jane - 2025-10-15T160458.899
ກຸ່ມຜະລິດແນວພັນເຂົ້າລຸ້ນ3 ບ້ານຕຶງ ໄດ້ຮັບການພັດທະນາກຳລັງການຜະລິດເພີ້ມຂຶ້ນ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 15 October, 2025

 

ທ່ານ ຂັນຄຳ ເຂັມພາວັນ ຫົວໜ້າກຸ່ມຜະລິດແນວພັນເຂົ້າລຸ້ນ3 ບ້ານຕຶງ ເມືອງເຊບັ້ງໄຟ ແຂວງຄຳມ່ວນໄດ້ກ່າວວ່າ: ກຸ່ມຜະລິດແນວພັນເຂົ້າຢູ່ບ້ານຕຶງ ໄດ້ສ້າງຕັ້ງຂຶ້ນໃນວັນທີ 26/6/2012 ຕາມດໍາລັດ 2984/ລບ, ລວມມີຄະນະບໍລິຫານກຸ່ມ 11 ທ່ານ, ມີສະມາຊິກເຂົ້າຮ່ວມເບື້ອງຕົ້ນທັງໝົດ 22 ຄອບຄົວ, ມີເນື້ອທີ່ນາ 30.96 ຮຕ, ນາແຊງ 11.23 ຮຕ. ກຸ່ມພວກເຮົາໄດ້ຮັບທຶນສະໜັບສະໜູນ ດ້ານປັດໃຈການຜະລິດ ແລະ ອຸປະກອນກົນຈັກກະສິກຳ ຈຳນວນ 10 ກວ່າ ລາຍການ ເຊັ່ນ: ເຄື່ອງຂັດເມັດ, ເຄື່ອງອົບແຫ້ງ, ຈັກປັ່ນເຂົ້າ, ລົດດຳນາຢ່າງຕາມ ແລະ ອື່ນ…, ພ້ອມທັງໄດ້ຮັບການຝຶກອົບຮົມ ດ້ານເຕັກນິກການປູກເຂົ້າສິນຄ້າ, ການຜະລິດເຂົ້າແນວພັນ, ເຕັກນິກການບໍລິຫານກຸ່ມ, ຈາກໂຄງການ ຜະລິດກະສິກໍາເປັນສິນຄ້າ ຂອງລັດຖະບານ ໂດຍແມ່ນ ຂະແໜງກະສິກຳ ແລະ ປ່າໄມ້ ໄດ້ຊຸກຍູ້ – ສົ່ງເສີມນໍາພາຈັດຕັ້ງປະຕິບັດ ຊຶ່ງເຮັດໃຫ້ ກຸ່ມການຜະລິດເຂົ້າ ຂອງພວກເຮົາໄດ້ມີການຫັນປ່ຽນ, ຈາກທີ່ເຄີຍຜະລິດແບບທຳມະຊາດ ນຳໃຊ້ແນວພັນເຂົ້າພື້ນບ້ານ ທີ່ຊາວນາເກັບຮັກສາເອງເອົາມາປູກ, ຊຶ່ງມີຜົນຜະລິດຕໍ່າ ຄຸນນະພາບເຂົ້າບໍ່ດີ, ເປັນເຂົ້າແຂງ.

Digital Marketing Agency in Laos - Emerging Digital Solutions

ຜ່ານການຝຶອອົບຮົມດ້ານເຕັກນິກຕ່າງໆ, ຊາວນາກຸ່ມບ້ານຕຶງ ສາມາດຜະລິດເຂົ້າແນວພັນ ທີ່ມີຄຸນນະພາບດີ ຕອບສະໜອງໃຫ້ແກ່ສັງຄົມຢ່າງຕໍ່ເນື່ອງ, ເຮັດໃຫ້ກຸ່ມພວກເຮົາ ໄດ້ເຕີບໃຫ່ຍຂະຫາຍຕົວຢ່າງຕັ້ງໜ້າ, ເນື້ອທີ່ການຜະລິດເພີ່ມ, ນາປີ+ນາແຊງ ຈາກ 42.19 ຮຕ ໃນປີ 2012 ມາເປັນ 56.2 ຮຕ ໃນປີ 2021, ສະມັດຕະພາບ 3-4 ໂຕ່ນ/ເຮັກຕ້າ, ຂາຍເປັນແນວພັນ 10-15 ໂຕ່ນຕໍ່ປີ, ເຫຼືອນັ້ນແມ່ນຂາຍເປັນເຂົ້າສິນຄ້າທີ່ຄຸນນະພາບດີ, ການຜະລິດແນວພັນເຂົ້າຂອງກຸ່ມປະອບມີ 5 ແນວພັນຄື: ແນວພັນເຂົ້າຫອມທ່າດອກຄຳ 1, ເຂົ້າຫອມທ່າດອກຄຳ 8, ເຂົ້າຫອມທ່າດອກຄຳ 15, ເຂົ້າທ່າດອກຄໍາ 8 ແລະ ເຂົ້າຫອມເຊບັ້ງໄຟ 4, ຊຶ່ງເປັນທີ່ນິຍົມຂອງຊາວນາ ແລະ ຕະຫຼາດຕ້ອງການ, ຜ່ານການຜະລິດແນວພັນເຂົ້າ ແລະ ການຈຳໜ່າຍແນວພັນເຂົ້າ, ກຸ່ມບ້ານຕຶງພວກເຮົາໄດ້ມີເງິນທ້ອນສະສົມ 800 ກວ່າລ້ານກີບ, ສະມາຊິກພາຍໃນກຸ່ມມີລາຍຮັບເພີ່ມຂຶ້ນເລື້ອຍໆ.

ໃນກາງປີ 2021 ຂະແໜງການກະສິກໍາ ແລະ ປ່າໄມ້ ໄດ້ນໍາເອົາໂຄງການສົ່ງເສີມລະບົບຕ່ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ໄດ້ສືບຕໍ່ຊຸກຍູ້ສົ່ງເສີມກຸ່ມ ຜະລິດແນວພັນເຂົ້າດ້ວຍການຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມ, ປັບປຸງກຳລັງການຜະລິດ, ປັບປຸງເຕັກນິກການຜະລິດ, ປັງປຸງກົງຈັກການຈັດຕັ້ງຂອງກຸມເຮັດໃຫ້ກຸມພວກເຮົາມີຄວາມເຂັ້ມແຂງ, ມີຜົນຜະລິດເພີ່ມຂຶ້ນໃນແຕ່ລະປີ ຊຶ່ງສາມາດຜະລິດເຂົ້າແນວພັນໄດ້ປະມານ 10-15 ໂຕນ/ປີ ແລະ ເຂົ້າເປັນສິນຄ້າປະມານ 50-60 ໂຕນ/ປີ, ໄດ້ຈໍາໜ່າຍພາຍໃນແຂວງ ແລະ ຂາຍໄປຕ່າງແຂວງ ຈໍານວນໜຶ່ງ, ສ້າງກຳໄລສຸດທິໃຫ້ແກ່ບັນດາສະມາຊິກ ພາຍໃນກຸ່ມໄດ້ 10 ລ້ານ ຫາ 20 ລ້ານ ກີບ/ຄອບຄົວ/ປີ.

ທ່ານ ຂັນຄໍາ ເຂັມພາວັນ ກ່າວຕື່ມວ່າ: ຜ່ານການເຄື່ອນໄຫວຈັດຕັ້ງກຸ່ມຜະລິດແນວພັນເຂົ້າເປັນຕົ້ນມາ ພາຍໃຕ້ການນຳພາຂອງຄະນະພັກ-ອຳນາດການປົກຄອງແຕ່ລະຂັ້ນ ແລະ ການຊຸກຍູ້ສົ່ງເສີມຂອງຂະແໜງການກະສິກຳ ແລະ ປ່າໄມ້, ກຸ່ມຜະລິດແນວພັນເຂົ້າ ບ້ານຕຶງໄດ້ພັດທະນາເຕັກນິກ ແລະ ກຳລັງການຜະລິດຢ່າງຕໍ່ເນື່ອງ ເຮັດໃຫ້ກຸ່ມໄດ້ມີການພັດທະນາກາຍມາເປັນສະຫະກອນແບບໃໝ່ ສອດຄ່ອງກັບດຳລັດ 606/ລບ ແລະ ໄດ້ສ້າງຕັ້ງຂຶ້ນ ຕາມໜັງສືອະນຸຍາດ ສະບັບເລກທີ 73/ກປມ.ຊຟ ລົງວັນທີ 14 ກໍລະກົດ 2023 ຊຶ່ງມີຊື່ວ່າ: “ສະຫະກອນຮ່ວມໃຈພັດທະນາກະສິກຳ”. ຕັ້ງຢູ່ບ້ານຕຶງ ເມືອງເຊບັ້ງໄຟ ແລະ ໃບທະບຽນວິສາຫະກິດ ເລກທີ 0002/ຈທວ, ລົງວັນທີ 03/05/2024, ຊຶ່ງໄດ້ລວມເອົາ 5 ກຸ່ມ, ນອນໃນ 4 ບ້ານຄື: ບ້ານຕຶງ ຜະລິດແນວພັນເຂົ້າ, ບ້ານນ້ອຍ ຜະລິດເຂົ້າເປັນສິນຄ້າ, ບ້ານນາພອກ ຜະລິດເຂົ້າເປັນສິນຄ້າ, ບ້ານ ຫາດຄຳຮຽງ ຜະລິດແນວພັນເຂົ້າ ແລະ ຜະລິດເຂົ້າເປັນສິນຄ້າ.

ດ້ານການຈັດຕັ້ງ ຂອງສະຫະກອນ: ປະກອບມີ 4 ໜ່ວຍງານຄີ: ໜ່ວຍງານບັນຊີ, ໜ່ວຍງານຄັງເງີນສົດ, ໜ່ວຍງານການຕະຫຼາດ, ໜ່ວຍງານບໍລິການເຕັກນິກວິຊາການ ແລະ ໜ່ວຍງານບໍລິການກົນຈັກ, ມີສະມາຊິກທັງໝົດ 161 ຄົນ, ມີເງິນຮຸ້ນຈາກການປະກອບສ່ວນ ຂອງສະມາຊິກ ຈຳນວນ 116,100,000 ກີບ, ມີບັນຊືຊັບສິນ 10 ກວ່າລາຍການ, ສືບຕໍ່ມາຈາກກຸ່ມແນວພັນ ແລະ ຊັບສິນເກີດ ໃໝ່ ຄືທີ່ດິນ 1 ຕອນ, ເພື່ອຈະປຸກສ້າງຫ້ອງການ ແລະ ບ່ອນວາງສະແດງສິນຄ້າ. ທຸລະກິດຂອງສະຫະກອນ ໃນເບື້ອງຕົ້ນ ແມ່ນ: ຜະລິດ ແລະ ຈຳໜ່າຍ ແນວພັນເຂົ້າລຸ້ນ 3, ຜະລິດ ແລະ ຈຳໜ່າຍເຂົ້າຄຸນະພາບດີເປັນສິນຄ້າ (ເຂົ້າເປືອກ ແລະ ເຂົ້າສານ), ຈັດຊື້ປັດໄຈການຜະລິດ (ປຸ້ຍ) ຈໍານວນ 984 ສອບ ມູນຄ່າ 553,568,000 ກີບ, ເພື່ອບໍລິການສະມາຊິກກຸ່ມ. ນອກນັ້ນ, ກຸ່ມຍັງໄດ້ສ້າງຕັ້ງກອງທຶນເງິນຝາກ ປະຈໍາເດືອນ, ກອງທຶນສໍາລັບຈັດຊື້ປັດໃຈການຜະລິດຂອງກຸ່ມ, ທີ່ໄດ້ຮັບການສະໜັບສະໜູນຈາກບັນດາໂຄງການ ແລະ ການປະກອບສ່ວນ ຂອງບັນດາສະມາຊິກກຸ່ມ.
ໃນປີ 2024 ເນື້ອທີ່ການປູກເຂົ້າຂອງກຸ່ມຫຼຸດລົງ, ຍ້ອນໂຄງການຊົນລະປະທານ ບ້ານນາພອກປິດນຳ້ເພື່ອກໍ່ສ້າງ ແລະ ປັບປຸງຄອງ, ສະມາຊິກຈຳນວນໜຶ່ງ ບໍ່ເຮັດນາແຊງ ເນື້ອທີ່ຜະລິດແນວພັນເຂົ້າປະຕິບັດໄດ້ 11.5 ຮຕ, ຜົນຜະລິດໄດ້ 58 ໂຕນ, ມູນຄ່າລວມ 464,975,000 ກີບ. ໃນນັ້ນ, ຄັດຂາຍເປັນແນວພັນເຂົ້າລຸ້ນ 3 ຈໍານວນ 10.35 ໂຕນ, ລາຄາ 15,000 ກີບ/ກິໂລ, ເປັນເງິນ 155,250,000 ກີບ, ຂາຍເປັນເຂົ້າສິນຄ້າ ຈໍານວນ 47.65 ໂຕນ, ລາຄາ 6,500 ກີບ/ກິໂລ, ເປັນເງິນ 309,725,000 ກິບ ແລະ ມີເງິນ ແຮຄັງໃນບັນຊີ ຈໍານວນ 95,495,000 ກີບ.

ສັງລວມແລ້ວ: ການພັດທະນາກຳລັງການຜະລິດຂອງກຸ່ມຜະລິດແນວພັນເຂົ້າກ້າວສູ່ການເປັນ ‘‘ສະຫະກອນຮ່ວມໃຈພັດທະນາກະສິກຳ” ຢູ່ບ້ານຕຶງ ເມືອງເຊບັ້ງໄຟ ແມ່ນນັບມື້ເຕີບໃຫ່ຍຂະຫາຍຕົວດີຂຶ້ນຢ່າງຕໍ່ເນື່ອງ, ເມື່ອທຽບກັບໃສ່ກ່ອນການສ້າງຕັ້ງກຸ່ມ, ໂດຍສະເພາະເຕັກນິກການຜະລິດ, ຄຸນນະພາບຂອງເຂົ້າ ແລະ ສະມັດຕະພາບຂອງຜົນຜະລິດມີການປ່ຽນແປງສູງຂຶ້ນ, ເສດຖະກິດຄອບຄົວ ແລະ ຊີວິດການເປັນຢູ່ ຂອງ ບັນດາສະມາຊິກພາຍໃນກຸ່ມມີການປ່ຽນແປງທີ່ດີຂຶ້ນ, ມີເງິນຝາກປະຈຳເດືອນ ຢູ່ໃນກອງທຶນເງິນຝາກຂອງກຸ່ມຢ່າງຕໍ່ເນື່ອງ.

ການສ້າງຕັ້ງ ແລະ ເຄື່ອນໄຫວ ຂອງກຸ່ມຜະລິດຜະລິດແນວພັນເຂົ້າມີຜົນສຳເລັດ, ກາຍມາເປັນສະຫະກອນຮ່ວມໃຈພັດທະນາກະສິກຳ ຢູ່ບ້ານຕຶງ ເມືອງເຊບັ້ງໄຟ ກໍຍ້ອນໄດ້ຮັບການນຳພາ-ຊີ້ນຳ ຈາກຄະນະພັກ, ອຳນາດການປົກຄອງທຸກຂັ້ນ ແລະ ການຈັດຕັ້ງທຸກພາກສ່ວນ, ໂດຍສະເພາະ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ລວມທັງສະມາຊິກພາຍໃນກຸ່ມທັງໝົດ ໄດ້ມີຄວາມສາມັກຄີເປັນເອກພາບ, ມາຮອດປີ 2025 ສະຫະກອນຮວມໃຈພັດທະນາກະສິກໍາ ໄດ້ເຂົ້າເປັນສະມາຊິກ ສະຫະພັນສະຫະກອນ ແຫ່ງ ສປປ ລາວ ຢ່າງເປັນທາງການ.

 

ໂດຍ: ແດງສະຫວັດ ແສນພານິດ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 15 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
659.81
671.69
european-union
EUR
24,096
24,579
china
CNY
2,936
2,994
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-15T160458.899
ກຸ່ມຜະລິດແນວພັນເຂົ້າລຸ້ນ3 ບ້ານຕຶງ ໄດ້ຮັບການພັດທະນາກຳລັງການຜະລິດເພີ້ມຂຶ້ນ
pele - 2025-10-15T155548.983
ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ
pele - 2025-10-15T143523.452
ກອງປະຊຸມໃຫຍ່ສະມາຊິກພັກອົງຄະນະພັກ ສຊປລ ຄັ້ງທີ VI
jane - 2025-10-15T135935.113
ເຫດລົດໃຫຍ່ຕໍາກັນ ເສຍຫລັກປີ້ນລົງຫ້ວຍ ຄົນເຈັບປະຕິເສດບໍ່ຢາກໄປໂຮງໝໍ ວັນທີ 15 ຕຸລາ 2025 ເວລາ 12:31 ນາທີ
jane - 2025-10-15T112124.775
ປະທານປະເທດ ແລະ ນາຍຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ
pele - 2025-10-15T104912.967
ແຈ້ງການມອດໄຟ ວັນທີ16-17/10/2025
site cover1 - 2025-10-15T105222.121
ຢຸດສະໜັບສະໜູນ Windows 10 ຜູ້ທີ່ຍັງໃຊ້ຢູ່ ມີຄວາມສ່ຽງອາດຈະຖືກແຮັກໄດ້
jane - 2025-10-15T102821.038
ລາຍງານເຫດການແຜ່ນດິນໄຫວໃນຄັັ້ງວັນທີ 14 ຕຸລາ 2025 ເວລາ 7:00 ໂມງເຊົ້າ ຫາ ວັນທີ 15 ຕຸລາ 2025
pele - 2025-10-15T101355.053
ຕາດຄູ່ເປັນແຫຼ່ງທ່ອງທ່ຽວ ໜຶ່ງໃນຫຼາຍແຫຼ່ງທ່ອງທ່ຽວຢູ່ເມືອງປາກຊ່ອງທີ່ໄດ້ຮັບຄວາມນິຍົມຈາກ ນັກທ່ອງທ່ຽວ
jane - 2025-10-15T100207.217
ຜູ້ຊົມໃຊ້ນ້ຳປະປາ ເຂດເມືອງສີໂຄດຕະບອງ ແລະ ເມືອງຈັນທະບູລີ ໃຫ້ກຽມກັກເກັບນ້ຳໄວ້ໃຊ້ ວັນທີ 16 ຕຸລາ 2025ນີ້
ຢ່າລື່ມກົດຕິດຕາມ