jane - 2025-10-16T145120.719
ຮອງລັດຖະມົນຕີກະຊວງ ຮສສ ຊຸກຍູ້ ວຽກງານ ກວດກູ້ລະເບີດ ຢູ່ແຂວງອັດຕະປື
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 16 October, 2025

 

ຂປລ. ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຜູ້ຊີ້ນໍາວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂອງແຂວງອັດຕະປື ເຄື່ອນໄຫວຢ້ຽມຢາມ ພາກສະໜາມເກັບກູ້ລະເບີດບໍ່ທັນແຕກ ຂອງໂຄງການເກັບກູ້ລະເບີດແຫ່ງຊາດ ໃນວັນທີ 14 ຕຸລາ 2025 ທີ່ບ້ານຕາດກຸ່ມ ເມືອງຊານໄຊ ແຂວງອັດຕະປື.

 

 

ໂອກາດດັ່ງກ່າວ, ທ່ານ ພົງໄຊສັກ ອິນຖາລາດ ໄດ້ຮັບຟັງການລາຍງານຫຍໍ້ ບັນດາຜົນສຳເລັດໃນການເຄື່ອນໄຫວວຽກງານຕ່າງໆ ຢູ່ພາກສະໜາມ ທີ່ພວມປະຕິບັດງານ ຢູ່ເຂດບ້ານຕາດກຸ່ມ ເມືອງຊານໄຊ, ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດ ມາແຕ່ວັນທີ 3 ຕຸລາ 2025 ໃນເນື້ອທີ່ເປົ້າໝາຍ 46 ພັນກວ່າຕາແມັດ ເຊິ່ງແມ່ນພື້ນທີ່ກະສິກຳ ຂອງປະຊາຊົນ ແລະ ຄາດວ່າຈະໃຫ້ສໍາເລັດໃນວັນທີ 22 ພະຈິກ 2025. ຜ່ານການກວດກູ້ ໄລຍະຜ່ານມາ ໄດ້ພົບລະເບີດ 3 ລູກ ເປັນລະເບີດປະເພດ ບົມບີ.
ໂອກາດນີ້, ທ່ານ ພົງໄຊສັກ ອິນຖາລາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ພະນັກງານ ທີ່ພວມປະຕິບັດໜ້າທີ່ພາກສະໜາມ ໃນການກວດກູ້ລະເບີດອອກຈາກພື້ນທີ່ ເພື່ອເຮັດໃຫ້ເນື້ອທີ່ທໍາການຜະລິດຂອງພໍ່ແມ່ປະຊາຊົນ ມີຄວາມປອດໄພ ຈາກລູກລະເບີດບໍ່ທັນແຕກ.

 

 

ອີງຕາມຂໍ້ມູນ ຈາກຫ້ອງການໂຄງການເກັບກູ້ລະເບີດບໍ່ທັນແຕກແຫ່ງຊາດ ປະຈໍາ ແຂວງອັດຕະປື ໃຫ້ຮູ້ວ່າ: ປັດຈຸບັນ ແຂວງອັດຕະປື ເປັນແຂວງໜຶ່ງທີ່ລັດຖະບານສະຫະລັດອາເມລິກາ ໄດ້ໃຫ້ການຊ່ວຍເຫລືອ ແກ່ໂຄງການເກັບກູ້ລະເບີດແຫ່ງຊາດ ເພື່ອເຄື່ອນໄຫວວຽກງານຢູ່ໃນແຂວງ, ເຊິ່ງປະກອບດ້ວຍທີມງານພາກສະໜາມ, ທີມງານເກັບກູ້, ທີມງານສຳຫລວດດ້ານວິຊາການ, ທີມງານສຳຫລວດບໍ່ແມ່ນດ້ານວິຊາການ, ທີມງານໂຄສະນາສຶກສາຄວາມສ່ຽງ ແລະ ທີມງານຕັດຫຍ້າດ້ວຍແຮງງານຄົນ.

ຂ່າວ: ຫລວງອາໄພ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 16 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,529
21,806
thailand (1)
THB
661.10
673
european-union
EUR
24,196
24,681
china
CNY
2,935
2,993
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-16T155752.261
ຊົມເຊີຍ ສະຫາຍ ທອງລີ ສີສຸລິດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
pele - 2025-10-16T145013.841
ເບຍລາວ ມອບທຶນ 7 ຕື້ກີບເພື່ອສົ່ງເສີມງານມະຫາກໍາກິລາແຫ່ງຊາດວຽງຈັນເກມ ຄັ້ງທີ XII
jane - 2025-10-16T145120.719
ຮອງລັດຖະມົນຕີກະຊວງ ຮສສ ຊຸກຍູ້ ວຽກງານ ກວດກູ້ລະເບີດ ຢູ່ແຂວງອັດຕະປື
pele - 2025-10-16T134448.625
ແຈ້ງການມອດໄຟ ວັນທີ 19/10/2025
jane - 2025-10-16T133534.423
ຍທຂ ນະຄອນຫຼວງວຽງຈັນ ເລັ່ງສ້ອມແປງຫຼາຍເສັ້ນທາງທີ່ເປ່ເພ ເພື່ອຄວາມສະດວກໃນການສັນຈອນຂອງປະຊາຊົນ ໂດຍແບ່ງອອກເປັນ 4 ສັນຍາຫຼັກ ຄື:
jane - 2025-10-16T115709.398
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບ ທ່ານ ອະນຸທິນ ຊານວີຣະກຸນ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ດ້ວຍບັນຍາກາດທີ່ອົບອຸ່ນ.
pele - 2025-10-16T113215.445
ຫ້ອງການໄຟຟ້າເມືອງສີໂຄດຕະບອງ ສາຂານະຄອນຫຼວງ1 ສຳເລັດຍົກກຳລັງໝໍ້ແປງໄຟຟ້າ 4 ປ້ອມ ເມືອງ ສີໂຄດຕະບອງ.
jane - 2025-10-16T112654.635
ກາເຟ ແລະ ຊາ ຄືໝາກຜົນທາງດ້ານກະສິກຳ ທີ່ເປັນຂີດໝາຍການພັດທະນາລາຍໄດ້ແບບຍືນຍົງ
jane - 2025-10-16T102127.022
ທ່ານ ອະນຸທິນ ຊານວີຣະກຸນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ເດີນທາງເຖິງນະຄອນຫລວງວຽງຈັນ
jane - 2025-10-16T094850.359
ເຫດການເກີດແຜ່ນດິນໄຫວຄັັ້ງວັນທີ 15 ຕຸລາ ຫາ ວັນທີ 16 ຕຸລາ 2025
ຢ່າລື່ມກົດຕິດຕາມ