jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 10 October, 2025

อาจเป็นรูปภาพของ แท่นบรรยาย และ ข้อความ

 

ຂປລ. ເມື່ອບໍ່ດົນມານີ້, ຄະນະກໍາມະການໂອແລມປິກແຫ່ງຊາດລາວ (ຄອລ) ຈັດພິທີມອບ-ຮັບໜ້າທີີ່ປະ ທານຄະນະກໍາມະການໂອແລມປິກແຫ່ງຊາດລາວ ລະຫວ່າງ ທ່ານ ພຸດ ສິມມາລາວົງ ປະທານຄະນະກໍາມະການໂອແລມປີກແຫ່ງຊາດລາວ (ຜູ້ເກົ່າ) ແລະ ທ່ານ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ຜູ້ໃໝ່), ມີບັນດາອະດີດການນຳ ຄອລ, ຮອງປະທານ, ຄະນະກຳມະການ ຄອລ, ມີປະທານ-ຮອງສະຫະພັນກິລາແຫ່ງຊາດຕ່າງໆ, ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.

Digital Marketing Agency in Laos - Emerging Digital Solutions

 

อาจเป็นรูปภาพของ แท่นบรรยาย และ ข้อความ

 

ທ່ານ ແສງພອນ ພົນອາມາດ ຮອງປະທານ-ເລຂາທິການ ຄອລ ໄດ້ລາຍງານໃຫ້ຮູ້ວ່າ: ຄະນະກໍາມະການໂອແລມປີກແຫ່ງຊາດລາວ ເປັນອົງການຈັດຕັ້ງທາງສັງຄົມກ່ຽວກັບກິລາ-ກາຍຍະກໍາ ຊຶ່ງເປັນຕົວແທນໃຫ້ ສປປ ລາວ ໃນການເຂົ້າຮ່ວມຂະບວນການເຄື່ອນໄຫວກິລາໂອແລມປີກ, ອະນຸພາກພື້ນ ແລະ ສາກົນ, ມີພາລະບົດບາດພັດທະ ນາກິລາ-ກາຍຍະກໍາ ນໍາເອົາຊື່ສຽງກຽດສັກສີ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງຕົນໃນເວທິສາກົນຕາມສິດ ແລະ ໜ້າທີ່ ຂອງຄະນະກໍາມະການໂອແລມປີກແຫ່ງຊາດລາວ.

 

อาจเป็นรูปภาพของ แท่นบรรยาย

 

ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ກ່າວວ່າ: ພັກ-ລັດຖະບານ ຮັບຮູ້ວ່າຂະ ບວນການເຄື່ອນໄຫວຂອງຄະນະກໍາມະການໂອແລມປິກແຫ່ງຊາດລາວ ແມ່ນເລີ່ມຈັດຕັ້ງເຄື່ອນໄຫວມາແຕ່ຊຸມປີ 1978 ແລະ ໄດ້ນໍາພາຄະນະນັກກິລາຄັ້ງທໍາອິດ ເຂົ້າຮ່ວມງານມະຫາກໍາກິລາໂອແລມປິກ ຄັ້ງທີ 22 ປີ 1980 ທີ່ນະຄອນຫລວງມົດສະກູ ອະດີດສະຫະພາບໂຊວຽດ ໃນເມື່ອກ່ອນ ແລະ ພິເສດ ສປປ ລາວ ຮັບກຽດເປັນເຈົ້າພາບຈັດງານມະຫະກໍາກິລາຊີເກມ ຄັ້ງທີ 25 ປີ 2009 ຄັ້ງປະຫວັດສາດ, ເປັນການເອກອ້າງຂອງ ສປປ ລາວ ຕໍ່ແນວທາງການເມືອງຂອງພັກ ທີ່ໄດ້ນໍາພາປະເທດຊາດມີການພັດທະນາໃນທຸກໆດ້ານ, ເຮັດໃຫ້ປະຊາຊົນບັນດາເຜົ່າມີຄວາມເອກອ້າງທະນົງໃຈ, ທັງໄດ້ຍົກຖາ ນະບົດບາດ ກຽດຊື່ສຽງຂອງປະເທດຊາດສູງເດັ່ນຂຶ້ນໃນເວທີສາກົນ ຊຶ່ງໄດ້ມີບົດບາດ ແລະ ມີຄວາມໝາຍຕໍ່ການຮ່ວມມືກັບອົງການຈັດຕັ້ງກິລາຂອງສາກົນ, ຊາວໂລກຮັບຮູ້ເຖິງການເອົາໃຈໃສ່ພັດທະນາກິລາຂອງ ສປປ ລາວ ຄື: ການຮ່ວມມືກັບສະຫະພັນກິລາຊີເກມໃນລະດັບອາຊຽນ, ການຮ່ວມມືກັບສະພາໂອແລມປິກອາຊີໃນຂົງເຂດອາຊີ, ການຮ່ວມມືກັບການຈັດຕັ້ງກິລາໂອແລມປິກສາກົນ ແລະ ການຮ່ວມມືກັບບັນດາສະຫະພັນກິລາ ໃນຂົງເຂດອະນຸພາກພື້ນ, ພາກພື້ນ ແລະ ສາກົນ.

 

ໃນນາມຕາງໜ້າລັດຖະບານ ກໍຄື ກະຊວງສຶກສາທິການ ແລະ ກິລາ ເຊື່ອໝັ້ນວ່າ ຄະນະບໍລິຫານງານຄະນະກໍາມະການໂອແລມປິກແຫ່ງຊາດລາວ ຊຸດນີ້ຈະພ້ອມໃຈກັນສຸມທຸກຄວາມສາມາດ, ເຫື່ອແຮງສະຕິປັນຍາ, ສະລະເວລາຈັດຕັ້ງຜັນຂະຫຍາຍພາລະກິດຂອງຂະບວນການກິລາໂອແລມປິກ ຕາມຍຸດທະສາດ, ແຜນການ ແລະ ໂຄງ ການຕາມເປົ້າໝາຍທີ່ວາງໄວ້ຮ່ວມກັບບັນດາສະຫະພັນກິລາແຫ່ງຊາດ, ສືບຕໍ່ສ້າງຜົນງານໃນວົງການກິລາຂອງລາວໃຫ້ມີຄຸນນະພາບສູງຂຶ້ນທັງປະລິມານ ແລະ ຄຸນນະພາບ, ຍົກຖານະບົດບາດຂອງລາວເຮົາໃຫ້ສູງເດັ່ນຂຶ້ນໃນເວທີອະ ນຸພາກພື້ນ, ພາກພື້ນ ແລະ ສາກົນ. ພ້ອມນີ້, ຂໍຮຽກຮ້ອງມາຍັງຄະນະ ກະກຽມຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 12 ທີ່ນະຄອນຫລວງວຽງຈັນ, ກະກຽມນັກກິລາເຂົ້າຮ່ວມການແຂ່ງຂັນ ໃນລາຍການຕ່າງໆ ໂດຍສະເພາະແມ່ນການກະກຽມເຂົ້າຮ່ວມການແຂ່ງຂັນກິລາເອຊຽນເກມຊາວໜຸ່ມ ຄັ້ງທີ 3 ປີ 2025 ທີ່ປະເທດ ບາເຣນ, ເຂົ້າຮ່ວມການແຂ່ງຂັນກິລາຊີເກມ ຄັ້ງທີ 33 ທີ່ຣາຊະອານາຈັກໄທ ໃນທ້າຍປີ 2025 ແລະ ກິລາເອຊຽນເກມ ຄັ້ງທີ 20 ທີ່ປະເທດ ຍີ່ປຸ່ນທ້າຍປີ 2026 ໃຫ້ມີຜົນສໍາເລັດທີ່ຍິ່ງໃຫຍ່ກວ່າເກົ່າ.

 

อาจเป็นรูปภาพของ แท่นบรรยาย และ ข้อความ

ພາບ: ຂັນໄຊ

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ