
ອະນຸກຳມະການປ້ອງກັນງານບຸນນະມັດສະການພຣະທາດຫຼວງ ແລະ ງານວາງສະແດງ-ຂາຍສິນຄ້າ ປະຈຳປີ ພສ 2568 (ຄສ 2025) ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025, ອະນຸກຳມະການປ້ອງກັນງານດັ່ງກ່າວ ໄດ້ສ້າງແຜນການຈັດວາງກຳລັງປ້ອງກັນ ຈຳນວນ 2.015 ສະ ຫາຍ, ໂດຍແບ່ງອອກເປັນ 2 ຈຸໃຫຍ່ ຄື: ປະຈຳຢູ່ໃນງານບຸນພຣະທາດຫຼວງ ແລະ ສູນການຄ້າລາວ-ໄອເຕັກ ເພື່ອຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບ ຮ້ອຍພາຍໃນງານ.
ພົຈວ ປອ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຕາງໜ້າອະນຸກຳມະການປ້ອງ ກັນງານບຸນນະມັດສະການພຣະທາດຫຼວງ ແລະ ງານວາງສະແດງ-ຂາຍສິນຄ້າ ປະຈຳປີ ພສ 2568 ( ຄສ 2025 ) ກ່າວໃນພິທີຖະແຫຼງຂ່າວງານດັ່ງກ່າວ ໃນວັນທີ 21 ຕຸລາ 2025 ວ່າ: ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ແມ່ນພັນທະ,ໜ້າທີ່ຂອງທົ່ວປວງຊົນ.ໃນນີ້,ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນເຈົ້າການຈັດ ຕັ້ງປະຕິບັດ,ເມື່ອໄດ້ຮັບການມອບໝາຍ,ອະນຸກຳມະການພວກເຮົາ ໄດ້ມີຂໍ້ຕົກລົງແຕ່ງຕັ້ງກອງເລຂາຊ່ວຍວຽກ ແລະ ໄດ້ສ້າງແຜນການຈັດວາງກຳລັງປ້ອງກັນ ຈຳນວນທັງໝົດ 2.015 ສະຫາຍ,ໂດຍແບ່ງອອກເປັນ 2 ຈຸໃຫຍ່ ຄື: ປະຈຳຢູ່ໃນງານບຸນພຣະທາດຫຼວງ ແລະ ສູນການຄ້າລາວ-ໄອເຕັກ ເພື່ອຮັບປະກັນຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍໃນງານດັ່ງກ່າວ ແລະ ໄດ້ຈັດກຳລັງຕຳຫຼວດຈະລາຈອນ ລົງປະຈຳຈຸດ (ທາງຄົບ-ທາງແຍກ),ປະຈຳປ້ອມ ເພື່ອລະບາຍການສັນຈອນ, ຕັ້ງຈຸດກວດກາຢູ່ເຂດຊາຍ ແດນ ຫຼື ປະຕູເຂົ້າ-ອອກນະຄອນຫຼວງ.ນອກນັ້ນ, ຍັງຈັດຕັ້ງກໍາລັງປະຈຳການ ຢູ່ບັນດາຫ້ອງ ແລະ ກອງບັນຊາການ ປກສ 9 ຕົວ ເມືອງ ເພື່ອກຽມພ້ອມແກ້ໄຂກໍລະນີສຸກເສີນ.
ໂອກາດນີ້, ພົຈວ ປອ ບົວພັນ ຟອງມະນີ ຍັງໄດ້ຮຽກ ຮ້ອງໃຫ້ພໍ່-ແມ່ ປະຊາຊົນ, ພະນັກງານ-ລັດຖະກອນ, ທະ ຫານ,ຕຳຫຼວດ,ພໍ່ຄ້າ-ຊາວຂາຍ ລວມທັງຊາວຕ່າງປະເທດ ປະຕິບັດຕາມກົດລະບຽບ ທີ່ຄະນະກຳມະການຈັດງານບຸນວາງອອກຢ່າງເຂັມງວດ ເປັນຕົ້ນ ແມ່ນຕ້ອງມີຄວາມຮັບ ຜິດຊອບຕໍ່ຕົນເອງ,ຕໍ່ບຸກຄົນອ້ອມຂ້າງ,ຮັກສາວັດຖຸ-ຊັບ ສິນຂອງຕົນບໍ່ໃຫ້ຕົກເຮ່ຍເສຍຫາຍ, ບໍ່ຈອດລົດຢູ່ບ່ອນເປົ່າປ່ຽວ ແລະ ບໍ່ຄວນເອົາຊັບສິນ, ເງິນຄຳຈຳນວນຫຼາຍປະໄວ້ຢູ່ໃນລົດ ເພື່ອປ້ອງກັນບໍ່ໃຫ້ຄົນບໍ່ດີລັກຊັບ ກໍຄື ການທຸບແວ່ນລົດ ແລ້ວລັກເອົາວັດຖຸມີຄ່າຂອງທ່ານໄປ ແລະກ່ອນຈະອອກຈາກເຮືອນ ຫຼື ສະຖານທີ່ພັກອາໄສ ຕ້ອງໄດ້ກວດກາໄຟຟ້າ,ປັກສຽບ ຫຼື ບ່ອນແຕ່ງກິນ,ການໄຕ້ທູບ- ທຽນບູຊາ ໃຫ້ມີຄວາມຮັບປະກັນ ບໍ່ໃຫ້ມີເຫດອັກຄີໄພເກີດຂຶ້ນ ແລະ ດີແທ້ ໃຫ້ມີຄົນເຝົ້າເຮືອນ ເພື່ອປ້ອງກັນເຫດການບໍ່ດີ ຫຼື ປ້ອງກັນບໍ່ໃຫ້ພວກຄົນບໍ່ດີສວຍໂອກາດໄປກໍ່ເຫດງັດແງະລັກຊັບຢູ່ເຮືອນຂອງທ່ານ.
ສ່ວນການເດີນທາງ ຜູ້ຂັບຂີ່ລົດ ຕ້ອງມີສະຕິ,ກຽມເອ ກະສານລົດ,ໃບຂັບຂີ່ຍານພາຫະນະ ຢ່າງຄົບຖ້ວນ,ຜູ້ຂັບຂີ່ລົດຈັກຕ້ອງໄດ້ໃສ່ໝວກກັນກະທົບ ທັງຜູ້ຂັບລົດ ແລະ ຜູ້ທີ່ຂີ່ຊ້ອນທ້າຍ, ການມາທ່ຽວຫຼິ້ນໃນງານບຸນຕ້ອງມີສະຕິຮັກສາເຄື່ອງຂອງໃຫ້ດີ,ການພາຍຖົງຕ້ອງພາຍບ່ຽງ ມາທາງດ້ານໜ້າ ເພື່ອປ້ອງກັນບໍ່ໃຫ້ພວກມິດຊາຊີບລ່ວງກະເປົາ ຫຼື ແຫກກະເປົາລັກເອົາຊັບສິນຂອງທ່ານ ແລະ ຖ້າມີລູກຫຼານມາທ່ຽວໃນງານບຸນຕ້ອງຂຽນຊື່, ເບີໂທລະສັບຂອງຜູ້ປົກ ຄອງ ຫຼື ເບີໂທຂອງຜູ້ເປັນພໍ່ແມ່ ແລ້ວໃສ່ໃນຖົງຜູ້ເປັນລູກຫຼານ, ເວລາພັດຫຼົງກັນຈຶ່ງສະດວກໃຫ້ແກ່ເຈົ້າໜ້າທີ່ ໃນການປະສານຫາຜູ້ປົກຄອງ ມາຮັບເອົາລູກຫຼານຂອງຕົນ.
ນອກຈາກນີ້, ຫ້າມນຳເອົາອາວຸດ,ທາດແຕກ,ທາດລະ ເບີດ,ໝາກກະໂພກ,ບັ້ງໄຟດອກ,ໂຄມໄຟລອຍ ແລະ ວັດຖຸສິ່ງທີ່ຕ້ອງຫ້າມອື່ນໆ ເຂົ້າໄປໃນງານບຸນ ຍົກເວັ້ນສະເພາະເຈົ້າໜ້າທີ່ປ້ອງກັນ, ຖ້າບຸກຄົນ, ນິຕິບຸກຄົນໃດ ມີຄວາມຕ້ອງການນຳໃຊ້ໂດຣນ ເພື່ອບິນຖ່າຍພາບມູມສູງ ຕ້ອງໄດ້ມາລົງທະບຽນ ຫຼື ຂໍອະນຸຍາດນຳອະນຸກຳມະການຈັດງານບຸນ ເພື່ອພິຈາລະນາ. ການມາທ່ຽວຫຼິ້ນໃນງານບຸນ ຂໍໃຫ້ທຸກທ່ານ ທ່ຽວຊົມດ້ວຍຄວາມເບີກບານມ່ວນຊື່ນ,ພ້ອມທັງຮັກສາໄດ້ວັດທະນະທຳ-ຮີດຄອງ ປະເພນີ ອັນດີງາມຂອງຊາດ ໄວ້ໃຫ້ໝັ້ນຄົງຕະຫຼອດໄປ.
ພາບ-ຂ່າວ: ແກ້ວ ອຸເພັດ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 656.97 | 668.14 |
EUR | 24,150 | 24,634 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 45,730,000 | 46,260,000 |
![]() | 45,163,000 | 46,369,000 |














