jane - 2025-10-13T094242.532
ຄະນະຜູ້ແທນຂັ້ນສູງຈາກພັກ ສປປ ລາວ ເຂົ້າຮ່ວມພິທີ ສະຫລອງວັນສ້າງຕັ້ງພັກແຮງງານເກົາຫລີ ຄົບຮອບ 80 ປີ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 13 October, 2025
ໝວດ: ຂ່າວ

 

ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ຄະນະບໍລິຫານງານສູນກາງພັກແຮງງານເກົາຫລີ ແລະ ໂດຍໄດ້ຮັບການມອບໝາຍຈາກ ສະຫາຍ ເລຂາທິການໃຫຍ່ ພັກປະຊາຊົນ ປະຕິວັດລາວ, ຄະນະຜູ້ແທນຂັ້ນສູງ ພັກປະຊາຊົນ ປະຕິວັດລາວ ນຳໂດຍ ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງ, ເລຂາທິ ການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ ພ້ອມດ້ວຍ ຄະນະ ໄດ້ເດີນທາງໄປຮ່ວມພິທີສະເຫລີມສະຫລອງ ວັນສ້າງຕັ້ງພັກແຮງງານເກົາຫລີ ຄົບຮອບ 80 ປີ (10/10/1945-10/10/2025) ທີ່ນະຄອນຫລວງພຽງຢາງ, ສປປ ເກົາຫລີ, ແຕ່ວັນທີ 09-11 ຕຸລາ 2025, ເຊິ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກການນຳ ພັກ, ລັດຖະບານ ແລະ ປະຊາຊົນ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ອ້າຍນ້ອງ.

Digital Marketing Agency in Laos - Emerging Digital Solutions

 

 

ໃນໄລຍະການເຄື່ອນໄຫວຢູ່ ສປປ ເກົາຫລີ ຄັ້ງນີ້, ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີຊຸມນຸມໃຫຍ່ສະເຫລີມສະຫລອງວັນສ້າງຕັ້ງພັກແຮງງານເກົາຫລີ ຄົບຮອບ 80 ປີ ແລະ ຊົມການ ສະແດງສິລະປະກາຍະກຳ ທີ່ ສະໜາມກິລາ 1 ພຶດສະພາ ໃນຕອນແລງຂອງວັນທີ 9 ຕຸລາ 2025 ແລະ ເຂົ້າຮ່ວມພິທີສວນສະໜາມຢ່າງຍິ່ງໃຫຍ່ເພື່ອສະເຫລີມສະຫລອງວັນດັ່ງກ່າວ ໃນຕອນແລງຂອງວັນທີ 10 ຕຸລາ 2025. ພ້ອມກັນນີ້, ຍັງໄດ້ໄປທັດສະນະສຶກສາ ແລະ ຢ້ຽມຊົມສະຖານທີ່ທາງປະຫວັດສາດ, ວັດທະນະທຳ ແລະ ເສດຖະກິດຈຳນວນໜຶ່ງ ເປັນຕົ້ນ ຢ້ຽມຊົມ ບ້ານມັນກຽງແດ(ບ້ານເກີດຂອງ ປະທານ ກິມ ອິນ ຊຸງ), ຫໍວາງສະ ແດງຜະລິດຕະພັນອຸດສະຫະກໍາເບົາ ແລະ ຫໍພິພິທະພັນປະຫວັດສາດໄຊຊະນະສົງຄາມປົດປ່ອຍປິຕິພູມ.

 

 

ການເຂົ້າຮ່ວມພິທີສະເຫລີມສະຫລອງດັ່ງກ່າວຂອງຄະນະຜູ້ແທນພັກ ປປ ລາວ ໃນຄັ້ງນີ້ ແມ່ນເປັນການ ສະແດງເຖິງການສະໜັບສະໜູນເຊິ່ງກັນ ແລະ ກັນ, ໃຫ້ກຳລັງໃຈກັນ ແລະ ປະກອບສ່ວນເຂົ້າໃນການເສີມຂະ ຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດລາວ-ສປປ ເກົາຫລີ.

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 13 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
657.17
669
european-union
EUR
24,072
24,554
china
CNY
2,938
2,996
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-13T112028.196
ຕິດຕັ້ງໄຟເຍືອງທາງ 253 ເສົາ ຕາມເສັ້ນທາງຫລັກເຂົ້າສູ່ດອນໂຂງ
jane - 2025-10-13T112733.620
ແຈ້ງການເກີດແຜ່ນດິນໄຫວໃນຄັ້ງວັນທີ 12 ຕຸລາ 2025 ເວລາ 7:00 ໂມງເຊົ້າ ຫາ ວັນທີ 13 ຕຸລາ 2025 ດັ່ງລຸ່ມນີ້
pele - 2025-10-13T103353.933
ກຽມເປີດ ນະຄອນຫຼວງວຽງຈັນເກມ 2025, ເລີ່ມ 15 ພະຈິກ ນີ້
jane - 2025-10-13T101808.563
ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຈະເດີນທາງຢ້ຽມຢາມ ສປປ ລາວ
jane - 2025-10-13T094242.532
ຄະນະຜູ້ແທນຂັ້ນສູງຈາກພັກ ສປປ ລາວ ເຂົ້າຮ່ວມພິທີ ສະຫລອງວັນສ້າງຕັ້ງພັກແຮງງານເກົາຫລີ ຄົບຮອບ 80 ປີ
pele - 2025-10-13T091033.806
ຄໍາມ່ວນ ຈັດກິດຈະກໍາຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດວັນການທູດລາວ ຄົບຮອບ 80 ປີ
jane - 2025-10-13T092349.578
ພະຍາກອນອາກາດປະຈໍາວັນທີ 13 ຕຸລາ 2025
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
ຢ່າລື່ມກົດຕິດຕາມ