jane - 2025-10-21T110548.419
ແຈ້ງການຄຸ້ມຄອງການບໍລິການລົດແທັກຊີ ດ້ວຍລະບົບອອນລາຍ ເພື່ອປ້ອງກັນປະກົດການຫຍໍ້ທໍ້ຕ່າງໆ.
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 21 October, 2025

ເຖິງ: ພະນັກງານ, ທະຫານ, ຕໍາຫຼວດ, ນັກທຸລະກິດ, ນັກທ່ອງທ່ຽວ ແລະ ພໍ່ແມ່ ປະຊາຊົນບັນດາເຜົ່າ ທັງພາຍໃນ ແລະ ຕ່າງປະເທດ.

ເລື່ອງ: ການນໍາໃຊ້ລົດຂົນສົ່ງໂດຍສານບໍ່ປະຈໍາທາງ ລົດແທັກຊີບໍລິການແບບອອນລາຍ.

ອີງຕາມ ກົດຫມາຍວ່າດ້ວຍການຂົນສົ່ງທາງບົກ ສະບັບປັບປຸງ ເລກທີ 24/ສພຊ, ລົງວັນທີ 12 ທັນວາ 2012. ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງ ຫ້ອງການ ກະຊວງ ໂຍທາທິ ການ ແລະ ຂົນສົ່ງ ສະບັບເລກທີ 9999/ຍທຂ, ລົງວັນທີ 05 ພຶດສະພາ 2023

ອີງຕາມ ແຈ້ງການຂອງຫ້ອງການກະຊວງໂຍທາທິການ ແລະ ຂົນສົ່ງ ວ່າດ້ວຍການຄຸ້ມຄອງການບໍລິການລົດ ແທັກຊີ ດ້ວຍລະບົບອອນລາຍ ສະບັບເລກທີ 23902/ຫກ, ລົງວັນທີ 06 ຕຸລາ 2025.
ຫ້ອງການ ກະຊວງໂຍທາທິການ ແລະ ຂົນສົ່ງ ຂໍແຈ້ງມາຍັງທ່ານຊາບກ່ຽວກັບການນໍາໃຊ້ການບໍລິການລົດແທັກ ຊີ ດ້ວຍລະບົບອອນລາຍ ຜ່ານ Platform ແລະ Application, ຊື່ງປັດຈຸບັນມີຫຼາຍບໍລິສັດໃຫ້ບໍລິການ, ໃນນັ້ນມີທັງ ບໍລິສັດ ທີ່ໄດ້ຮັບອະນຸຍາດຖືກຕ້ອງ ແລະ ຕາມລະບຽບການ ຂອງຂະແຫນງທີ່ກ່ຽວຂ້ອງ Platform ແລະ Application ບໍ່ໄດ້ຮັບການຢັ້ງຢືນຈາກກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ບໍ່ໄດ້ຈົດທະບຽນຈາກ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ເມື່ອເກີດບັນຫາ ແລະ ປະກົດການຫຍໍ້ທໍ້ໃນສັງຄົມ ແມ່ນບໍ່ສາມາດແກ້ໄຂໄດ້ທັນເວລາ, ເພື່ອຄຸ້ມຄອງປ້ອງກັນບໍ່ໃຫ້ເກີດບັນຫາຕ່າງໆ ໃນການນໍາໃຊ້ບໍລິການລົດແທັກຊີອອນລາຍໃຫ້ມີຄວາມເປັນລະບຽບຮຽບ ຮ້ອຍ, ຄວາມສະຫງົບ ແລະ ປອດໄພ ຈຶ່ງແຈ້ງມາຍັງທ່ານຊາບ ດັ່ງນີ້:

1. ປະຈຸບັນ ບໍລິສັດ ແອັບ ແທັກຊີອອນລາຍ ໃນປະເທດລາວ ມີຫຼາຍບໍລິສັດ ທີ່ດໍາເນີນທຸລະກິດໃຫ້ບໍລິການ ແບບຖືກຕ້ອງ ໄດ້ຜ່ານການຮັບຮອງຈາກ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຕາມລາຍຊື່ດັ່ງນີ້:
1) ບໍລິສັດ ໂລກ້າ ຈໍາກັດ (LOCA COMPANY LIMITED)
ແອັບ: LOCA – Lao Taxi & Super App.
2) ບໍລິສັດ ລາວ ສະມາດ ໂມບີລີຕີ ຈໍາກັດ (Lao Smart Mobility Co., Ltd.)
ແອັບ: KOKKOK Move.
3) ບໍລິສັດ ເຊັງ ເອັດສເອັມ ຈໍາກັດ (XanhSM Sole Co., Ltd).
ແອັບ: Xanh Sm: Book EV rides.
4) ບໍລິສັດ ທຣານສະປອດ ໂລຈິສຕິກ ຈໍາກັດ.
5) ບໍລິສັດ ວິເຄ ທຣານສະປອດເທເຊີນ ດີເວີລົບເມັ້ນ ຈໍາກັດຜູ້ດຽວ. 6) ບໍລິສັດ ໂຊກດີຂົນສົ່ງສາທາລະນະ ຈໍາກັດຜູ້ດຽວ.
7) ສາມະຄົມຂົນສົ່ງໂດຍສານແທັກຊີ ນະຄອນຫຼວງວຽງຈັນ.
ນອກນັ້ນ ຍັງມີ ບໍລິສັດ ທີ່ດໍາເນີນກິດຈະການແທັກຊີ ແຕ່ບໍ່ໄດ້ເຄື່ອນໄຫວ, ຫມົດອາຍຸ ແລະ ຢຸດເຊົາ ກິດຈະການ.
2. ການນໍາໃຊ້ແອັບ ແທັກຊີອອນລາຍ
1) ດາວໂຫຼດແອັບ ແທັກຊີ ເຂົ້າໄປທີ່ Play Store (Android) ຫຼື App Store (IOS) ຄົ້ນຫາຄໍາວ່າ:
Taxi online.
2) ເລືອກແອັບລົດແທັກຊີ ທີ່ຈະນໍາໃຊ້ ກົດ “ດາວໂຫຼດ” ແລະ ລໍຖ້າໃຫ້ຕິດຕັ້ງແລ້ວ.
3) ເປີດແອັບ ລົງທະບຽນ / ເຂົ້າລະບົບ ໃສ່ເບີໂທລະສັບຂອງເຈົ້າຂອງບັນຊີເພື່ອລົງທະບຽນ ໄດ້ຮັບລະຫັດ OTP ທາງ SMS ແລ້ວໃສ່ເພື່ອຢືນຢັນ.
4) ໃສ່ຂໍ້ມູນຈຸດຮັບ – ຈຸດສົ່ງ “ກົດໃສ່ ຈຸດຮັບ (Pickup location) ໃສ່ ຈຸດສົ່ງ (Drop-off
location)”.
5) ເບິ່ງຄ່າບໍລິການ & ກົດສັ່ງລົດ ແອັບຈະຄໍານວນຄ່າບໍລິການປະມານ (ຂື້ນກັບໄລຍະທາງ)
6) ລໍຖ້າລົດມາຮັບ (ຈະເຫັນຮູບລົດ, ທະບຽນ, ແລະເບີໂທຂອງຄົນຂັບ).
7) ເມື່ອລົດມາຮອດ, ກວດສອບທະບຽນລົດ ແລະ ຂຶ້ນລົດ.
ເມື່ອເຖິງຈຸດຫມາຍປາຍທາງ ສາມາດຈ່າຍດ້ວຍ ເງິນດ້ວຍເງິນສົດ ຫຼື e-wallet (ຖ້າມີ).
3. ຫຼັກການນໍາໃຊ້ລົດຕັກຊີອອນລາຍ
1) ເວລາຜູ້ໂດຍສານຂື້ນລົດແທັກຊີໃຫ້ຖ່າຍຮູບຂໍ້ມູນຂອງພະນັກງານຂັບລົດທີ່ຕິດໄວ້ດ້ານຫນ້າລົດ ຫຼື ຫຼັງ ບ່ອນນັ່ງຂອງພະນັກງານຂັບລົດ ສົ່ງໃຫ້ຄອບຄົວ ຫຼື ຫມູ່ເພື່ອນຊາບວ່າຜູ້ໂດຍສານກໍາລັງເດີນທາງ, ຍານພາຫະນະປະເພດໃດ ແລະ ໃຜເປັນຜູ້ຂັບຂີ່, ໃນກໍລະນີສຸກເສີນຈຶ່ງສາມາດຕິດຕາມໄດ້ ຂໍ້ມູນໃນລົດ ແລະ ພະນັກງານຂັບລົດແມ່ນແຈ້ງຢູ່ໃນແອັບຕອນຈ່ອງລົດ ເວລາເດີນທາງຈະມີຂໍ້ມູນເສັ້ນທາງຂື້ນ.
2) ກໍລະນີສຸກເສີນ ສາມາດຕິດຕໍ່ພົວພັນຜ່ານລະບົບ ຫຼື ແຈ້ງໃຫ້ຫນ່ວຍງານ ປກສ ໂທ 1191 ໄດ້ຕະຫລອດ 24 ຊົ່ວໂມງ.
3) ສະຖານທີ່ປະສານງານ ສາມາດປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເຊັ່ນ: ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ, ແຂວງ, ປກສ ນະຄອນຫຼວງວຽງຈັນ ຫຼື ແຂວງ ແລະ ສາຍດ່ວນ ກະຊວງ ໂຍທາທິການ ແລະ ຂົນສົ່ງ 1518.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງ ພະນັກງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນ ທຸກທົ່ວຫນ້າ ພ້ອມກັນເປັນເຈົ້າການ ແລະ ໃຊ້ບໍລິການແທັກຊີ ທີ່ໄດ້ຮັບອະນຸຍາດຕາມລະບຽບການ ເພື່ອຄວາມປອດໄພຂອງທຸກທ່ານ

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 21 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,536
21,813
thailand (1)
THB
660.47
671.37
european-union
EUR
24,193
24,678
china
CNY
2,939
2,997
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Tuesday, 21 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
47,920,000
48,450,000
47,296,000
48,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-21T163456.766
ຣັດເຊຍ ກັບ ອູແກຣນ ຄວນ “ແບ່ງປັນ” ເຂດດອນບາສ ອີງຕາມເຂດສູ້ຮົບໃນປັດຈຸບັນ
jane - 2025-10-21T154926.955
ເຊັກດວງການເງິນ–ໂຊກລາບ ຂອງຄົນເກີດທັງ 7 ມື້ ສົ່ງທ້າຍເດືອນ ຕຸລາ 2025
pele - 2025-10-21T144328.209
ຊາວແຄລິຟໍເນຍ ຫຼາຍກວ່າ 10 ລ້ານຄົນ ຝຶກຊ້ອມຮັບມືກັບແຜ່ນດິນໄຫວ
jane - 2025-10-21T114147.836
ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ສົມເດັດ ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ.
jane - 2025-10-21T110548.419
ແຈ້ງການຄຸ້ມຄອງການບໍລິການລົດແທັກຊີ ດ້ວຍລະບົບອອນລາຍ ເພື່ອປ້ອງກັນປະກົດການຫຍໍ້ທໍ້ຕ່າງໆ.
pele - 2025-10-21T110008.835
ຈະມີບໍລິການກວດ ແລະ ຜ່າຕັດແກ່ນຕາຂຸ້ນ ຟຣີ ທີ່ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ
pele - 2025-10-21T102701.925
ເມືອງພຽງ ເປີດຝຶກອົບຮົມໃຫ້ແກ່ນັກເດີນສຳຫຼວດ ພົນລະເມືອງ ຄັ້ງທີ V ປີ 2025
jane - 2025-10-21T101439.418
ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ເຊື່ອມຕໍ່ແຂວງບໍລິຄຳໄຊ ກັບ ແຂວງບຶງການ ປະເທດໄທ (ປາກຊັນ-ບຶງການ) ເປີດໃຫ້ບໍລິການຢ່າງເປັນທາງການແລ້ວ
jane - 2025-10-21T092859.441
ສະພາບອາກາດປະຈໍາເຊົ້າວັນທີ 21 ຕຸລາ 2025
pele - 2025-10-21T091733.903
IMF ໜູນ​ຊ່ວຍ​ບັນດາ​ປະ​ເທດ​ອາຊີ - ປາຊີ​ຟິກ ​ກະຕຸ້ນຄວາມຕ້ອງການພາຍໃນ
ຢ່າລື່ມກົດຕິດຕາມ