ຂປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງສາລະວັນ ຈັດພິທີໂຮມຊຸມນຸມມິດຕິງສະເຫລີມສະຫລອງວັນແຫ່ງຊາດ ຕ້ານຢາເສບຕິດ ຄົບຮອບ 24 ປີ (12 ຕຸລາ 2001-12 ຕຸລາ 2025) ແລະ ພິທີຈູດທຳລາຍຢາເສບຕິດ ໃນວັນທີ 10 ຕຸລາ 2025 ທີ່ວິທະຍາໄລຄູສາລະວັນ ໂດຍມີທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ມີ ທ່ານ ພັອມແພງສີ ໄຊຍະເພັດ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງສາລະວັນ ພ້ອມດ້ວຍພະແນກການອ້ອມຂ້າງ, ອົງການທຽບເທົ່າ, ພະນັກງານ-ລັດຖະກອນ, 2 ປກສ-ປກຊ, ຄູອາຈານ ແລະ ນັກຮຽນ-ນັກສຶກສາເຂົ້າຮ່ວມ.
ທ່ານ ພັນເອກ ຄຳໂກ້ ທົງຄຳຫານ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ລາຍງານວ່າ: ໄລຍະ 1 ປີຜ່ານມາ, ເຈົ້າໜ້າທີ່ສາມາດດໍາເນີນຄະດີກ່ຽວກັບບັນຫາຢາເສບຕິດ ແລະ ສະຫລຸບສົ່ງອົງການໄອຍະການ ສົ່ງຟ້ອງສານຕັດສິນ ແລະ ໃຊ້ໄດ້ຢ່າງເດັດຂາດ ມີ 186 ເລື່ອງ, ນັກໂທດ 250 ຄົນ ຍິງ 16 ຄົນ ໃນນັ້ນ, ໂທດປະຫານຊີວິດ 06 ເລື່ອງ, ນັກໂທດ 6 ຄົນ ແລະ ຕັດອິດສະລະພາບຕະຫລອດຊີວິດ 09 ຄົນ, ຢຶດຂອງກາງຢາບ້າໄດ້ 1.147.556 ເມັດ, ຢາໄອສ 1 ກິໂລກຣາມ ກັບ 15 ຖົງນ້ອຍ, ຢາເຄ 01 ຖົງນ້ອຍ, ເຮໂລອິນ 8 ແທ່ງ, ເງິນສົດ 13.472.000 ກີບ, ລົດຈັກ 47 ຄັນ, ໂທລະສັບ 255 ໜ່ວຍ, ປືນສັ້ນດັດແປງຍິງດ້ວຍລູກແວງ 02 ກະບອກ, ປືນຍາວດັດແປງຍິງດ້ວຍລູກແວງ 02 ກະບອກ; ສ້າງບ້ານປອດຢາເສບຕິດໄດ້ 102 ບ້ານ, ໂຮງຮຽນປອດຢາ ເສບຕິດໄດ້ 186 ແຫ່ງ; ໄດ້ຂຶ້ນບັນຊີເປົ້າໝາຍທີ່ພົວພັນຢາເສບຕິດທັງໝົດ 7.375 ຄົນ ຍິງ 1.321 ຄົນ, ເປົ້າໝາຍ ເສບຢາເສບຕິດທັງໝົດ 6.064 ຄົນ ຍິງ 1.168 ຄົນ, ເປົ້າໝາຍ ຄ້າ-ຂາຍຢາເສບຕິດ 1.192 ຄົນ ຍິງ 153 ຄົນ.
ໂອກາດນີ້, ທ່ານ ປະເດີມພອນ ສົນທະນີ ໄດ້ກ່າວວ່າ: ປັດຈຸບັນແຂວງສາລະວັນ ໄດ້ມີຜູ້ເສບຢາເສບຕິດຈຳນວນຫລາຍ, ເຊິ່ງໃນນັ້ນ ສ່ວນຫລາຍແມ່ນຊາວໜຸ່ມ-ເຍົາວະຊົນ ໄດ້ກວມເອົາ 70%, ບັນຫານີ້ໄດ້ສະແດງໃຫ້ເຫັນວ່າສັງຄົມຂອງແຂວງສາລະວັນ ພວມຖືກໄພຂົ່ມຂູ່ ແລະ ທ້າທາຍຈາກຢາເສບຕິດ. ສະນັ້ນ, ເພື່ອສືບຕໍ່ຈັດຕັ້ງປະຕິບັດແຜນນະໂຍບາຍຂອງພັກ ແລະ ລັດ ກ່ຽວກັບການສະກັດກັ້ນ ແລະ ຕ້ານຢາເສບຕິດ ໃຫ້ບັນລຸຄາດໝາຍທີ່ວາງໄວ ໃນຊຸມປີຕໍ່ໜ້າຈະຕ້ອງໄດ້ພ້ອມກັນດຳເນີນນະໂຍບາຍ ແລະມາດຕະການກ່ຽວກັບການແກ້ໄຂບັນຫາຢາເສບຕິດຄື: ຕ້ອງສູ້ຊົນລົບລ້າງການຂົນສົ່ງເຄື່ອນຍ້າຍ, ຄ້າຂາຍ ແລະ ເສບຢາເສບຕິດປະເພດຕ່າງໆ, ສຸມໃສ່ສະກັດກັ້ນ ແລະ ປາບປາມຕໍ່ຜູ້ຊື້-ຂາຍ, ຜູ້ລຳລຽງຂົນສົ່ງ, ຜູ້ຊົມໃຊ້ຢາເສບຕິດປະເພດຕ່າງໆ ສົມທົບກັບມາດຕະການສຶກສາອົບຮົມຢ່າງກວ້າງຂວາງ, ຄະນະກຳມະການຂັ້ນແຂວງ, ຂັ້ນເມືອງ, ຂັ້ນບ້ານ ແລະອົງການຈັດຕັ້ງທຸກຂັ້ນ ຈົ່ງພ້ອມກັນຕັ້ງໜ້າເປີດຂະບວນການຕ້ານຢາເສບຕິດ, ທຸກພາກສ່ວນຕ້ອງໃຫ້ການຮ່ວມມື ແລະ ຕິດຕາມສະພາບການກ່ຽວກັບການເຄື່ອນໄຫວລັກລອບຄ້າຂາຍ ແລະ ຮຽກຮ້ອງຕໍ່ຄູອາຈານໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ ນຳພາແນວຄິດຕໍ່ນັກຮຽນ-ນັກສຶກສາ ໂດຍນຳເອົາວຽກງານຕ້ານ, ສະກັດກັ້ນຢາເສບຕິດ ແລະ ກິດຈະກຳການສຶກສາສອດຫ້ອຍໃນທຸກວິຊາ ເພື່ອໃຫ້ມີຄວາມຮູ້ພື້ນຖານ ມີສະຕິລະວັງຕົວບໍ່ຫຍຸ້ງກ່ຽວກັບສິ່ງເສບຕິດ ແລະ ສູ້ຊົນສ້າງໂຮງຮຽນປອດຢາເສບຕິດໃຫ້ໄດ້ຫລາຍ ແລະ ມີຄວາມຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ.
ໃນພິທີຄັ້ງນີ້, ໄດ້ຈູດທຳລາຍຢາເສບຕິດ 1.147.556 ເມັດ, ຢາໄອສ 1 ກິໂລກຣາມ ກັບ 15 ຖົງນ້ອຍ, ຢາເຄ 01 ຖົງນ້ອຍ ແລະ ເຮໂລອິນ 8 ແທ່ງ.
ຂ່າວ-ພາບ: ທິດລານີ ໂຄດໂຍທາ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |