jane - 2025-10-16T133534.423
ຍທຂ ນະຄອນຫຼວງວຽງຈັນ ເລັ່ງສ້ອມແປງຫຼາຍເສັ້ນທາງທີ່ເປ່ເພ ເພື່ອຄວາມສະດວກໃນການສັນຈອນຂອງປະຊາຊົນ ໂດຍແບ່ງອອກເປັນ 4 ສັນຍາຫຼັກ ຄື:
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 16 October, 2025

 

ວັນທີ 14 ຕຸລາ 2025, ທ່ານ ທະວີໄຊ ໄຊປະເສີດ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດກ່ຽວກັບການຈັດຕັ້ງປະຕິບັດວຽກບຸລະນະຮັກສາ ແລະ ສ້ອມແປງທາງຫຼວງແຫ່ງຊາດ ປີ 2025 ໃນເຂດນະຄອນຫຼວງວຽງຈັນ ໂດຍໄດ້ກ່າວວ່າ ພະແນກໂຍທາທິການ ແລະ ຂົນສົ່ງ ໄດ້ວາງແຜນດຳເນີນງານປັບປຸງສ້ອມແປງເສັ້ນທາງໃນນະຄອນຫຼວງວຽງຈັນເປັນປະຈຳ ທັງກ່ອນ ແລະຫຼັງລະດູຝົນ ເພື່ອຮັບປະກັນຄວາມປອດໄພ ແລະ ຄວາມສະດວກໃນການສັນຈອນຂອງປະຊາຊົນ.

 

ອີງຕາມແຜນງານທີ່ໄດ້ຮັບການຊີ້ນໍາຈາກອົງການປົກຄອງນະຄອນຫຼວງ ແລະ ການຮັບຮອງຈາກກະຊວງ ຍທຂ, ໃນປີ 2025 ນະຄອນຫຼວງວຽງຈັນ ຈະດໍາເນີນ ການບຸລະນະຮັກສາແລະສ້ອມແປງເສັ້ນທາງທັງຫມົດ 36 ໂຄງການ ມູນຄ່າກວ່າ 140 ຕື້ກີບ ໃນເຂດນະຄອນຫຼວງ, ແລະ ອີກ 116 ໂຄງການ ມູນຄ່າກວ່າ 139 ຕື້ ກີບ ໃນ 9 ຕົວເມືອງອ້ອມນະຄອນຫລວງວຽງຈັນ.

 

ປະຈຸບັນ ພະແນກ ຍທຂ ນະຄອນຫຼວງວຽງຈັນ ດໍາເນີນການຕາມແຜນງົບປະມານກອງທຶນທາງ ທີ່ ກະຊວງ ຍທຂ ໄດ້ມອບໃຫ້ ມູນຄ່າ 20,910,000,000 ກີບ ໂດຍແບ່ງອອກເປັນ 4 ສັນຍາຫຼັກ ຄື:

 

1) ເສັ້ນທາງເລກ 10 ແຕ່ ຂົວທ່າງ່ອນ ເມືອງໄຊທານີ ຫາ ຊາຍແດນ ແຂວງວຽງຈັນ ມູນຄ່າ 2,151,767,854 ກີບ.

 

2) ເສັ້ນທາງເລກ 10 ແລະ 450 ປີ ແຕ່ ວົງວຽນດອນຫນູນ ຫາ ຂົວທ່າງ່ອນ ແລະ ແຕ່ ໄຟແດງດົງໂດກ ຫາ ທ່ານາ ແລ້ງ ມູນຄ່າ 1,656,399,664 ກີບ.

 

3) ເສັ້ນທາງເລກ 11 ເຫນືອ ແຕ່ ໄຟແດງສີໄຄ ຫາ ຂົວປາກຈັນ ຊາຍແດນ ຂ.ວຽງຈັນ ມູນຄ່າ 8,328,076,052 ກີບ.

 

4) ເສັ້ນທາງເລກ 13 ໃຕ້ ແຕ່ ວົງວຽນດອນຫນູນ ຫາ ສາມແຍກໄຟແດງ ຫຼັກ 21 ມູນຄ່າ 8,766,553,683 ກີບ.

 

ທ່ານ ທະວີໄຊ ໄຊປະເສີດ ກ່າວຕໍ່ວ່າ: ໃນຂະນະນີ້ ສະພາບເສັ້ນທາງຫຼາຍສາຍໄດ້ຮັບຄວາມເສຍຫາຍຫນັກ ເນື່ອງຈາກຝົນຕົກຫນັກຕິດຕໍ່ກັນເປັນເວລາດົນ, ເຮັດໃຫ້ ການສັນຈອນຂອງປະຊາຊົນບາງພື້ນທີ່ພົບຄວາມຫຍຸ້ງຍາກ, ມີຫາງສຽງສັງຄົມຈົ່ມວ່າສັງຄົມ ແລະ ງົບປະມານທີ່ຮັບອະນຸມັດໃນເບື້ອງຕົ້ນກໍ່ບໍ່ພຽງພໍ ເປັນຕົ້ນ ເສັ້ນທາງເລກ 10 ແຕ່ ຂົວທ່າງ່ອນ ເມືອງໄຊທານີ ຫາຊາຍແດນ ແຂວງວຽງຈັນ ຈຸດຂຸດຮື້ຫນ້າທາງທັງຫມົດ 30 ຈຸດ, ຜ່ານການລົງສໍາຫຼວດເກັບກໍາຂໍ້ມູນຕົວຈິງຄືນ ໃຫມ່ ເຫັນວ່າ ຈຸດຂຸດຮື້ຫນ້າທາງ ເພີ່ມຂຶ້ນຈໍານວນ 15 ຈຸດ ຕົກເປັນມູນຄ່າເພີ່ມຂຶ້ນ 1,097,832,353 ກີບ ແລະ ເສັ້ນທາງ ເລກ 11 ເຫນືອ ແຕ່ໄຟແດງສີໄຄ ຫາ ຂົວ ປາກຈັນ ຊາຍແດນແຂວງວຽງຈັນ ຈຸດຂຸດຮື້ຫນ້າທາງທັງຫມົດ 55 ຈຸດ, ຜ່ານການລົງສໍາຫຼວດເກັບກໍາຂໍ້ມູນຕົວຈິງຄົນໃຫມ່ ເຫັນວ່າ ຈຸດຂຸດຮື້ຫນ້າທາງ ເພີ່ມຂຶ້ນຈໍ ນວນ 25 ຈຸດ ຕົກເປັນມູນຄ່າເພີ່ມຂຶ້ນ 3,893,265,920 ກີບ.

 

ສະນັ້ນ, ພະແນກ ຍທຂ ນະຄອນຫຼວງວຽງຈັນ ຈຶ່ງໄດ້ຍື່ນລາຍງານຕໍ່ອົງການປົກຄອງນະຄອນຫຼວງ ແລະ ກະຊວງ ຍທຂ ສະເຫນີຂໍງົບປະມານຕື່ມ ຈໍານວນ 4,991,098,273 ກີບ ເພື່ອມາສ້ອມແປງເສັ້ນທາງດັ່ງກ່າວໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ.

 

ໂອກາດດັ່ງກ່າວ ທ່ານຮອງຫົວຫນ້າພະແນກ ຍທຂ ນະຄອນຫຼວງວຽງຈັນ ຍັງໄດ້ຝາກເຖິງປະຊາຊົນ ໃຫ້ມີສະຕິໃນການນໍາໃຊ້ເສັ້ນທາງ ເພາະວ່າເປັນລະດູຝົນ ເສັ້ນທາງຫຼາຍເສັ້ນໄດ້ຄວາມເປ່ເພ ອາດພາໃຫ້ສ່ຽງຕໍ່ການເກີດອຸປະຕິເຫດໄດ້, ແລະຂໍໃຫ້ປະຊາຊົນ ໃຫ້ຄວາມຮ່ວມມື ບໍ່ຢາກໃຫ້ເປັ່ງນໍ້າໃສ່ທາງ ໃນໄລຍະທີ່ກໍາລັງ ປັບປຸງກໍ່ສ້າງ ໂດຍສະເພາະແມ່ນ ເສັ້ນທາງເລກ 11 ເຫນືອ ແຕ່ ໄຟແດງສີໄຄ ຫາ ຂົວປາກຈັນ ຊາຍແດນ ແຂວງວຽງຈັນ ເພາະຈະເຮັດເສັ້ນທາງເປ່ເພກວ່າເກົ່າ, ການກໍ່ສ້າງພົບຄວາມຫຍຸ້ງຍາກຫຼາຍຂຶ້ນ, ດັ່ງນັ້ນຂໍໃຫ້ພໍ່ແມ່ນປະຊາຊົນ ຈົ່ງໃຫ້ການຮ່ວມມື ແລະ ອົດທົນນໍາກັນ ເຊິ່ງຄາດວ່າຈະສໍາເລັດໃນໄວໆນີ້.

 

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 16 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,529
21,806
thailand (1)
THB
661.10
673
european-union
EUR
24,196
24,681
china
CNY
2,935
2,993
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-16T155752.261
ຊົມເຊີຍ ສະຫາຍ ທອງລີ ສີສຸລິດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
pele - 2025-10-16T145013.841
ເບຍລາວ ມອບທຶນ 7 ຕື້ກີບເພື່ອສົ່ງເສີມງານມະຫາກໍາກິລາແຫ່ງຊາດວຽງຈັນເກມ ຄັ້ງທີ XII
jane - 2025-10-16T145120.719
ຮອງລັດຖະມົນຕີກະຊວງ ຮສສ ຊຸກຍູ້ ວຽກງານ ກວດກູ້ລະເບີດ ຢູ່ແຂວງອັດຕະປື
pele - 2025-10-16T134448.625
ແຈ້ງການມອດໄຟ ວັນທີ 19/10/2025
jane - 2025-10-16T133534.423
ຍທຂ ນະຄອນຫຼວງວຽງຈັນ ເລັ່ງສ້ອມແປງຫຼາຍເສັ້ນທາງທີ່ເປ່ເພ ເພື່ອຄວາມສະດວກໃນການສັນຈອນຂອງປະຊາຊົນ ໂດຍແບ່ງອອກເປັນ 4 ສັນຍາຫຼັກ ຄື:
jane - 2025-10-16T115709.398
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບ ທ່ານ ອະນຸທິນ ຊານວີຣະກຸນ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ດ້ວຍບັນຍາກາດທີ່ອົບອຸ່ນ.
pele - 2025-10-16T113215.445
ຫ້ອງການໄຟຟ້າເມືອງສີໂຄດຕະບອງ ສາຂານະຄອນຫຼວງ1 ສຳເລັດຍົກກຳລັງໝໍ້ແປງໄຟຟ້າ 4 ປ້ອມ ເມືອງ ສີໂຄດຕະບອງ.
jane - 2025-10-16T112654.635
ກາເຟ ແລະ ຊາ ຄືໝາກຜົນທາງດ້ານກະສິກຳ ທີ່ເປັນຂີດໝາຍການພັດທະນາລາຍໄດ້ແບບຍືນຍົງ
jane - 2025-10-16T102127.022
ທ່ານ ອະນຸທິນ ຊານວີຣະກຸນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ເດີນທາງເຖິງນະຄອນຫລວງວຽງຈັນ
jane - 2025-10-16T094850.359
ເຫດການເກີດແຜ່ນດິນໄຫວຄັັ້ງວັນທີ 15 ຕຸລາ ຫາ ວັນທີ 16 ຕຸລາ 2025
ຢ່າລື່ມກົດຕິດຕາມ