
ວັນທີ 3 ຫາ 5 ຕຸລາ 2025 ຫຼວງພະບາງ ເມືອງມຸລະດົກໂລກໄດ້ເປັນເຈົ້າພາບຈັດງານບຸນກາເຟ ແລະ ຊາບ້ານເຮົາ ປີ 2025 ສະເຫຼີມສະຫຼອງກາເຟ ແລະ ຊາລາວ, ຄວາມຍືນຍົງ ແລະ ການຮ່ວມມື,ມີຫຼາຍກວ່າ 6,400 ຄົນ ໄດ້ເຂົ້າຮ່ວມ ເປົ້າໝາຍຊ່ວຍເຫຼືອປະຊາຊົນຫຼາຍກວ່າ 3,000 ຄົວເຮືອນ ໃນ ສປປ ລາວ ເພື່ອສ້າງລະບົບຕ່ອງໂສ້ມູນຄ່າກາເຟ ແລະ ຊາ ລວມເຖິງຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ເນັ້ນໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ໂດຍຜ່ານລະບົບຕ່ອງໂສ້ການສ້າງມູນຄ່າເພີ່ມຂອງຜະລິດຕະພັນກາເຟ ແລະຊາ ທີ່ມີຈັນຍາບັນ ແລະ ເປັນມິດກັບສິ່ງແວດລ້ອມໃນລາວ.
ງານນີ້ໄດ້ກາຍເປັນຈຸດນັດພົບລະຫວ່າງ ຊາວສວນ, ຜູ້ຜະລິດ, ຜູ້ຂົ້ວ, ຜູ້ປະກອບການ ແລະ ຜູ້ບໍລິໂພກ, ລວມໄປເຖິງອົງການພັດທະນາທີ່ມາຮວມຕົວກັນເພື່ອສະເຫຼີມສະຫຼອງກາເຟ ແລະ ຊາລາວ ທີ່ເປັນຕົວຂັບເຄື່ອນ ການພັດທະນາດ້ານກະສິກຳ ໂດຍແມ່ນກະຊວງກະສິກຳ ແລະ ສິ່ງແວດລ້ອມເປັນຜູ້ຈັດ,ແລະໄດ້ຮັບການສະໜັບສະໜູນຂອງ ໂຄງການ ສ້າງຄວາມເຂັ້ມແຂງເສດຖະກິດສີຂຽວ ແລະ ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດດ້ານກະສິກຳ ຫຼື Green Cup ໂດຍລັດຖະບານຝຣັ່ງ ແລະ ສະຫະພາບເອີຣົບໃຫ້ທຶນ.
ນີ້ເປັນຄັ້ງທຳອິດທີ່ໄດ້ເອົາ ວັນກາເຟສາກົນ (1 ຕຸລາ) ແລະ ວັນຊາສາກົນ (21 ພຶດສະພາ) ມາສະເຫຼີມສະຫຼອງຮ່ວມກັນພາຍໃຕ້ຫົວຂໍ້ວ່າ “ກາເຟ ແລະ ຊາ ເພື່ອຊີວິດທີ່ດີກວ່າ ສົ່ງເສີມການຮ່ວມມືເພື່ອອະນາຄົດທີ່ຍືນຍົງ” ຊຶ່ງລວມມີຜະລິດຕະພັນຈາກສວນກາເຟ ແລະ ຊາໃນຂອບເຂດທົ່ວປະເທດເຂົ້າຮ່ວມວາງ ສະແດງ-ຂາຍທັງໝົດ 40 ຮ້ານ ໃນນີ້ມີຮ້ານກາເຟ 23 ຮ້ານ ແລະ ຮ້ານຊາ 17 ຮ້ານ.
ກາເຟ ແລະ ຊາ ຖືເປັນພືດກະສິກຳຫຼັກໆທີ່ສົ່ງອອກ, ສ້າງລາຍຮັບ ແລະ ການຈ້າງງານໃນເຂດຊົນນະ ບົດຂອງລາວ, ການປູກ ກາເຟ-ຊາ ສ່ວນໃຫຍ່ຍັງແມ່ນຜູ້ຜະລິດຂະໜາດນ້ອຍ ທີ່ມີຈຳນວນຫຼາຍກວ່າ 25,000 ຄອບຄົວ ແລະ ສ້າງວຽກເຮັດງານທໍາ ແລະ ລາຍຮັບໃຫ້ແກ່ຊາວຜູ້ອອກແຮງງານ ຫຼາຍກວ່າ 310,000 ຄອບຄົວ. ໃນປີ 2024 ຜ່ານມາ ສປປ ລາວ ໄດ້ສົ່ງອອກກາເຟຫຼາຍກວ່າ 50,000 ໂຕນ ແລະ ຊາແຫ້ງ 100 ໂຕນ, ສ້າງລາຍຮັບຈາກກາເຟຫຼາຍກວ່າ 100 ລ້ານໂດລາ ແລະ ຊາ 2 ລ້ານໂດລາ. “ນີ້ເປັນໂອກາດການຢືນຢັນຄວາມມຸ່ງໝັ້ນໃນການສ້າງ “ເສັ້ນທາງສູ່ເສດຖະກິດສີຂຽວ ແລະ ລວມໝູ່” ເພື່ອຮັບປະກັນໃຫ້ຂະແໜງກາເຟ ແລະ ຊາຂອງລາວ ຂະຫຍາຍຕົວຢ່າງຍືນຍົງ ແລະ ປະກອບ ສ່ວນເຂົ້າໃນຍຸດທະສາດແຫ່ງຊາດທີ່ໄດ້ເນັ້ນກ່ຽວກັບ “ເສດຖະກິດແບບເພິ່ງພາຕົນເອງ ແລະ ມີການຟື້ນຟູໄວ” ດັ່ງທີ່ໄດ້ລະບຸໄວ້ໃນແຜນພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດ ຄັ້ງທີ 10 (10 NSDEP) ແລະ ຍຸດທະສາດຂະແຫນງກະສິກຳ, ຊຶ່ງໂຄງການ Green Cup ຈະສືບຕໍ່ສ້າງກາເຟ ແລະ ຊາໃຫ້ເປັນເຄື່ອງມືແກ່ການພັດທະນາແບບຍືນຍົງ”.
ກາເຟ-ຊາ ແມ່ນສິນຄ້າ ຍຸດທະສາດ, ເປັນສິນຄ້າສົ່ງອອກ ສ້າງລາຍຮັບທີ່ໝັ້ນທ່ຽງໃຫ້ແກ່ປະຊາຊົນ ຊາວສວນ ແລະ ລັດຖະບານລາວ “ກາເຟລາວເປັນກາເຟທີ່ມີຄຸນນະພາບ, ມີເອກະລັກລົດຊາດພິເສດສະເພາະ ແລະ ໄດ້ສ້າງຊື່ສຽງ-ສ້າງລາຍຮັບອັນມາຫາສານໃຫ້ແກ່ປະເທດເຮົາຕະຫຼອດມາ ຊຶ່ງຢັ້ງຢືນຈາກການແຂ່ງຂັນກາເຟລາວ ໂດຍຜ່ານກຳມະການທີ່ນັກຊິມກາເຟສາກົນ ໃນແຕ່ລະປີ ເຫັນວ່າ ກາເຟລາວກໍໄດ້ຄະແນນອັນດັບດີ-ດີຫຼາຍ (ຈັດໃນອັນດັບກາເຟພິເສດ).
ຊາລາວ ກໍເຊັ່ນກັນ, ໄດ້ມີບົດບາດສຳຄັນໃນການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນຊົນນະບົດ. ຊາລາວມີປະຫວັດຄວາມເປັນມາຍາວນານ, ຕິດພັນກັບການດຳລົງຊີວິດຂອງຊຸມຊົນ, ຊົນເຜົ່າທາງພາກເໜືອ ແລະ ເຂດປາກຊ່ອງ ພູພຽງບໍລະເວນ (ພາກໃຕ້) ລ້ວນແຕ່ມີລົດຊາດດີ ເປັນທີ່ຕ້ອງການຂອງຕະຫຼາດພາກພື້ນ ແລະ ສາກົນ ເຊິ່ງຢັ້ງຢືນໄດ້ ຈາກຜົນການແຂ່ງຂັນຊາອັນດັບໂລກ ທີ່ ສປ ຈີນ ໃນປີ 2025: ຊາລາວ (ຊາຍອດອູ) ໄດ້ຮັບຫຼຽນຄຳ.”
ຈາກງານກາເຟ ແລະ ຊາ ເປັນສັນຍາລັກແຫ່ງຄວາມພາກ ພູມໃຈຂອງຂະແຫນງກະສິກຳຂອງລາວ ແລະ ຍັງສື່່ໃຫ້ເຫັນຄວາມເຂັ້ມແຂງຂອງການຮ່ວມມືລະຫວ່າງລັດຖະບານ, ພາກເອກະຊົນ, ຄູ່ຮ່ວມພັດທະນາໃນການຊຸກຍູ້ການເຕີບໂຕແບບຍືນຍົງ, ນີ້ໄດ້ຊີ້ໃຫ້ເຫັນວ່າ ກາເຟ ແລະ ຊາ ແມ່ນເຄື່ອງຈັກສໍາລັບການພັດທະນາຊົນນະບົດ ແລະ ເສັ້ນທາງໄປສູ່ອະນາຄົດທີ່ດີ.
ໂດຍ: ຜາຕຸງ 16.10.25
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,529 | 21,806 |
![]() THB | 661.10 | 673 |
![]() EUR | 24,196 | 24,681 |
![]() CNY | 2,935 | 2,993 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |