ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ອົງການ ພະລັງງານ ສາກົນ (IEA) ກ່າວເຕືອນ ລະດັບ ການພັດທະນາ ພະລັງງານ ທົດແທນທົ່ວໂລກ ພວມມີ ສັນຍານ ຊັກຊ້າລົງ, ເຮັດໃຫ້ໂລກ ຍາກທີ່ຈະບັນ ລຸໄດ້ ເປົ້າໝາຍ ເພີ່ມປະລິ ມານໄຟຟ້າທົດແທນຂຶ້ນທົບ 3 ເທົ່າ ໃນປີ 2030, ເຊິ່ງເປັນເປົ້າໝາຍໜຶ່ງ ທີ່ສຳຄັນໃນຄວາມມານະ ພະຍາຍາມ ຈຳກັດການປ່ຽນແປງ ຂອງດິນຟ້າ ອາກາດ.
ຕາມບົດລາຍງານ ຫລ້າສຸດ, IEA ຄາດຄະເນວ່າ ກຳລັງແຮງ ພະລັງ ງານ ທົດແທນທົ່ວໂລກ ພຽງແຕ່ເພີ່ມຂຶ້ນ ປະມານ 4.600 GW ເທົ່ານັ້ນ, ເທົ່າກັບ 2,6 ເທົ່າ ເມື່ອທຽບໃສ່ ລະດັບຂອງປີ 2022, ຕ່ຳຫລາຍ ພໍສົມຄວນ ເມື່ອທຽບ ໃສ່ ການຄາດຄະເນ ກ່ອນໜ້ານັ້ນແມ່ນ 5.500 GW.
ເຫດຜົນ ຫລັກ ໄດ້ຮັບຖືວ່າແມ່ນຍ້ອນບັນດາການປ່ຽນແປງ ກ່ຽວກັບ ນະໂຍບາຍ, ຂໍ້ກຳນົດ ແລະ ຕະຫລາດ ນັບແຕ່ເດືອນຕຸລາ 2024. IEA ເນັ້ນ ໜັກວ່າ ພະລັງງານທົດແທນ ໄດ້ຊ່ວຍໃຫ້ຫລາຍປະເທດ ຫລຸດຜ່ອນການ ເອືອຍອີງ ຕໍ່ການນຳເຂົ້າ ເຊື້ອເພີງ, ເພີ່ມທະວີຄວາມໝັ້ນຄົງ ດ້ານພະລັງງານ, ພ້ອມ ທັງ ຮຽກຮ້ອງ ໃຫ້ບັນດາປະເທດ ລົງທຶນ ຍົກລະດັບ ຕາໜ່າງ ໄຟຟ້າ.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |