
ແຈ້ງເຕືອນໄພ ພາຍຸໝູນເຂດຮ້ອນ ເຟິງເຊິນ (Fengshen)
ປະຈໍາວັນທີ 20 ຕຸລາ 2025, ເວລາ 12 ໂມງ 00
ໃນເວລາ 07 ໂມງ 00 ຂອງວັນທີ 20 ຕຸລາ 2025, ພາຍຸໝູນເຂດຮ້ອນ ແຟງເຊັນ (FENGSHEN), ມີຈຸດສູນກາງໃນເສັ້ນຂະໜານທີ 17.9 ອົງສາເໜືອ ແລະ ເສັ້ນແວງທີ່ 116.6 ອົງສາຕາເວັນອອກ, ພາຍຸຫົວນີ້ກໍາລັງເຄື່ອນທີ່ໄປທາງພາກເໜືອຂອງທະເລຈີນໃຕ້, ດ້ວຍຄວາມໄວໃກ້ຈຸດສູນກາງ 85 ກິໂລແມັດຕໍ່ຊົ່ວໂມງ. ພາຍຸຫົວນີ້ຈະເຄື່ອນທີ່ເຂົ້າໃກ້ແຄມຝັ່ງກວາງຕຸ້ງ ໃນຕອນແລງຂອງມື້ນີ້ ແລະ ໃນຕອນເຊົ້າຂອງວັນທີ 21 ຕຸລາ 2025 ພາຍຸຫົວນີ້ຈະມີກໍາລັງແຮງເພີ້ມຂຶ້ນເລັກນ້ອຍ ແລະ ຈະສືບຕໍ່ເຄື່ອນທີ່ໄປໃກ້ແຄມຝັ່ງຂອງເກາະໄຮນານໃນວັນທີ 22 ຕຸລາ. ຈາກນັ້ນ, ຈະສືບຕໍ່ເຄື່ອນທີ່ໄປໃກ້ແຄມຝັ່ງທາງພາກກາງ ແລະ ພາກໃຕ້ຂອງ ສສ ຫວຽດນາມ, ເຊິ່ງພາຍຸຫົວນີ້ຈະສົ່ງຜົນກະທົບຕໍ່ກັບພາກກາງ ແລະ ພາກໃຕ້ຂອງປະເທດລາວ, ຊຶ່ງຈະເຮັດໃຫ້ ມີຝົນຕົກ ຟ້າຮ້ອງ ຟ້າເຫຼຶ້ອມ ໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ຈະມີຝົນຕົກໜັກ ຫາ ໜັກຫຼາຍ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ເຊັ່ນ: ແຂວງ ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫັວນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື ໃນໄລຍະທີ່ 23 ຫາ 24 ກໍລະກົດ 2025 ນີ້.
ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນຢູ່ເຂດພາກກາງ ແລະ ພາກໃຕ້ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມື ຕໍ່ສະພາບຝົນຕົກໜັກຕິດຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນໍ້າຖ້ວມຍື່ງ ແລະ ນໍ້າຖ້ວມອັ່ງໃນຕົວເມືອງ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.10 | 668.63 |
![]() EUR | 24,323 | 24,810 |
![]() CNY | 2,948 | 3,007 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 47,580,000 | 48,110,000 |
![]() | 46,965,000 | 48,219,000 |