ້ "ແຮງສຸດໆ" ທັງປອດໄພ ທັງສວຍງາມ ແລະ ຫອມສົດຊື່ນ
jane - 2025-10-09T152412.771
ບໍລິຄຳໄຊ ມອບເງິນນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີຕໍ່ປະເທດຊາດ
pele - 2025-10-09T150241.546
ບໍລິສັດ ຊີເຄພາວເວີຈໍາກັດ ແລະ ບໍລິສັດ ໄຊຍະບູລີພາວເວີ ຈໍາກັດ ມອບຄອມພິວເຕີໃຫ້ເມືອງແກ່ນທ້າວ.
jane - 2025-10-09T144955.896
ໂຄງການສ້າງປະຕູໂຂງ ມຊ ແລະ ຄະນະກະເສດສາດມູນຄ່າ 560,000 ໂດລາ ຄາດວ່າຈະສຳເລັດກ່ອນວັນຊາດ
pele - 2025-10-09T134905.929
ພະຍາກອນອາກາດ ປະຈໍາວັນທີ 09 ຕຸລາ 2025, ເວລາ 16 ໂມງ 00
jane - 2025-10-09T133350.831
ເຄືອຂ່າຍຄັງປັນຍາ ອາຊຽນ-ຣັດເຊຍ ຮ່ວມມືສົ່ງເສີມພື້ນຖານໂຄງລ່າງດ້ານດີຈິຕອນ ໃຫ້ສອດຄ່ອງກັບປະຊາຄົມເສດຖະກິດອາຊຽນ
jane - 2025-10-09T110603.865
ຮູບພາບພາຍຸງວງຊ້າງເກີດຂຶ້ນ ໃນປະເທດກຳປູເຈຍ ພາຍຸທີ່ສາມາດເຫັນໄດ້ຢ່າງຊັດເຈນ
pele - 2025-10-09T103551.811
ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍລະນາ ຢູ່ນະຄອນຫຼວງພະບາງ
jane - 2025-10-09T095438.019
ເລຂາທິການໃຫຍ່ ພັກ ສປປ ລາວ ສືບຕໍ່ຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫລີ
ຢ່າລື່ມກົດຕິດຕາມ