
ສະພາບອາກາດປະຈໍາເຊົ້າວັນທີ 17 ຕຸລາ 2025, ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູູ່ພາກເໜືອ ລົງຫາ ພາກກາງຂອງປະເທດລາວ ດ້ວຍກຳລັງອ່ອນ, ສົມທົບກັບກະແສລົມຕາເວັນອອກພັດປົກຄຸມ. ເຊິ່ງຈະເຮັດໃຫ້ ອາກາດຮ້ອນ ໂດຍສະເພາະໃນຕອນບ່າຍ, ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູູ່ໃນແຕ່ລະພາກ ແລະ ຈະຕົກໃນລະດັບປານກາງຢູູ່ບາງທ້ອງຖິ່ນ ພ້ອມຈະມີລົມພັດແຮງເປັນບາງໂອກາດ.
ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດເຢັນໃນຕອນເຊົ້າ, ຈະມີຝົນຕົກໃນລະດັບຄ່ອຍຢູູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 25% ຂອງພາກ ອຸນຫະພູມໃນລະຫວ່າງ 17 – 29 ອົງສາ.
ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຮ້ອນ, ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູູ່ບາງທ້ອງຖິ່ນ ແລະ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 30% ຂອງພາກ ອຸນຫະພູມໃນລະຫວ່າງ 20 – 34 ອົງສາ.
ນະຄອນຫລວງວຽງຈັນ: ອາກາດຮ້ອນ, ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູູ່ບາງບໍລິເວນ ແລະ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 20% ອຸນຫະພູມໃນລະຫວ່າງ 25 – 34 ອົງສາ.
ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ ຍັງຈະມີຝົນຕົກໃນລະດັບຄ່ອຍ ແລະ ຈະຕົກໃນລະດັບປານກາງຢູູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 35% ຂອງພາກ ອຸນຫະພູມໃນລະຫວ່າງ 23 – 35 ອົງສາ.
ແຂວງໄຊສົມບູນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 20% ອຸນຫະພູມໃນລະຫວ່າງ 19 – 32 ອົງສາ.
ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ອາກາດຮ້ອນ ແລະ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 40% ຂອງພາກ ອຸນຫະພູມໃນລະຫວ່າງ 22 – 35 ອົງສາ.
ສໍາລັບເຂດພູພຽງບໍລະເວນ: ອາກາດເຢັນ ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 50% ອຸນຫະພູມໃນລະຫວ່າງ 14 – 27 ອົງສາ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,526 | 21,803 |
![]() THB | 662.81 | 673.41 |
![]() EUR | 24,425 | 24,914 |
![]() CNY | 2,956 | 3,015 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |