1. ສິ່ງທີ່ຕ້ອງເຮັດທັນທີເມື່ອໄດ້ຍິນສຽງຟ້າຮ້ອງ
ຫາບ່ອນຫລົບທີ່ປອດໄພທີ່ສຸດ: ແມ່ນການເຂົ້າໄປໃນອາຄານຂະໜາດໃຫຍ່ທີ່ໝັ້ນຄົງ, ມີການຕິດຕັ້ງສາຍລໍ້ຟ້າ, ຫຼື ເຂົ້າໄປໃນລົດໃຫຍ່ແລ້ວທີ່ປິດປະຕູ ແລະ ປ່ອງຢ້ຽມໃຫ້ແໜ້ນ (ໂຄງລົດຈະເຮັດໜ້າທີ່ເປັນກົງຟາຣາເດທີ່ຊ່ວຍນຳກະແສໄຟຟ້າລົງດິນ)
ຫຼີກລ້ຽງນ້ຳ ແລະ ວັດຖຸນຳໄຟຟ້າ: ຢູ່ຫ່າງຈາກແຫຼ່ງນ້ຳ (ສະລະນ້ຳ, ທະເລ, ແມ່ນ້ຳ), ອຸປະກອນໄຟຟ້າ, ໂທລະສັບບ້ານ, ທໍ່ນ້ຳ, ຫຼື ວັດຖຸທີ່ເປັນໂລຫະທຸກຊະນິດ
ງົດໃຊ້ໂທລະສັບມືຖື: ປິດ ແລະ ງົດໃຊ້ອຸປະກອນສື່ສານ. ໂທລະສັບມືຖືບໍ່ໄດ້ດຶງດູດຟ້າຜ່າ, ແຕ່ຄື້ນສັນຍານອາດເພີ່ມຄວາມສ່ຽງໄດ້ເລັກນ້ອຍ. ທີ່ສຳຄັນຄືອາດເຮັດໃຫ້ທ່ານພາດການສັງເກດສະພາບແວດລ້ອມຮອບຕົວ
2. ເມື່ອຕ້ອງຢູ່ໃນທີ່ໂລ່ງແຈ້ງ (ແລະບໍ່ມີບ່ອນລົບ)
ຫາກບໍ່ສາມາດຫາອາຄານເພື່ອຫລົບໄດ້ທັນ, ໃຫ້ປະຕິບັດຕາມຄຳແນະນຳເຫຼົ່ານີ້ທັນທີ:
ຫ້າມຢູ່ໃຕ້ຕົ້ນໄມ້ສູງຕົ້ນດຽວ: ຕົ້ນໄມ້ສູງໃຫຍ່ໃນທີ່ໂລ່ງແມ່ນຈຸດທີ່ຟ້າຜ່າລົງໄດ້ງ່າຍທີ່ສຸດ, ແລະກະແສໄຟຟ້າສາມາດແຕກຂະເເຫນງເຮັດອັນຕະລາຍທ່ານໄດ້
ຫ້າມນອນເເນບກັບພື້ນ: ການນອນເເນບຈະເພີ່ມພື້ນທີ່ສຳຜັດກັບພື້ນດິນ, ເຊິ່ງກະແສໄຟຟ້າທີ່ວິ່ງຕາມພື້ນ (Ground Current) ເປັນສາເຫດຫຼັກຂອງການບາດເຈັບ ແລະ ເສຍຊີວິດຈາກຟ້າຜ່າ
ເຮັດທ່າໝອບໂຕ: ຍໍ່ຕົວລົງໃຫ້ຕ່ຳທີ່ສຸດ, ເອົາເທົ້າ(ຕີນ)ທັງສອງຂ້າງເຂົ້າຫາກັນ, ແລະ ເອົາຫົວຊຸກຢູ່ລະຫວ່າງຫົວເຂົ່າ. ຢ່າໃຊ້ມືແປະຕິດກັບພື້ນ. ການຊິດເທົ້າຊ່ວຍຫຼຸດໂອກາດທີ່ກະແສໄຟຟ້າຈະແລ່ນຜ່ານຮ່າງກາຍ (ເຂົ້າຂາຂ້າງໜຶ່ງ ອອກຂາອີກຂ້າງໜຶ່ງ)
ໃຫ້ຢູ່ຫ່າງຈາກເສົາໄຟຟ້າ ແລະ ຮົ້ວໂລຫະ: ລັດສະໝີອັນຕະລາຍຈາກເສົາໄຟຟ້າແຮງສູງຢູ່ທີ່ປະມານ 20 ແມັດ
3. ການເຮັດປະຖົມພະຍາບານຜູ້ຖືກຟ້າຜ່າເບື້ອງຕົ້ນ
ຜູ້ຖືກຟ້າຜ່າບໍ່ໄດ້ມີກະແສໄຟຟ້າຕົກຄ້າງໃນຮ່າງກາຍ. ທ່ານສາມາດເຂົ້າໄປຊ່ວຍເຫຼືອໄດ້ຢ່າງປອດໄພທັນທີ. ໂດຍຮີບໂທລະສັບແຈ້ງໜ່ວຍແພດສຸກເສີນ ແລະ ທຳການຊ່ວຍເຫຼືອເບື້ອງຕົ້ນ ດັ່ງນີ້:
ຫາກຜູ້ບາດເຈັບຢຸດຫາຍໃຈ ແລະ ຫົວໃຈຢຸດເຕັ້ນ, ໃຫ້ຮີບເຮັດ CPR (ການຊ່ວຍຊີວິດຂັ້ນພື້ນຖານ) ທັນທີ ຈົນກວ່າທີມແພດຈະມາເຖິງ
ຂໍ້ຄວນຈຳ:
ຄວາມປອດໄພທີ່ດີທີ່ສຸດຄື ການອອກຈາກພື້ນທີ່ໂລ່ງແຈ້ງທັນທີທີ່ໄດ້ຍິນສຽງຟ້າຮ້ອງ ຫຼື ເຫັນຟ້າແລບ, ເພາະຟ້າຜ່າສາມາດເກີດຂຶ້ນໄດ້ເຖິງ 10 ໄມລ໌ ຫລື (16 ກິໂລແມັດ) ຈາກຕຳແໜ່ງທີ່ເກີດພະຍຸ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,535 | 21,812 |
![]() THB | 660.13 | 672.01 |
![]() EUR | 23,996 | 24,476 |
![]() CNY | 2,931 | 2,989 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |