jane - 2025-10-17T102039.018
ເມືອງວຽງພູຄາ ໄດ້ຮັບເຂົ້າສານຊ່ວຍເຫລືອ 342 ໂຕນ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 17 October, 2025

 

ຂປລ. ແຫລ່ງຂ່າວຈາກ ແຂວງຫລວງນ້ຳທາ ໃຫ້ຮູ້ວ່າ: ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງຫລວງນ້ຳທາ ໄດ້ນໍາເອົາເຂົ້າສານໜຽວມາມອບໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດເມືອງວຽງພູຄາ ໃນວັນທີ 16 ຕຸລາ 2025 ຕາງໜ້າມອບໂດຍ ທ່ານ ຊຽງວັນ ສົມລັດທອງ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ແລະ ຕາງໜ້າຮັບໂດຍທ່ານ ພູມອນ ຄຸນສີລິເຮືອງ ຮັກສາການເຈົ້າເມືອງໆວຽງພູຄາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ເຂົ້າສານໜຽວ ທີ່ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ນໍາມາມອບຊ່ວຍເຫລືອໃນຄັ້ງນີ້ ມີ 342 ໂຕນ ເພື່ອນຳໄປແຈກຢາຍ ແລະ ມອບຕໍ່ໃຫ້ພໍ່ແມ່ປະຊາຊົນ ຜູ້ທີ່ຖືກຜົນກະທົບຈາກໄພພິບັດ ນໍ້າຖ້ວມ-ນໍ້າໄຫລຊຸ ເຮັດໃຫ້ພື້ນຖານການຜະລິດ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບໃນປີ 2024 ຜ່ານມາໃຫ້ດີຂຶ້ນ ພ້ອມທັງນຳໄປແຈກຢາຍ ໃຫ້ບັນດານ້ອງນັກຮຽນຜູ້ທຸກຍາກ, ກໍາພ້າ- ກໍາພອຍ ທີ່ນອນຫໍພັກ ໃນໂຮງຮຽນມັດທະຍົມຕົ້ນ-ມັດທະຍົມປາຍ 9 ແຫ່ງໃນທົ່ວເມືອງ. ພ້ອມນີ້ຍັງຈະໄດ້ແຈກຍາຍໃຫ້ແກ່ ຜູ້ສູງອາຍຸ ແລະ ກໍາລັງ ປກຊ, ປກສ ແລະ ກອງພັນ 418 ຈໍານວນໜຶ່ງ ທັງນີ້ກໍເພື່ອໃຫ້ຖຶກຕ້ອງຕາມການເກັບກໍາຂໍ້ມູນໄພພິບັດໃນປີຜ່ານມາ.

ບ້ານທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມໃນປີຜ່ານມາ ຢູ່ເມືອງວຽງພູຄາ ມີ 35 ບ້ານ, ມີ 737 ຄອບຄົວ, ມີ 4.150 ຄົນ, ຄອບຄົວທຸກຍາກ 11 ບ້ານ 116 ຄອບຄົວ ມີ 440 ຄົນ, ເດັກກໍາພ້າ 16 ບ້ານ ມີ 163 ຄົນ, ເດັກກໍາພອຍ 14 ບ້ານ ມີ 8 ຄົນ, ຜູ້ສູງອາຍຸ 17 ບ້ານ ມີ 98 ຄົນ ແລະ ຄົນພິການ 13 ບ້ານ ມີ 145 ຄົນ.

ໂອກາດດັ່ງກ່າວ, ທ່ານ ພູມອນ ຄຸນສີລິເຮືອງ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ມາຍັງລັດຖະບານ, ຄະນະຮັບຜິດຊອບໄພພິບັດຂັ້ນແຂວງ ທີ່ໄດ້ໃຫ້ການຊ່ວຍເຫລືອຕະຫລອດມາ ພ້ອມສັນຍາວ່າ ຈະນໍາໃຊ້ເຂົ້າສານຈໍານວນດັ່ງກ່າວນີ້, ໄປແຈກຢາຍໃຫ້ເກີດປະໂຫຍດສູງສຸດຕໍ່ກັບປະຊາຊົນທີ່ປະສົບບັດໄພພິບັດໃຫ້ຖືກຕ້ອງ, ມີຄວາມໂປ່ງໃສ, ຍຸຕິທໍາ ແລະ ໃຫ້ທົ່ວເຖິງຄອບຄົວເປົ້າໝາຍ.

 

ຂ່າວ-ພາບ: ຄໍາປິງ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 17 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,526
21,803
thailand (1)
THB
662.81
673.41
european-union
EUR
24,425
24,914
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-17T142530.973
ງານຫອມກິ່ນລາວເດີມ ປີ​ 2025​ ຈັດຂຶ້ນ​ໃນວັນທີ​ 15 ຕຸລາ​​ -​ 5 ພະຈິກ​ 2025​ ນີ້,​ ຢູ່ສູນການການຄ້າແຟຣນຊິມມໍ ຫຼັກ​ 2 ນະຄອນປາກເຊ​ ແຂວງ​ຈໍາປາສັກ
pele - 2025-10-17T133348.394
ຈີນ, ລາວ​ ແລະ​ ຫວຽດ​ນາມ ​ຝຶກ​ຊ້ອມ​ການ​ຮັບ​ມື​ສຸກ​ເສີນ​ຮ່ວມ ​ກ່ຽວ​ກັບ​ພະ​ຍາດ​ແຜ່​ລະ​ບາດ​ຮ້າຍ​ແຮງ​ ຂ້າມ​ຊາຍ​ແດນ ​ຄັ້ງ​ທຳ​ອິດ
pele - 2025-10-17T113800.481
ຍີ່ປຸ່ນ ຊ່ວຍເຫຼືອສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ແຂວງບໍ່ແກ້ວ
jane - 2025-10-17T112057.044
ພາບບັນຍາກາດການຟ້ອນລຳວົງສາມັກຄີ ຂອງທ່ານນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ
jane - 2025-10-17T105720.143
ຍທຂ ເມືອງຈຳພອນ ຕິດຕາມແກ້ໄຂດິນຫົວຂົວເບຕົງຍຸບ ເຂດບ້ານນາກະທ້າງປັດຈຸບັນສາມາດເດີນທາງໄປ-ມາໄດ້ແລ້ວ.
jane - 2025-10-17T102039.018
ເມືອງວຽງພູຄາ ໄດ້ຮັບເຂົ້າສານຊ່ວຍເຫລືອ 342 ໂຕນ
pele - 2025-10-17T094233.268
ລາຍງານເຫດການເກີດແຜ່ນດິນໄຫວຢູ່ບັນປະເທດໃກ້ຄຽງ ວັນທີ 16 ຕຸລາ 2025
jane - 2025-10-17T092950.780
ສະພາບອາກາດປະຈໍາເຊົ້າວັນທີ 17 ຕຸລາ 2025
jane - 2025-10-17T091548.551
 ກວດດວງ 5 ລາສີ ມີໂອກາດໄດ້ເງິນກ້ອນໃຫຍ່ ດວງດ້ານການເງິນເຮັງປັງ
jane - 2025-10-16T155752.261
ຊົມເຊີຍ ສະຫາຍ ທອງລີ ສີສຸລິດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
ຢ່າລື່ມກົດຕິດຕາມ