jane - 2025-10-21T114147.836
ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ສົມເດັດ ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ.
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 21 October, 2025
ໝວດ: ຂ່າວ

 

ໃນວັນທີ 20 ຕຸລາ 2025, ທີ່ ພະລາດຊະວັງ ອິດສະຕານາ ນູຣູ ອີມານ, ທ່ານ ທອງສະຫວັນ ພົມວິຫານ ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ ໃນໂອກາດເດີນທາງຢ້ຽມຢາມ ບຣູໄນ ດາຣູຊາລາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 19-22 ຕຸລາ 2025.

Digital Marketing Agency in Laos - Emerging Digital Solutions

 

 

ໃນໂອກາດດັ່ງກ່າວ, ທ່ານ ລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຮູ້ສຶກເປັນກຽດຢ່າງສູງ ແລະ ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວຂອງທ່ານ ປະທານປະເທດ ທອງລຸນ ສີສຸລິດ ເຖິງ ສົມເດັດ ຊຸນຕານ ແລະ ພະລາຊິນີ ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ອວຍພອນໄຊອັນປະເສີດ ເນື່ອງໃນໂອກາດວັນເກີດຂອງ ສົມເດັດ ຊຸນຕານ ຄົບຮອບ 79 ປີ ໃນເດືອນກໍລະກົດ 2025 ທີ່ຜ່ານມາ.

ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈຕໍ່ ສົມເດັດ ຊຸນຕານ ແລະ ປະຊາຊົນ ບຣູໄນ ສໍາລັບ ການສະໜັບສະໜູນ ແລະ ຊ່ວຍ ເຫລືອ ໃຫ້ແກ່ ສປປ ລາວ ໃນຕະຫລອດໄລຍະຜ່ານມາ ເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ ຢູ່ ສປປ ລາວ.

ໂດຍສະເພາະແມ່ນການຊ່ວຍເຫລືອດ້ານພັດທະນາຊັບພະຍາກອນມະນຸດ ກໍຄື ການສະໜັບສະໜູນທາງດ້ານການເງິນ ເພື່ອຊ່ວຍເຫລືອດ້ານໄພພິບັດ ແລະ ໂຄງການກໍ່ສ້າງສຳຄັນ ຫລາຍໂຄງການ ໃນໄລຍະຜ່ານມາ, ພ້ອມທັງ ການຊ່ວຍເຫລືອດ້ານການເງິນໃຫ້ແກ່ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ຈົນໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ນອກນີ້, ໃນວັນດຽວກັນ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ພົບປະສອງຝ່າຍກັບ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ ບຣູໄນ ດາຣູຊາລາມ ແລະ ຄະນະ.

 

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 21 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,536
21,813
thailand (1)
THB
660.47
671.37
european-union
EUR
24,193
24,678
china
CNY
2,939
2,997
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 22 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
44,480,000
45,010,000
43,946,000
45,119,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-22T120311.944
ຕອນເຊົ້າມືດຂອງວັນທີ 22 ຕຸລາ 2025 ເຫດລົດເກັງເສຍຫຼັກ ຕໍາລົດຈອດຢູ່ຂ້າງທາງແລ້ວໄຟໄໝ້.
jane - 2025-10-22T090748.902
ແຈ້ງການ ເຂື່ອນໄຟຟ້າເຊລະນອງ 1 ຈະເລີ່ມປ່ອຍນໍ້າ ວັນທີ 22 ຕຸລາ 2025 ເພື່ອກຽມຮັບມື ພາຍຸເຟິງເຊີນ.
pele - 2025-10-21T163456.766
ຣັດເຊຍ ກັບ ອູແກຣນ ຄວນ “ແບ່ງປັນ” ເຂດດອນບາສ ອີງຕາມເຂດສູ້ຮົບໃນປັດຈຸບັນ
jane - 2025-10-21T154926.955
ເຊັກດວງການເງິນ–ໂຊກລາບ ຂອງຄົນເກີດທັງ 7 ມື້ ສົ່ງທ້າຍເດືອນ ຕຸລາ 2025
pele - 2025-10-21T144328.209
ຊາວແຄລິຟໍເນຍ ຫຼາຍກວ່າ 10 ລ້ານຄົນ ຝຶກຊ້ອມຮັບມືກັບແຜ່ນດິນໄຫວ
jane - 2025-10-21T114147.836
ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ສົມເດັດ ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ.
jane - 2025-10-21T110548.419
ແຈ້ງການຄຸ້ມຄອງການບໍລິການລົດແທັກຊີ ດ້ວຍລະບົບອອນລາຍ ເພື່ອປ້ອງກັນປະກົດການຫຍໍ້ທໍ້ຕ່າງໆ.
pele - 2025-10-21T110008.835
ຈະມີບໍລິການກວດ ແລະ ຜ່າຕັດແກ່ນຕາຂຸ້ນ ຟຣີ ທີ່ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ
pele - 2025-10-21T102701.925
ເມືອງພຽງ ເປີດຝຶກອົບຮົມໃຫ້ແກ່ນັກເດີນສຳຫຼວດ ພົນລະເມືອງ ຄັ້ງທີ V ປີ 2025
jane - 2025-10-21T101439.418
ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ເຊື່ອມຕໍ່ແຂວງບໍລິຄຳໄຊ ກັບ ແຂວງບຶງການ ປະເທດໄທ (ປາກຊັນ-ບຶງການ) ເປີດໃຫ້ບໍລິການຢ່າງເປັນທາງການແລ້ວ
ຢ່າລື່ມກົດຕິດຕາມ